- ຫ້ອງສະໝຸດຂອງ LJI ຈະເປິດທຸກມື້ແຕ່ຕັ້ງເວລາ 8:30-12:00 ແລະ 1:30-4:00.
- ພາຍໃນຫ້ອງສະໝຸດທ່ານສາມາດອ່ານປື້ມໄດ້ທຸກຫົວບໍ່ວ່າຈະເປັນ: ປື້ມກະຕູນ, ປື້ມສຳລັບຮຽນພາສາຍີ່ປຸ່ນ, ປື້ມປະຫວັດສາດ, ປື້ມແນະນຳສະຖານທີ່ທ່ຽວທ່ອງປະເທດລາວ ແລະ ປະເທດຍີ່ປຸ່ນ !!
- ທຸກໆເດືອນຫ້ອງສະໝຸດ LJI ຈະມີກິດຈະກຳອ່ານປື້ມພາສາຍີ່ປຸ່ນ ຊື່ວ່າ “KADOKU” ກິດຈະກຳນີ້ຈະເປັນການອ່ານປື້ມພາສາຍີ່ປຸ່ນ ໂດຍແບ່ງ Level ຄວາມຍາກ-ງ່າຍຂອງປື້ມຕາມລຳດັບ.
- ກໍລະນີທີ່ຢາກຢືມປື້ມໄປອ່ານ ທ່ານສາມາດຢືມໄດ້ ໂດຍຕ້ອງເປັນສະມາຊິກ ແລະ ປະກອບເອກະສານສຳລັບການຢືມປື້ມ.



ຊື່ປື້ມ: まんぷく東京 (Manpuku Tokyo)
- ພາສາຍີ່ປຸ່ນມີ 2 ເຫຼັ້ມ: ໂຕກຽວ ແລະ ໂອຊາກ້າ
- ເປັນຫນັງສືກາຕູນທີ່ຖ່າຍທອດເລື່ອງລາວ ອາຫານປະຈຳທ້ອງຖິ່ນທົ່ວໂຕກຽວ. ບໍ່ວ່າເປັນ Ramen, oden ຫລື ຂະນົມຫວານ. ເປັນຫນັງສືທີ່ເຫມາະສຳລັບຄົນທີ່ມັກວັດທະນະທຳອາຫານຍີ່ປຸ່ນ ແລະ ແນະນຳຮ້ານອາຫານສຳລັບຄົນທີ່ມາທ່ຽວໂຕກຽວ.

ຊື່ປື້ມ: ことりっぷ東京 (co-Trip Tokyo)
- ສຳລັບ ປື້ມ co-Trip ຈະເກືອບຄົບທຸກແຂວງຂອງຍີ່ປຸ່ນ
- ປຶ້ມຄູ່ມືການທ່ອງທ່ຽວແບບ Minimal ຂອງປະເຫດຍີ່ປຸ່ນ, co-Trip ອອກແບບມາສຳລັບຜູ້ທີ່ມັກການເດີນທາງ Slow life ເນັ້ນແນະນຳຮ້ານກາເຟ, ຮ້ານອາຫານທ້ອງຖິ່ນ, ຈຸດຊົມວິວ, ຮ້ານຂາຍເຄື່ອງຫັດຖະກຳ, ແລະເສັ້ນທາງຍ່າງທີ່ໜ້າສົນໃຈໃນໂຕກຽວ, ລວມທັງຍ່ານນິຍົມເຊັ່ນ: ຊິບູຢາ, ຊິນຈູກຸ, ແລະ ອາຊາກຸສະ. ເໝາະສຳລັບໃຊ້ວາງແຜນການທ່ອງທ່ຽວພາຍໃນເມືອງ.

ຊື່ປື້ມ: 旅の指さし会話帳
- ຫນັງສືແນະນຳບົດສົນທະນາ, ຄຳສັບພາສາລາວສຳລັບຄົນຍີ່ປຸ່ນທີ່ກຳລັງພາສາລາວຢູ່ ໂດຍມີຄຳອ່ານພາສາຍີ່ປູ່ນ ແລະ ຮູບພາບຂອງຄຳສັບ.

ຊື່ປື້ມ:【推しの子】 (Oshi no Ko)
- ພາສາຍິ່ປຸ່ນມີ: 14 ເຫຼັ້ມ ເລື່ອງຫຍໍ້:
- ເລື່ອງຫຍໍ້ເລື່ອງນລາວມຸມມືດຂອງອຸດສາຫະກຳບັນເທີງຍີ່ປຸ່ນ ເມື່ອນາຍຫມໍທີ່ເປັນແຟນຄັບຂອງ Idol ທີ່ມີຊື່ສຽງ Hoshino Ai ໄດ້ເສຍຊີວິດລົງ ແລ້ວໄດ້ກັບມາເກີດໃຫມ່ເປັນລູກຂອງ Idol ທີ່ໂຕເອງມັກ. ແຕ່ຕ້ອງໄດ້ພົບກັບເຫດການບໍ່ຄາດຄິດຈື່ງນຳໄປສູ່ການແກ້ແຄ້ນ ແລະ ຕ້ອງພົບກັບຄວາມຈິງທີ່ຮັບບໍ່ໄດ້.

ຊື່ປື້ມ: 魔女の宅急便 (Kiki’s Delivery Service)
- ພາສາຍີ່ປຸ່ນມີ: 6 ເຫຼັ້ມ
- ເລື່ອງຫຍໍ້ : ເລື່ອງລາວຂອງ Kiki ແມ່ມົດຝືກຫັດ ທີ່ຕ້ອງອອກເດີນທາງໄປໃຊ້ຊີວິດດ້ວຍຕົວເອງໃນເມືອງ ພ້ອມກັບ Jiji ສະຫາຍແມວດຳ. ໂດຍລາວໄດ້ເປິດທຸລະກິດບໍລິການຮັບສົ່ງເຄື່ອງດ້ວຍໄມ້ກວດບິນໄດ້? ເພື່ອຮຽນຮູ້ການພືງພາຕົນເອງ ແລະ ຮຽນຮູ້ການເປັນຜູ້ໃຫຍ່.

ຊື່ປື້ມ: Demon Slayer: Kimetsu no Yaiba
- ພາສາຍີ່ປຸ້ນມີ: 23 ເຫຼັ້ມ
- ພາສາໄທມີ : 22 ເຫຼັ້ມ
ເລື່ອງຫຍໍ້: ໃນຍຸກໄທໂຊ (Taisho) ເລື່ອງລາວຂອງTanjiro ເດັກຫນຸ່ມທີ່ມີຈິດໃຈອ່ອນໂອນ ຕ້ອງພົບກັບເຫດການສູດເສຍຄັ້ງໃຫຍ່ ທີ່ຄອບຄົວຖືກ ອະສູດ ຂ່າ ແລະ ນ້ອງສາວທີ່ເຫຼືອຢູ່ພຽງຄົນດຽວກໍໄດ້ກາຍເປັນ ອະສູດ ລາວຈື່ງຕັດສິນໃຈຝືກຝົນເປັນນັກລ່າອະສູດ ເພື່ອຫາວິທີຮັກສານ້ອງສາວຂອງລາວ.

ຊື່ປື້ມ: Haikyu!!
- ພາສາຍີ່ປຸ່ນມີ: 45 ເຫຼັ້ມ.
- ເລື່ອງຫຍໍ້: ເລື່ອງລາວຂອງ Hinata Shoyo ແລະ Kageyama Tobio ທີ່ເຄີຍເປັນຄູ່ແຂ່ງ volleyball ໃນຊ່ວງ ມໍຕົ້ນ. ຫລັງຂື້ນ ມໍປາຍ ພວກເຂົາໄດ້ພົບກັນອີກຄັ້ງຢູ່ໂຮງຮຽນ Karasuno. ຈາກຄູ່ແຂ່ງທີ່ເຄີຍສັນຍາກັບໂຕເອງວ່າຈະຕ້ອງຊະນະອີກຝ່າຍໃຫ້ໄດ້ ປ່ຽນເປັນ ຄູ່ຫູ volleyball ສຸດໂຫດ? ທີ່ຈະສູ້ໄປດ້ວຍກັນເພື່ອໄປລະດັບປະເທດ.

