
ສູນລາວ-ຍີ່ປຸ່ນ (LJI) ໄດ້ຮັບການຕົກແຕ່ງຕ້ອນຮັບເທດສະການ Tanabata)
ໄມ້ໄຜທີ່ໃຊ້ແມ່ນຕັດມາຈາກໄມ້ໄຜ່ທີ່ປູກຢູ່ໃນສະຖານທີ່ LJI. ໃນແຕ່ລະປີ, ທາງ LJI ຈະນຳໄມ້ໄຜ່ທີ່ປູກໃຊ້ສຳລັບງານບຸນທານາບາຕະ.


ເທດສະການທານາບາຕະ (Tanabata) ແມ່ນປະເພນີດັ້ງເດີມຂອງຍີ່ປຸ່ນ ທີ່ຈັດຂຶ້ນໃນວັນທີ 7 ກໍລະກົດ ຂອງທຸກໆປີ. ເຊິ່ງມີຕົ້ນກຳເນີດມາຈາກຕຳນານເລື່ອງລາວຂອງ ເຈົ້າຫຍິງ Orihime ແລະ ຊາຍລ້ຽງງົວຮິໂກະໂບຊິ Hikoboshi ທີ່ຖືກແຍກໃຫ້ຢູ່ຫ່າງກັນໂດຍທາງຊ້າງເຜືອກ ແລະ ຈະສາມາດມາພົບກັນໄດ້ພຽງປີລະ 1 ຄັ້ງເທົ່ານັ້ນ.
ຢູ່ປະເທດຍີ່ປຸ່ນ ມີປະເພນີໃນການຂຽນຄຳອະທິຖານລົງບົນເຈ້ຍແຜ່ນນ້ອຍ (Tanzaku) ແລ້ວນຳໄປຫ້ອຍຕົບແຕ່ງໄວ້ທີ່ກິ່ງໄຜ່. ໂດຍແຕ່ລະຄົນຈະຂຽນຄວາມຮູ້ສຶກ ແລະ ຄວາມປາດຖະໜາຂອງຕົນເອງ ເຊັ່ນ: ຄວາມຝັນ, ເປົ້າໝາຍ, ຫຼື ຄວາມສຸກຂອງຄອບຄົວ ແລະ ໝູ່ເພື່ອນ.
ທາງສູນ LJI ໄດ້ເປີດໂອກາດໃຫ້ທຸກໆທ່ານທີ່ເຂົ້າມາຢ້ຽມຢາມ ໄດ້ຮ່ວມຂຽນຄຳອະທິຖານຕາມໃຈມັກ ເຮັດໃຫ້ເກີດເປັນຈຸດໄວ້ຕົບແຕ່ງທານາບາຕະທີ່ຫຼາກຫຼາຍສີສັນ ແລະ ສວຍງາມ. ໃນນັ້ນ, ມີບາງທ່ານໄດ້ຂຽນຄຳອະທິຖານເປັນພາສາຢີ່ປຸ່ນ ເຊັ່ນ: “日本に行けますように” (ຂໍໃຫ້ໄດ້ໄປປະເທດຍີ່ປຸ່ນ). ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມໄດ້ພັບເຈ້ຍ (Origami) ຕົບແຕ່ງສີສັນ ເຮັດໃຫ້ກິ່ງໄຜ່ມີຄວາມໂດດເດັ່ນ ແລະ ມີຊີວິດຊີວາຍິ່ງຂຶ້ນ.





ສູນ LJI ຈະຍັງຄົງສືບຕໍ່ເຜີຍແຜ່ສະເໜ່ຂອງວັດທະນະທຳຍີ່ປຸ່ນ ໂດຍຜ່ານການຈັດກິດຈະກຳແນະນຳວັດທະນະທຳປະເພນີ ແລະ ເທດສະການຕາມລະດູກາລຂອງຍີ່ປຸ່ນຢ່າງຕໍ່ເນື່ອງ.
ຂໍຂອບໃຈທຸກໆທ່ານທີ່ໄດ້ໃຫ້ຄວາມສົນໃຈ ແລະ ເຂົ້າມາຮ່ວມກິດຈະກຳນຳກັນ. ຂໍໃຫ້ຄຳອະທິຖານຂອງທຸກໆທ່ານກາຍເປັນຈິງ!

