ງານອະທິບາຍກ່ຽວກັບການສຶກສາຕໍ່ຢູ່ປະເທດຍີ່ປຸ່ນ (Information Session on Studying in Japan) ຂຶ້ນທີ່ ສູນລາວ-ຍີ່ປຸ່ນ (LJI)

ໃນວັນທີ 8 ພຶດສະພາ 2026, ຢູ່ທີ່ ສູນລາວ-ຍີ່ປຸ່ນ (LJI) ໄດ້ມີການຈັດ “ງານອະທິບາຍກ່ຽວກັບການສຶກສາຕໍ່ຢູ່ປະເທດຍີ່ປຸ່ນ (Information Session on Studying in Japan)” ເຊິ່ງຈັດໂດຍ ສະຖານທູດຍີ່ປຸ່ນ ປະຈຳ ລາວ ພາຍໃຕ້ການຮ່ວມມືກັບ LJI ແລະ OJEIC.

ໃນງານດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກວ່າ 120 ທ່ານ ເຊິ່ງປະກອບມີ ຕົວແທນຈາກໂຮງຮຽນມັດທະຍົມ, ມະຫາວິທະຍາໄລ ແລະ ມວນຊົນທົ່ວໄປ. ພາຍໃນງານໄດ້ມີການອະທິບາຍກ່ຽວກັບການສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ແລະ ທຶນການສຶກສາຈາກລັດຖະບານຍີ່ປຸ່ນ (MEXT). ຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈຟັງຢ່າງຕັ້ງໃຈ, ທັງຍັງມີການຖາມ-ຕອບຢ່າງຟົດຟື້ນ ເຊິ່ງສະແດງໃຫ້ເຫັນເຖິງຄວາມສົນໃຈຢ່າງຫຼວງຫຼາຍຕໍ່ການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ.

ນອກຈາກນີ້, ຍັງໄດ້ມີການຈັດກິດຈະກຳຖາມ-ຕອບຄຳຖາມກ່ຽວກັບປະເທດຍີ່ປຸ່ນ ເຊິ່ງໄດ້ສ້າງບັນຍາກາດຄວາມມ່ວນຊື່ນ ແລະ ເຕັມໄປດ້ວຍຮອຍຍິ້ມ.

ງານໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ. ດຣ. ພູເພັດ ໄກ່ພິລາວົງ (Prof. Dr. Phouphet KYOPHILAVONG) ແລະ ທ່ານ ດຣ. ພອນແກ້ວ ຈັນທະມາລີ (Dr. Phonekeo CHANTHAMALY), ຫົວໜ້າສູນລາວ-ຍີ່ປຸ່ນ. ເຊິ່ງທັງສອງທ່ານ ລ້ວນແຕ່ແມ່ນອະດີດນັກຮຽນທຶນ MEXT. ໃນນັ້ນ ທ່ານ ດຣ. ພອນແກ້ວ ຍັງໄດ້ແບ່ງປັນປະສົບການຕົວຈິງ ພ້ອມທັງສົ່ງມອບຄຳອວຍພອນ ແລະ ກຳລັງໃຈອັນອົບອຸ່ນໃຫ້ກັບຜູ້ເຂົ້າຮ່ວມທຸກໆທ່ານ.

ສູນລາວ-ຍີ່ປຸ່ນ (LJI) ຈະຍັງຄົງສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ແລະ ສົ່ງເສີມການແລກປ່ຽນ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຍີ່ປຸ່ນ ຢ່າງຕໍ່ເນື່ອງ.

【English… – Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ | Facebook

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ