Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ພາບບັນຍາກາດການສອບເສັງຄັດເລືອກເອົານັກສຶກສາໃນໂຄງການລາງວັນຮອນດາ Y-E-S Award 2024 (Honda young engineer and scientist's award in Laos) ທີ່ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໃນຕອນເຊົ້າວັນທີ 21 ສິງຫາ 2024
------------------------------------------------------------------------------
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເຊິ່ງເປັນຕົວແທນຂອງຫອ້ງການບໍລິຫານໂຄງການ ຮອນດາ ໄດ້ຈັດຕັ້ງການສອບເສັງຮອບສຳພາດໃຫ້ນັກສຶກສາທີ່ຜ່ານການຄັດເລືອກຈຳນວນ 10 ຄົນ ແລະ ຄັດເລືອກເອົາ 2 ຄົນ ເຂົ້າຮັບລາງວັນຊະນະເລີດ ຈະໄດ້ຮັບຫຼຽນຮອນດາ, ໃບຢັ້ງຢືນ ພ້ອມດ້ວຍເງິນສົດ 3,000 ໂດລາ.
ການສອບເສັງຄັດເລືອກໃນຄັ້ງນີ້ໃຫ້ກຽດເປັນປະທານ ໂດຍ ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ເປັນຄະນະກຳມະການຮ່ວມ ໂດຍ ທ່ານ ສາດສະດາຈານ Takeo ARIMOTO ຜູ້ອຳນວຍການມູນນິທິຮອນດາ, ທ່ານ ຈັນຄະຈອນ ສອນມະນີວົງ, ຮອງຄະນະບໍດີ ຄະນະວິສະວະກຳສາດ, ທ່ານ ປອ. ອຸ່ນລາ ສີວັນເພັງ, ຄະນະບໍດີ ຄະນະຊັບພະຍາກອນນ້ຳ ແລະ ທ່ານ ປອ. ພອນແກ້ວ ຈັນທະມາລີ, ຜູ້ອຳນວຍການສະຖາບັນ ລາວ- ຍີ່ປຸ່ນ. ໃນການສອບເສັງດັ່ງກ່າວນັກສຶກສາແມ່ນມີຄວາມເອົາໃຈໃສ່, ຕັ້ງໃຈ ແລະ ຮ່ວມແລກປ່ຽນ ຖາມ-ຕອບ ດ້ວຍຄວາມຈິງໃຈ.ດ້າຮອນດ້າ