



ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ຮ່ວມກັບ ສູນຂໍ້ມູນການສຶກສາຕໍ່ປະເທດຍີ່ປຸ່ນ ມະຫາວິທະຍາໄລໂອຄາຍາມາ (OJEIC) ໄດ້ຈັດກິດຈະກຳ “ໂອນິກິຣິ ແລະ ຮຽນຮູ້ກ່ຽວກັບການສືກສາຕໍ່ປະເທດຍີ່ປຸ່ນ”ຂຶ້ນ.
ໃນມື້ນັ້ນ, ນັກສຶກສາຝຶກງານຂອງ LJI ໄດ້ແນະນຳກ່ຽວກັບ “ໂອນິກິຣິ” ເຊິ່ງເປັນໜຶ່ງໃນວັດທະນະທຳອາຫານດັ້ງເດີມຂອງຍີ່ປຸ່ນ ແລະ ຍັງຄົງເປັນທີ່ນິຍົມຢ່າງກວ້າງຂວາງໃນປະຈຸບັນ. ໂດຍໄດ້ອະທິບາຍເຖິງປະວັດຄວາມເປັນມາວ່າ ໄດ້ຮັບຄວາມນິຍົມໃນຍີ່ປຸ່ນແນວໃດຕັ້ງແຕ່ສະໄໝບູຮານຈົນເຖິງປະຈຸບັນ, ພ້ອມທັງແນະນຳປະເພດ, ໄສ້ເຂົ້າປັ້ນ ແລະ ວິທີເຮັດໃນຮູບແບບຕ່າງໆ.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮ່ວມມ່ວນຊື່ນກັບການທົດລອງເຮັດໂອນິກິຣິດ້ວຍຕົນເອງ, ພ້ອມທັງໄດ້ລິ້ມລອງຊຸບມີໂຊະ ແລະ ຊາຍີ່ປຸ່ນໄປພ້ອມກັນ. ເປັນຊ່ວງເວລາທີ່ທຸກຄົນໄດ້ສຳຜັດກັບວັດທະນະທຳອາຫານຍີ່ປຸ່ນຢ່າງມ່ວນຊື່ນ ແລະ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັນ.
ນອກຈາກນີ້, ທາງ OJEIC ຍັງໄດ້ໃຫ້ຂໍ້ມູນກ່ຽວກັບການສຶກສາຕໍ່ໃນວິທະຍາໄລວິຊາຊີບດ້ານອາຫານຢູ່ປະເທດຍີ່ປຸ່ນອີກດ້ວຍ.
ໃນມື້ນັ້ນ ມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ, ເຊິ່ງທຸກຄົນໄດ້ມ່ວນຊື່ນໄປກັບການແລກປ່ຽນວັດທະນະທຳ ແລະ ເພີ່ມພູນຄວາມສົນໃຈກ່ຽວກັບປະເທດຍີ່ປຸ່ນໃຫ້ເລິກເຊິ່ງຍິ່ງຂຶ້ນ.
ສະຖາບັນ LJI ຈະຍັງຄົງມຸ່ງມັ່ນເຜີຍແຜ່ວັດທະນະທຳຍີ່ປຸ່ນ ແລະ ສົ່ງເສີມການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໃນປະເທດລາວຕໍ່ໄປ.










