ກິດຈະກຳເຮັດ ແລະ ຊີມເຂົ້າປັ້ນຍີ່ປຸ່ນ (ໂອນິກິລິ)

ສູນລາວ-ຍີ່ປຸ່ນ (LJI) ແລະ OJIEC ຂໍເຊີນຊວນທຸກທ່ານເຂົ້າຮ່ວມກິດຈະກຳເຮັດ ແລະ ຊີມເຂົ້າປັ້ນຍີ່ປຸ່ນ (ໂອນິກິລິ) ຢ່າງມ່ວນຊື່ນ!

ນັກສຶກສາຈາກປະເທດຍີ່ປຸ່ນ 2 ທ່ານ ຈະມາແນະນຳກ່ຽວກັບປະຫວັດຄວາມເປັນມາ ແລະ ວິທີການເຮັດເຂົ້າປັ້ນຍີ່ປຸ່ນ. ຫຼັງຈາກທີ່ທຸກຄົນໄດ້ຮ່ວມກັນເຮັດເຂົ້າປັ້ນແລ້ວ, ເຮົາມາຮ່ວມຊີມເຂົ້າປັ້ນທີ່ເຮັດດ້ວຍຕົນເອງຢ່າງແຊບຊ້ອຍ ພ້ອມກັບຊຸບມີໂຊະ ແລະ ຊາຍີ່ປຸ່ນນຳກັນ♪

ນອກຈາກນີ້, ທາງ OJIEC ກໍຈະມີການແນະນຳກ່ຽວກັບການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນຕື່ມອີກ. ບໍ່ວ່າຈະເປັນຜູ້ທີ່ສົນໃຈກ່ຽວກັບປະເທດຍີ່ປຸ່ນ ຫຼື ທ່ານໃດກໍຕາມ ແມ່ນສາມາດເຂົ້າຮ່ວມໄດ້ທຸກຄົນ. ຂໍເຊີນຊວນເຂົ້າຮ່ວມໄດ້ຢ່າງສະບາຍ!

  • ວັນທີ ແລະ ເວລາ: ວັນພຸດ, ທີ 12 ສິງຫາ 2026, ເວລາ 11:30 – 13:30
  • ສະຖານທີ່: ສູນລາວ-ຍີ່ປຸ່ນ (LJI)
  • ຄ່າເຂົ້າຮ່ວມ: 35,000 ກີບ
  • ລົງທະບຽນ ແລະ ສອບຖາມຂໍ້ມູນ: ອາຈານ ພິດສະໄໝ (020 58082239)

ພວກເຂົາເຈົ້າກຳລັງຖໍ້າທຸກທ່ານເຂົ້າຮ່ວມກິດຈະກຳຢູ່ນະ!

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ