ແນະນຳນັກສຶກສາຝຶກງານຈາກມະຫາວິທະຍາໄລ Kwansei Gakuin

ສະບາຍດີ! ຂ້ອຍຊື່ວ່າ KANAHARA Mira, ເປັນນັກສຶກສາປີທີ 3 ຈາກຄະນະນິຕິສາດ ມະຫາວິທະຍາໄລ Kwansei Gakuin, ໄດ້ມາຝຶກງານຢູ່ ສູນລາວ-ຢີ່ປຸ່ນ (LJI) ຕັ້ງແຕ່ເດືອນເມສາທີ່ຜ່ານມາ.

ຂ້ອຍໄດ້ປະຈຳຢູ່ ພະແນກບໍລິຫານ-ຈັດຜັງ. ຂ້ອຍມີຮັບຫນ້າທີ່ປັບປຸງເວັບໄຊຂອງ LJI, ການພັດທະນານະວັດຕະກຳສຳລັບຫ້ອງສະໝຸດ, ການສ້າງໂພສໃນ Facebook ແລະ ການວາງແຜນຈັດກິດຈະກຳແລກປ່ຽນວັດທະນະທຳ.

ຂ້ອຍຮູ້ສຶກຂອບໃຈເປັນຢ່າງຍິ່ງ ທີ່ທຸກໆທ່ານໃນ LJI ລວມທັງປະຊາຊົນລາວທຸກຄົນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ເລື່ອນຂຶ້ນເທິງ