ຫຼັກສູດພິເສດການຄຸ້ມຄອງພູມສັນຖານ ຄັ້ງທີ 2 ເຊິ່ງໄດ້ຈັດຕັ້ງປະຕິບັດໂດຍບໍລິສັດ Takeuchi Teien ຈຳກັດ, ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ (NUOL) ແລະ LJI, ໂດຍນຳໃຊ້ໂຄງການຮ່ວມມືລະຫວ່າງອຸດສາຫະກຳ-ວິຊາການຂອງ AOTS ໄດ້ສິ້ນສຸດລົງແລ້ວ. ພິທີປິດການຝຶກອົບຮົມທີ່ຈັດຂຶ້ນໃນວັນທີ 9 ກໍລະກົດ ໂດຍມີທ່ານດຣ. ອຸ່ນລາ ສີວັນເພັງ, ຮອງອະທິການບໍດີ NUOL ແລະ ທ່ານ Noriyuki TAKEUCHI, ຜູ້ອຳນວຍການໃຫຍ່ຂອງບໍລິສັດ Takeuchi Teien ຈຳກັດ, ພ້ອມດ້ວຍນັກສຶກສາ ແລະ ຄູອາຈານຈາກຄະນະສະຖາປັດຕະຍະກຳ ແລະ ປ່າໄມ້ ຂອງ NUOL ເຂົ້າຮ່ວມ.
ໃນໂຄງການນີ້, ຫຼັງຈາກການບັນຍາຍກ່ຽວກັບການເຮັດສວນໂດຍທ່ານ Takeuchi, ນັກສຶກສາໄດ้ເຂົ້າຮ່ວມໃນການປະຕິບັດການອອກແບບໂດຍເນັ້ນໃສ່ບໍລິເວນເດີນທາງໃນຂອງຄະນະສະຖາປັດຕະຍະກໍາສາດ ແລະ LJI; ຫຼັງຈາກນັ້ນສວນໄດ້ຖືກສ້າງຂຶ້ນໂດຍອີງໃສ່ການອອກແບບຈາກນັກສຶກສາ. ສຳລັບເດີ່ນ LJI, ສວນໃໝ່ໄດ້ຖືກສ້າງຂຶ້ນ – ໄດ້ຮັບແຮງບັນດານໃຈຈາກພູເຂົາຟູຈິ ແລະ ແມ່ນໍ້າຂອງ – ຕໍ່ຈາກສວນຍີ່ປຸ່ນທີ່ໄດ້ເຮັດທາງເຂົ້າໃນປີກາຍນີ້.
ນອກຈາກນີ້, ໃນພິທີປິດ, ນັກສຶກສາສາມຄົນໄດ້ຖືກປະກາດໃຫ້ເປັນຜູ້ສະໝັກຮັບເລືອກໃຫ້ໄປຝຶກງານຢູ່ປະເທດຍີ່ປຸ່ນ; ໂດຍພວກເຂົາມີກຳນົດຈະເລີ່ມຝຶກງານຢູ່ບໍລິສັດ Takeuchi Teien Co., Ltd. ໃນເດືອນກັນຍານີ້.
ກ່ຽວກັບນັກສຶກສາທີ່ໄດ້ເຂົ້າຮ່ວມໂຄງການຝຶກງານຢູ່ປະເທດຍີ່ປຸ່ນ ຫຼື ປະເທດລາວ ໃນປີກາຍນີ້, ສອງຄົນໄດ້ເຂົ້າເຮັດວຽກກັບບໍລິສັດຈັດສວນຂອງຍີ່ປຸ່ນ, ໃນຂະນະທີ່ອີກສອງຄົນໄດ້ຖືກຈ້າງງານໂດຍບໍລິສັດຍ່ອຍໃນທ້ອງຖິ່ນຂອງບໍລິສັດ Takeuchi Teien Co., Ltd. ໜຶ່ງໃນນັກສຶກສາທີ່ໄດ້ເຂົ້າຮ່ວມງານກັບບໍລິສັດ Takeuchi Teien Co., Ltd. ຢູ່ປະເທດຍີ່ປຸ່ນ ແມ່ນໄດ້ກ້າວໄປມີບົດບາດຢ່າງໂດດເດັ່ນໃນລະດັບສາກົນ, ເຊິ່ງລວມເຖິງການອອກແບບສວນສາທາລະນະຢູ່ເມືອງໂຮ່ຈີມິນ, ປະເທດຫວຽດນາມ.
ເມື່ອທ່ານມາຢ້ຽມຢາມ LJI, ກະລຸນາໃຊ້ໂອກາດນີ້ເພື່ອເພີດເພີນກັບສວນຍີ່ປຸ່ນທີ່ຫາກໍ່ສ້າງສຳເລັດໃໝ່ດ້ານໃນ, ພ້ອມກັບສວນຍີ່ປຸ່ນທີ່ສ້າງຂຶ້ນຢູ່ທາງເຂົ້າໃນປີກາຍນີ້.
ກ່ອນເຮັດ
ຫລັງເຮັດ
ກ່ອນເຮັດ
ຫລັງເຮັດ
ກ່ອນເຮັດ
ຫລັງເຮັດ

