
ສະຖາບັນພັດທະນາຊັບພະຍາກອນມະນຸດລາວ–ຍີ່ປຸ່ນ (LJI) ໄດ້ສະເຫຼີມສະຫລອງຄົບຮອບ 25 ປີ ໃນປີນີ້ ໂດຍເປັນໄລຍະເວລາ 1 ໄຕມາດສະຕະວັດ ຂອງການສ້າງສັນ ແລະ ສົ່ງເສີມການພັດທະນາຄົນ ແລະ ຄວາມສາມາດດ້ານທຸລະກິດໃນ ສປປ ລາວ
ພິທີສະເຫຼີມສະຫລອງໄດ້ຈັດຂຶ້ນໃນວັນທີ 28 ເມສາ 2026 ທີ່ສະຖາບັນ ພາຍໃນມະຫາວິທະຍາໄລແຫ່ງຊາດລາວ ໂດຍມີ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ TASAKA Takuro ອຸປະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ນາງ MIYAZAKI Katsura ຮອງປະທານອາວຸໂສ JICA ພ້ອມດ້ວຍພາກສ່ວນຮ່ວມມືຈາກທັງສອງປະເທດ.
ງານນີ້ມີຜູ້ແທນຈາກຝ່າຍລາວ ເຊັ່ນ ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະມາຄົມນັກຮຽນລາວຈາກຍີ່ປຸ່ນ, Keiei-Juku Laos ແລະ ກຸ່ມສິດເກົ່າ MBA ພ້ອມກັບຝ່າຍຍີ່ປຸ່ນ ເຊັ່ນ Japan Foundation, JETRO, ຫໍການຄ້າຍີ່ປຸ່ນໃນລາວ ແລະ ພາກສ່ວນອື່ນໆ
LJI ເປັນໂຄງການຊ່ວຍເຫຼືອພັດທະນາທາງການ (ODA) ຂອງຍີ່ປຸ່ນ ໂດຍມີການສະໜັບສະໜູນຢ່າງຕໍ່ເນື່ອງ ທັງການກໍ່ສ້າງ ແລະ ການຮ່ວມມືທາງເຕັກນິກ ມູນຄ່າປະມານ 3.9 ຕື້ເຢນ (ປະມານ 26 ລ້ານໂດລາ) ໃນໄລຍະ 25 ປີ
LJI ຖືກສ້າງຂຶ້ນໃນຊ່ວງທີ່ລາວມີຄວາມຕ້ອງການຮີບດ່ວນໃນການພັດທະນາຄົນດ້ານທຸລະກິດ ແລະ ສ້າງວຽກເຮັດງານທໍາ ຕະຫຼອດ 25 ປີ ຜ່ານມາ ສະຖາບັນໄດ້ເຕີບໂຕເປັນສູນກາງສ້າງນັກບໍລິຫານ ນັກທຸລະກິດ ແລະ ຜູ້ນຳ ພ້ອມທັງສົ່ງເສີມຄວາມເຂົ້າໃຈລາວ–ຍີ່ປຸ່ນ
ຜ່ານການຮ່ວມມືກັບ JICA ສະຖາບັນໄດ້ຈັດຫຼາຍໂຄງການດ້ານການບໍລິຫານ ແລະ ພັດທະນາຜູ້ນຳ ອີງຕາມແນວຄິດຍີ່ປຸ່ນ ມີນັກຊ່ຽວຊານຍີ່ປຸ່ນກວ່າ 200 ຄົນ ມາປະຈຳລາວ ແລະ ນັກວິຊາຊີບລາວກວ່າ 250 ຄົນ ໄດ້ໄປຝຶກອົບຮົມທີ່ຍີ່ປຸ່ນ ຜູ້ເຂົ້າຮຽນລວມກວ່າ 20,000 ຄົນ ແລະ ຄວາມພໍໃຈເກີນ 90%
ການຮ່ວມມືກັບ Japan Foundation ຕັ້ງແຕ່ປີ 2012 ຊ່ວຍພັດທະນາການຮຽນພາສາຍີ່ປຸ່ນ ສ້າງທັກສະການສື່ສານ ແລະ ການແລກປ່ຽນປະຊາຊົນ
LJI ຍັງຮ່ວມມືກັບ JETRO ວຽງຈັນ ເພື່ອຈັດກິດຈະກຳເຊື່ອມໂຍງທຸລະກິດ ແລະ ຊ່ວຍບໍລິສັດລາວຂະຫຍາຍຕະຫຼາດ
ໂຄງການສຳຄັນປັດຈຸບັນ ປະກອບມີ MBA ສຳລັບຜູ້ເຮັດວຽກ, ໂຄງການ Keiei-Juku ສຳລັບຜູ້ນຳ ແລະ ໂຄງການສົ່ງເສີມ Startup ເຄືອຂ່າຍສິດເກົ່າກວ່າ 500 ຄົນ
ໃນຂະນະທີ່ລາວກຳລັງກ້າວອອກຈາກປະເທດດ້ອຍພັດທະນາ ການພັດທະນາຄົນ ແລະ ຂີດຄວາມສາມາດອຸດສາຫະກຳ ມີຄວາມສຳຄັນຫຼາຍຂຶ້ນ LJI ຈະສືບຕໍ່ມີບົດບາດສຳຄັນ ໃນການຂັບເຄື່ອນເສດຖະກິດ ແລະ ເປັນຂົວເຊື່ອມຄວາມໄວ້ວາງໃຈ ລະຫວ່າງ ລາວ–ຍີ່ປຸ່ນ ![]()
![]()

