ແນະນຳບັນຍາກາດການຝຶກສົນທະນາຂອງຫ້ອງຮຽນພາສາຢີ່ປຸ່ນລະດັບເລີ່ມຕົ້ນ
ຂໍແນະນຳບັນຍາກາດການຝຶກສົນທະນາຂອງຫ້ອງຮຽນພາສາຢີ່ປຸ່ນລະດັບເລີ່ມຕົ້ນ ຢູ່ສູນລາວ-ຢີ່ປຸ່ນ (LJI). ນັກຮຽນທຸກຄົນໄດ້ແບ່ງອອກເປັນຄູ່ ແລະ ເປັນກຸ່ມ ເພື່ອຝຶກສົນທະນາໂດຍໃຊ້ຄຳສັບ ແລະ ປະໂຫຍກທີ່ໄດ້ຮຽນມາ. ຜ່ານການຝຶກເວົ້າ ແລະ ຟັງຄົນອື່ນຢ່າງຕໍ່ເນື່ອງ, ເຮັດໃຫ້ເຂົາເຈົ້າເລີ່ມຄຸ້ນເຄີຍກັບການສື່ສານເປັນພາສາຢີ່ປຸ່ນເທື່ອລະກ້າວ. ຢາກເວົ້າພາສາຢີ່ປຸ່ນ ແລະ ສື່ສານໄດ້ຢ່າງຄ່ອງແຄ້ວບໍ? ມາເຮັດໃຫ້ເປົ້າໝາຍນັ້ນເປັນຈິງຢູ່ທີ່ ສູນລາວ-ຢີ່ປຸ່ນ (LJI) ນຳກັນເທາະ! […]











