ພິທີບາສີສູ່ຂວັນ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງຂອງ ທ່ານ Yoshiharu YONEYAMA, ຫົວໜ້າທີ່ປຶກສາ (Chief Advisor)

ໃນວັນພຸດ, ວັນທີ 26 ສິງຫາ 2026, ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງຂອງ ທ່ານ Yoshiharu Yoneyama, ຜູ້ຊ່ຽວຊານ JICA ແລະ ຫົວໜ້າທີ່ປຶກສາ (Chief Advisor), ໄດ້ມີການຈັດພິທີບາສີສູ່ຂວັນຂຶ້ນ ເພື່ອສະແດງຄວາມຂອບໃຈຕໍ່ການປະກອບສ່ວນຢ່າງຫຼວງຫຼາຍຂອງທ່ານທີ່ມີໃຫ້ກັບ LJI ໃນໄລຍະຜ່ານມາ.

ທ່ານ Yoneyama ໄດ້ດຳລົງຕຳແໜ່ງເປັນ ຫົວໜ້າທີ່ປຶກສາ ຢູ່ LJI ແລະ ເປັນຜູ້ນຳພາ “ໂຄງການພັດທະນາບຸກຄະລາກອນທາງທຸລະກິດ ແລະ ເສີມສ້າງເຄືອຂ່າຍ ສູນລາວ-ຍີ່ປຸ່ນ” ຂອງ JICA. ທ່ານໄດ້ມີສ່ວນຮ່ວມຢ່າງຫລວງຫລາຍໃນການພັດທະນາບຸກຄະລາກອນທາງທຸລະກິດຂອງປະເທດລາວ ແລະ ການສ້າງເຄືອຂ່າຍລະຫວ່າງບໍລິສັດຍີ່ປຸ່ນ ແລະ ລາວ ຜ່ານຫຼັກສູດ MBA, Keiei Juku, ແລະ ໂຄງການສົ່ງເສີມຜູ້ປະກອບການ “LJI SUSU”.

ຜົນງານຂອງທ່ານ ບໍ່ໄດ້ຈຳກັດຢູ່ພຽງແຕ່ໃນຂອບໂຄງການເທົ່ານັ້ນ, ແຕ່ທ່ານຍັງໄດ້ໃຫ້ຄຳແນະນຳຢ່າງໃກ້ຊິດ ແລະ ການຊ່ວຍເຫຼືອຢ່າງອົບອຸ່ນ ໂດຍອີງໃສ່ປະສົບການຂອງທ່ານ ໃຫ້ກັບນັກສຶກສາຝຶກງານຢູ່ LJI ຕະຫຼອດຮອດອາສາສະໝັກຕ່າງປະເທດ JICA ທີ່ປະຕິບັດງານຢູ່ປະເທດລາວ.

ພາຍໃນມື້ນັ້ນພະນັກງານ ແລະ ແຂກທີ່ໄດ້ຮັບເຊີນຈາກ LJI ໄດ້ມາໂຮມຕົວກັນ ເພື່ອທົບທວນຄືນຜົນງານຂອງ ທ່ານ ໂຍເນຢາມະ ພ້ອມທັງກ່າວຄຳຂອບໃຈ. ໃນພິທີບາສີສູ່ຂວັນ, ຜູ້ເຂົ້າຮ່ວມແຕ່ລະຄົນໄດ້ຜູກແຂນດ້ວຍຝ້າຍສີຂາວໃຫ້ ທ່ານ ໂຍເນຢາມະ ເພື່ອອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດຮອບດ້ານ ຂຶ້ນເລື່ອຍໆໃນອະນາຄົດ.

ທ່ານ Yoshiharu Yoneyama, ຂອບໃຈຢ່າງຍິ່ງທີ່ໄດ້ທຸ້ມເທເຫື່ອແຮງ ເພື່ອການພັດທະນາ LJI ຕະຫຼອດມາ. ພວກ ເຮົາຊາວ LJI ທຸກຄົນ ຂໍອວຍພອນໃຫ້ທ່ານປະສົບຜົນສໍາເລັດຍິ່ງໆ ຂຶ້ນໃນອະນາຄົດ.

ທ່ານ Yoshiharu Yoneyama, ຂອບໃຈຫຼາຍໆ!

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ