ການລົງທະບຽນສອບເສັງ JLPT ໃນເດືອນທັນວາ 2026

The current image has no alternative text. The file name is: JOPT-2026.jpg

ສະບາຍດີທຸກໆທ່ານ! ການລົງທະບຽນສອບເສັງວັດລະດັບຄວາມຮູ້ພາສາຍີ່ປຸ່ນ (JLPT) ໃນເດືອນທັນວາ 2026 ໄດ້ເປີດຮັບແລ້ວ! ຖ້າທ່ານມີແຜນທີ່ຈະເຂົ້າຮ່ວມການສອບເສັງ, ກະລຸນາລົງທະບຽນໃຫ້ໄວທີ່ສຸດ.

ວັນທີສອບເສັງ ວັນອາທິດ, ວັນທີ 6 ເດືອນທັນວາ 2026

  • N1 ເຖິງ N2: ເລີ່ມເວລາ 11:30 ໂມງ
  • N3 ເຖິງ N5: ເລີ່ມເວລາ 13:00 ໂມງ (1 ໂມງແລງ)
  • ກະລຸນາມາຮອດສະຖານທີ່ສອບເສັງຢ່າງນ້ອຍ 1 ຊົ່ວໂມງ ກ່ອນເວລາເລີ່ມສອບເສັງ.

ໄລຍະເວລາຮັບລົງທະບຽນ ວັນທີ 13 ກໍລະກົດ ເຖິງ ວັນທີ 31 ສິງຫາ 2026 ວັນຈັນ ເຖິງ ວັນສຸກ, ເວລາ 9:00 ໂມງ ເຖິງ 16:00 ໂມງ

  • ໝາຍເຫດ: ແຕ່ລະລະດັບສອບເສັງມີຈຳນວນບ່ອນນັ່ງຈຳກັດ.

ສະຖານທີ່ສອບເສັງ ສະຖາບັນ ລາວ-ຍີ່ປຸ່ນ (LJI)

ຂັ້ນຕອນການສະໝັກ

  1. ຊື້ຟອມໃບສະໝັກຢູ່ ສະຖາບັນ ລາວ-ຍີ່ປຸ່ນ (20,000 ກີບ).
  2. ຕື່ມຂໍ້ມູນໃສ່ຟອມໃບສະໝັກໃຫ້ຄົບຖ້ວນ.
  3. ຍື່ນຟອມໃບສະໝັກທີ່ຕື່ມຂໍ້ມູນແລ້ວ.

ເອກະສານທີ່ຕ້ອງປະກອບ

  • ຣູບຖ່າຍຂະໜາດ 3 × 4 ຊມ ຈຳນວນ 2 ໃບ

ຄ່າທຳນຽມການສອບເສັງ

  • N1, N2, N3: 350,000 ກີບ
  • N4, N5: 300,000 ກີບ

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ