ພອນສະຫວັນ ສຸນາເຄນ ໄດ້ຮັບລາງວັນຮອນດາ Y-E-S 2025

ສະບາຍດີ, ນ້ອງເອງມີຊື່ວ່າ ນາງ ພອນສະຫວັນ ສຸນາເຄນ , ຖິ່ນກຳເນີດຂອງນ້ອງແມ່ນຢູ່ທີ່ບ້ານທ່ານາ,ເມືອງໄຊຍະບູລີ, ແຂວງໄຊຍະບູລີ.ປັດຈຸບັນແມ່ນໄດ້ກ້າວເຂົ້າມາສຶກສາຮ່ຳຮຽນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ,ກຳລັງສຶກສາຢູ່ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະ ຂໍ້ມູນຂ່າວສານຢູ່ທີ່ຄະນະວິສະວະກຳສາດວິທະຍາເຂດໂສກປ່າຫຼວງ.

ແຮງບັນດານໃຈຄິດຢາກເຂົ້າຮ່ວມສອບເສັງແຂ່ງຂັນເອົາລາງວັນນີ້? ພາຍຫຼັງໄດ້ຮັບລາງວັນນ້ອງຈະຕໍ່ຍອດຄວາມ​ຮູ້ທາງດ້ານວິທະຍາສາດ, ສິ່ງແວດລ້ອມຕໍ່ການພັດທະນາສັງຄົມ ແລະ ອານາຄົດຂອງນ້ອງຄືແນວໃດ  ?

    ສຳລັບແຮງບັນດານໃຈຂອງນ້ອງນັ້ນ,ນ້ອງເຊື່ອໝັ້ນວ່າເຕັກໂນໂລຊີ  ແລະ ວິທະຍາສາດແມ່ນສິ່ງທີ່ສຳຄັນທີ່ຈະແກ້ໄຂບັນຫາຂອງສັງຄົມ ໂດຍສະເພາະໃນຍຸກທີ່ໂລກກຳລັງປະເຊີນກັບສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ການພັດທະນາທີ່ຍືນຍົງ.

    ນ້ອງໄດ້ເຫັນວ່າປະເທດລາວ ແລະ ພາກພື້ນອາຊີຕະເວັນອອກສ່ຽງໃຕ້ຂອງເຮົາມີທັງໂອກາດ ແລະ ຄວາມຕ້ອງການທີ່ຈະພັດທະນາດ້ວຍວິທີການທີ່ເປັນມິດກັບສິ່ງແວດລ້ອມ. Honda Y-E-S Award ບໍ່ພຽງແຕ່ສົ່ງເສີມໃຫ້ໄວໜຸ່ມໃຊ້ຄວາມຄິດສ້າງສັນເທົ່ານັ້ນ, ແຕ່ຍັງເປັນບ່ອນທີ່ເຮັດໃຫ້ເຮົາສາມາດນຳເອົາຄວາມຮູ້ທາງວິຊາການມາປະຕິບັດຈິງເພື່ອສ້າງຜົນກະທົບທາງບວກຕໍ່ສັງຄົມ.

    ພາຍຫຼັງໄດ້ຮັບລາງວັນ, ນ້ອງເອງກໍຈະສືບຕໍ່ເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງນ້ອງໃນຫຼາກຫຼາຍດ້ານບໍ່ວ່າຈະເປັນດ້ານ:

    ດ້ານວິທະຍາສາດ: ນ້ອງກໍຈະສືບຕໍ່ເຈາະເລິກຄວາມຮູ້ດ້ານ AI, IoT ແລະ ເຕັກໂນໂລຊີສີຂຽວເພື່ອພັດທະນານະວັດຕະກຳທີ່ແກ້ໄຂບັນຫາຕົວຈິງເຊັ່ນ: ລະບົບຄຸ້ມຄອງພະລັງງານອັດສະລິຍະ ຫຼື ການຕິດຕາມຄຸນນະພາບສິ່ງແວດລ້ອມ.

    ດ້ານສິ່ງແວດລ້ອມ: ປະຍຸກໃຊ້ເຕັກໂນໂລຊີເພື່ອອະນຸລັກທຳມະຊາດ ແລະ ສົ່ງເສີມການໃຊ້ພະລັງງານທົດແທນໃນຊຸມຊົນ.

    ການພັດທະນາສັງຄົມ: ຖ່າຍທອດຄວາມຮູ້ໃຫ້ນ້ອງໆນັກຮຽນ ແລະ ສ້າງເຄືອຂ່າຍໄວໜຸ່ມນັກປະດິດສ້າງໃນລາວ ເພື່ອຮ່ວມກັນແກ້ໄຂບັນຫາຂອງຊຸມຊົນທ້ອງຖິ່ນ.

    ອານາຄົດຂອງນ້ອງ: ນ້ອງມີຄວາມຝັນທີ່ຢາກສຶກສາຕໍ່ທີ່ປະເທດຍີ່ປຸ່ນແລະນຳເອົາຄວາມຮູ້ທີ່ໄດ້ມາພັດທະນາເພື່ອທີ່ຈະເປັນວິສະວະກອນທີ່ນຳໃຊ້ເຕັກໂນໂລຊີສ້າງຜົນກະທົບທາງບວກຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ພ້ອມທັງເປັນແຮງບັນດານໃຈໃຫ້ໄວໜຸ່ມລາວເຫັນວ່າດ້ວຍຄວາມພະຍາຍາມ ແລະ ຄວາມຮັບຜິດຊອບນັ້ນເຮົາສາມາດສ້າງອານາຄົດທີ່ດີໃຫ້ແກ່ຕົນເອງ ແລະ ສົ່ງຜົນປ່ຽນແປງທີ່ດີໃນສັງຄົມໄດ້ອີກດ້ວຍ.

    • ແນະນຳການຄົ້ນຄວ້າຮໍ່າຮຽນ ແລະ ຊອກຮູ້ເພື່ອກຽມຄວາມພ້ອມໃນການເຂົ້າແຂ່ງຂັນຄັ້ງນີ້

    ກ່ອນອື່ນໝົດນ້ອງສາມາດເວົ້າໄດ້ເລີຍວ່າການຕັ້ງເປົ້າໝາຍ ແລະ ຫາແຮງບັນດານໃຈເພື່ອສົ່ງເສີມໃຫ້ຕົນເອງໄດ້ບັນລຸເປົ້າໝາຍນັ້ນເປັນສິ່ງທີ່ສຳຄັນທີ່ສຸດສຳລັບຕົວນ້ອງ, ໃນເບື້ອງຕົ້ນນ້ອງເອງກໍບໍ່ຄິດວ່າຕົນເອງຈະກ້າວຂ້າມຜ່ານຄວາມຢ້ານຂອງຕົນເອງໄດ້ເຊັ່ນກັນ, ຫຼັງຈາກທີ່ນ້ອງໄດ້ຮັບການຄັດເລືອກໃນຮອບທຳອິດນັ້ນປຽບເໝືອນກັບວ່າເປັນຈຸດທີ່ເຮັດໃຫ້ນ້ອງມີຄວາມຫວັງ ແລະ ເລີ່ມຢາກໄຄວ່ຄວ້າເອົາລາງວັນນີ້ມາໃຫ້ໄດ້,​ ນ້ອງໄດ້ຈິນຕະນາການເຖິງພາບອະນາຄົດວ່າຢາກໃຫ້ຕົນເອງໄດ້ເຂົ້່າເຖິງການສຶກສາໃນລະດັບໃດ ແລະ ທຶນນີ້ກໍເຮັດໃຫ້ນ້ອງໄດ້ເຫັນພາບເຫຼົ່ານັ້ນຊັດເຈນຂຶ້ນ

    ນ້ອງໄດ້ຕັ້ງໃຈຄົ້ນຄວ້າຜ່ານຫຼາກຫຼາຍວິທີເຊິ່ງຫຼັກໆກໍແມ່ນຈາກຕົນເອງ ແລະ ການສຶກສາຈາກຜູ້ຄົນອ້ອມຂ້າງແມ່ນເປັນສິ່ງສຳຄັນ, ນ້ອງໄດ້ມີການສອບຖາມແນວທາງຈາກອ້າຍເອື້ອຍທີ່ໄດ້ເຄີຍເຂົ້າຮ່ວມແລະປ່ຽນຂໍຄຳແນະນຳຈາກໝູ່ເພື່ອນ,ຄູອາຈານ ແລະ ຂາດບໍ່ໄດ້ກໍຄືຕົນເອງທີ່ຕ້ອງເປັນເຈົ້າການໃນການຮຽນຮູ້ນັບຕັ້ງແຕ່ການຟັງ ແລະ ການອ່ານສຶກສາກ່ຽວກັບຫົວຂໍ້ທີ່ຈະເປັນໄປໄດ້ພາຍໃນການສອບເສັງເປັນຕົ້ນກໍແມ່ນແນວທາງການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ໃນສັງຄົມບໍ່ວ່າຈະເປັນດ້ານການພັດທະນາເສດຖະກິດ, ດ້ານເຕັກໂນໂລຊີ ,ດ້ານສິ່ງແວດລ້ອມ, ລວມໄປເຖິງຄວາມປອດໄພທາງສະບຽງອາຫານໃນນີ້ກໍໄດ້ອີງໃສ່ຄວາມຮູ້ ແລະ ຄວາມສາມາດຂອງຕົນເອງທີ່ຈະສາມາດເຮັດໄດ້, ເລີ່ມຈາກການສຶກສາສິ່ງຕ່າງໆດ້ວຍມຸມມອງຂອງນັກວິສະວະກອນເບິ່ງວ່າບັນຫານັ້ນເກີດຂຶ້ນມາໄດ້ແນວໃດ, ໃຜເປັນຜູ້ລິເລີ່ມ, ບັນຫາດັ່ງກ່າວໄດ້ສົ່ງຜົນກະທົບໃຫ້ໃຜ ແລະ ເຮົາຈະມີວິທີການແກ້ໄຂແນວໃດນີ້ຄືໃຈຄວາມຫຼັກທີ່ນ້ອງໄດ້ນຳມາຄົ້ນຄວ້າໃນແຕ່ລະຫົວຂໍ້ ແລະທີ່ຂາດບໍໄດ້ກໍແມ່ນກຳລັງໃຈຈາກທຸກຄົນທີ່ເບື້ອງຫຼັງກໍຄືຄອບຄົວ.

    Leave a Comment

    Your email address will not be published. Required fields are marked *

    Scroll to Top