Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸນ ເປັນກຽດທີ່ໄດ້ຕ້ອນຮັບຄະນະຜູ້ແທນຈາກທະບວງຕຳຫຼວດແຫ່ງຊາດ ປະເທດຍີ່ປຸ່ນ.
-----
ໃນວັນທີ 30 ສິງຫາ 2024 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ມີຄວາມຍິນດີ ແລະ ເປັນກຽດທີ່ໄດ້ຕ້ອນຮັບ ພະນະ ທ່ານ KUSUNOKI Yoshinobu ຮອງລັດຖະມົນຕີ ທະບວງຕຳຫຼວດແຫ່ງຊາດ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ເຊິ່ງໃຫ້ກຽດຕ້ອນຮັບການມາຢຽ້ມຢາມ ແລະ ພົບປະ ໃນຄັ້ງນີ້ ໂດຍ ທ່ານ ປອ.ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ (ມຊ) ພອ້ມດ້ວຍຄະນະນຳ ສະຖາບັນລາວ-ຍີ່ປຸ່ນ (ສລຍ), ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ແລະ ທ່ານ Yoshiharu YONEYAMA ທີ່ປຶກສາໂຄງການ. ການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອການສົ່ງເສີມຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານວິຊາການ ແລະ ການແລກປ່ຽນ ຂອງໂຄງການ JICA ໃນການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ.
 Untitled