ສຳເລັດງານແຂ່ງຂັນແຜນທຸລະກິດ LJI SUSU Batch 3 Final Pitch 2026

🎉ສຳເລັດເປັນທີ່ຮຽບຮ້ອຍແລ້ວສຳລັບງານແຂ່ງຂັນແຜນທຸລະກິດ LJI SUSU Batch 3 Final Pitch 2026!🎉

ໃນວັນທີ 24 ກໍລະກົດ 2026, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI), ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນຂອງຍີ່ປຸ່ນໄຈກາ (JICA) ໄດ້ຈັດງານແຂ່ງຂັນແຜນທຸລະກິດຮອບສຸດທ້າຍຂອງໂຄງການ LJI SUSU (ຊຸດທີ 3) ພາຍໃຕ້ຫົວຂໍ້ “ຫັນປ່ຽນນະວັດຕະກໍາໃຫ້ເກີດຜົນກະທົບທີ່ດີທາງສັງຄົມ” ຮ່ວມກັບ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ (JETRO) ແລະ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ (MOIC). ໂດຍມີຕົວແທນຈາກຫົວໜ່ວຍທຸລະກິດຫຼາຍກວ່າ 180 ທ່ານທັງຈາກລາວ ແລະ ຍີ່ປຸ່ນ, ລວມທັງນັກລົງທຶນຫຼາຍກວ່າ 30 ທ່ານ ເຂົ້າຮ່ວມ.

ງານແຂ່ງຂັນແຜນທຸລະກິດ LJI SUSU ຄັ້ງນີ້ ແມ່ນໄດ້ຮັບກຽດໃນການກ່າວເປີດພິທີໂດຍ ພະນະທ່ານ ຊຶໂຕະມຸ ໂຄອິຊຶມິ (Tsutomu Koizumi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານນາງ ມິຢາໂກະ ໂຄບາຢາຊິ (Miyako Kobayashi), ຫົວໜ້າອົງການໄຈກາ (JICA) ປະຈຳ ສປປ ລາວ ແລະ ທ່ານ ວິລະກອນ ພິລົມລັກ ຮອງຫົວຫນ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ.

ທັງຫ້າບໍລິສັດທີ່ມີຜົນງານໂດດເດັ່ນໃນການແຂ່ງຂັນທຸລະກິດ LJI SUSU ໃນເດືອນກັນຍາ 2025 ທີ່ຜ່ານມາ ເຊິ່ງໄດ້ຮັບການຄັດເລືອກຈາກບໍລິສັດທີ່ເຂົ້າຮ່ວມທັງໝົດ 14 ບໍລິສັດ, ໄດ້ດຳເນີນການພິສູດແຜນທຸລະກິດ (POC) ເປັນເວລາແປດເດືອນ, ໂດຍໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກ JICA ແລະ ໄດ້ຮັບຄຳແນະນຳຈາກທີ່ປຶກສາຈາກຕ່າງປະເທດ. ໃນງານແຂ່ງຂັນແຜນທຸລະກິດຄັ້ງນີ້, ທັງຫ້າບໍລິສັດໄດ້ນຳສະເໜີວິທີການຂະຫຍາຍທຸລະກິດໃນຊ່ວງ POC ແລະ ແຜນການໃນອະນາຄົດຂອງພວກເຂົາ, ໂດຍເນັ້ນໃສ່ຂົງເຂດການຊອກຫາການຮ່ວມມືກັບຄູ່ຮ່ວມງານທີ່ມີທ່າແຮງ. ຫົວຂໍ້ທຸລະກິດຂອງທັງຫ້າບໍລິສັດມີດັ່ງຕໍ່ໄປນີ້:

Talaew: export-ready woven textiles by Herworks Individual Enterprise

3D printing solutions by Print Squares Sole Co., Ltd

https://www.facebook.com/PrintSquaresLA

Sensorclouds, AIoT Platform solution by Sensornode IoT Technology Sole Co., Ltd

https://www.sensornodeiot.com

The eco-friendly green mushroom by Viyada Industrial Plantation Export-Import Sole

https://www.facebook.com/VIPCLimited

Sa-ard Dee Carwash by Saduak Dee Automation Group Co., Ltd

https://www.facebook.com/profile.php?id=61571595860230

ນອກຈາກນັ້ນ, ADB Frontier Mekong ຍັງໄດ້ຂຶ້ນກ່າວເຖິງປັດໄຈສຳຄັນທີ່ນັກລົງທຶນໃຫ້ຄວາມສົນໃຈເມື່ອປະເມີນບໍລິສັດ startup, ໃນຂະນະດຽວກັນ, ສິດເກົ່າຂອງໂຄງການ LJI SUSU ທັງສາມທ່ານກໍໄດ້ຮ່ວມແບ່ງປັນຂໍ້ມູນຄວາມຮູ້ຈາກປະສົບການຂອງຕົນເອງເພື່ອສ້າງແຮງບັນດານໃຈໃຫ້ແກ່ຜູ້ຟັງ, ລວມທັງຜູ້ປະກອບການ ແລະ ໄວໜຸ່ມທ່ານອື່ນໆ.

🎉🎉🏆ໃນຕອນທ້າຍຂອງການແຂ່ງຂັນ, ບໍລິສັດດັ່ງຕໍ່ໄປນີ້ໄດ້ຮັບລາງວັນ LJI SUSU Awards ແລະ ລາງວັນພິເສດຕ່່າງໆເພື່ອຊົມເຊີຍຄວາມພະຍາຍາມຂອງພວກເຂົາໃນການນໍາເອົາຄຸນຄ່າມາສູ່ສັງຄົມລາວຫຼາຍຂຶ້ນ. ເຊິ່ງຜູ້ຂະນະລາງວັນຕ່າງໆ ໄດ້ແກ່:

● ລາງວັນ LJI SUSU Awards

– “Best Performance Award” ມອບໃຫ້ແກ່ Sa-ard Dee Carwash by Saduak Dee Automation Group Co., Ltd

– “Social Impact Award” ມອບໃຫ້ແກ່ TALAEW Craft & Sustainable Design Center by Her Works Individual Enterprise

● ລາງວັນພິເສດ

– JETRO Awards ມອບໃຫ້ແກ່ Sensorclouds, AIoT Platform solution by Sensornode IoT Technology Sole Co., Ltd

– Techsauce Awards ມອບໃຫ້ແກ່ Her Works Individual Enterprise and Sensornode IoT Technology Sole Co., Ltd.

🌟 ນອກຈາກນີ້, ທັງຫ້າບໍລິສັດຍັງໄດ້ຮັບຂອງຂວັນພິເສດຈາກຜູ້ສະໜັບສະໜູນໃຈດີຂອງງານຕື່ມອີກ, ເຊິ່ງລວມມີ:

ສິດໃນການນຳໃຊ້ລະບົບ Bansi.la ແລະ ບໍລິການ ໃຫ້ຄຳປຶກສາຟຣີ 1 ປີ ຈາກ ບໍລິສັດ 57Bytes Sole Co., Ltd.

ສິດໃນການນຳໃຊ້ລະບົບ CRM (customer relationship management) system ຟຣີ 1 ປີ ຈາກບໍລິສັດ SYSTORY Co.,Ltd

ສິດໃນການລົງປະກາດຫາພະນັກງານຜ່ານເວັບໄຊຂອງ 108Jobs ຟຣີ.

ບັດເຕີມມູນຄ່າໂທຈາກ Lao Telecom

LJI ໄດ້ຢືນຢັນຄຳໝັ້ນສັນຍາໃນການສະໜັບສະໜູນການເຕີບໂຕຂອງຜູ້ປະກອບການລາວຜ່ານໂຄງການ SUSU ແລະ ສົ່ງເສີມການສ້າງມູນຄ່າທີ່ຍິ່ງໃຫຍ່ກວ່າເກົ່າໃຫ້ແກ່ສັງຄົມລາວ. ງານດັ່ງກ່າວໄດ້ຮັບການສະໜັບສະໜູນຫຼັກໂດຍ ທະນາຄານ ມາຣູຮານ ເຈແປນ ລາວ, ບໍລິສັດ Techsauce ແລະ ບໍລິສັດ ລາວໂທລະຄົມ.

#LJISUSUScaleUp#LJI #LJISUSU#Scaleup#Entrepreneurship#Startups#SMEs#LJISUSUBatch3FinalPitch#JICA # JICA Laos office #Investment

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ