ສໍາເລັດງານພົບປະເພື່ອສົ່ງເສີມການໄປສຶກສາຢູ່ປະເທດຍີ່ປຸ່ນ ປະຈໍາປີ 2025 (Study in Japan Fair 2025)

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດຮ່ວມກັບສະຖານທູດຍີ່ປຸ່ນປະຈຳລາວ ແລະ ອົງການໄຈກາ, ໂຄງການ Global Network Project to Promote Study in Japan(ASEAN Regional Office) in Vientiane Office ໄດ້ຈັດງານສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ໃນວັນທີ 15 ຕຸລາ 2025,
ຈຸດປະສົງຫຼັກຂອງການຈັດງານແມ່ນເພື່ອເປັນການແລກປ່ຽນບົດຮຽນ ລະຫວ່າງບັນດາ ມະຫາວິທະຍາໄລຍີ່ປຸ່ນ ແລະ ມະຫາວິທະຍາໄລແຫ່ງຊາດ ພ້ອມດຽວກັນນີ້ກໍເພື່ອແຈ້ງຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ອາຈານ ແລະ ນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ທີ່ປະເທດຍີ່ປຸ່ນ ໃຫ້ໄດ້ຮູ້ຂໍ້ມູນ ແລະ ເງື່ອນໄຂຕ່າງໆຂອງມະຫາວິທະຍາໄລໃນປະເທດຍີ່ປຸ່ນ ທີ່ສາມາດຮັບເອົານັກສຶກສາລາວເຂົ້າຮຽນໄດ້ ນອກຈາກນີ້, ກໍ່ໄດ້ແນະນຳທຶນການສຶກສາຈາກລັດຖະບານຍີ່ປຸ່່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນເພື່ອໃຫ້ ຄູ-ອາຈານ ແລະນັກສຶກສາ ກຽມຄວາມພ້ອມໃນການສະໝັກທຶນ. ໃນປີນີ້ໄດ້ຈັດຜ່ານ 2 ຮູບແບບ, ເຊິ່ງໜ້າ ແລະ ອອນລາຍ ເພື່ອໃຫ້ທຸກທ່ານໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ສາມາດສອບຖາມໄດ້ໃນໄລຍະການດຳເນີນງານ.
ຕົວແທນຈາກມະຫາວິທະຍາໄລຂອງຍີ່ປຸ່ນເຂົ້າຮ່ວມ, ເວລາດຳເນີນງານ 08:30-16:00 ການນຳສະເໜີຂອງແຕ່ລະມະຫາວິທະຍາໄລ ແລະແນະນຳທຶນການສຶກສາຈາກສະຖານທູດຍີ່ປຸ່ນປະຈຳລາວ, ອົງການ JASSO ແລະ ການແລກປ່ຽນບົດຮຽນຂອງອາດີດນັກສຶກສາທີ່ຮຽນຈົບຈາກປະເທດຍີ່ປຸ່ນ. ຕິດຕາມດ້ວຍການພົບປະຕາມຄວາມສະໝັກໃຈລະຫວ່າງນັກສຶກສາ, ຄູ, ອາຈານກັບຜູ້ຕາງໜ້າແຕ່ລະມະຫາວິທະຍາໄລ ໂດຍການຈັດວາງເປັນແຕ່ລະຈຸດໃນການພົບປະ.
ບັນດາແຂກສໍາຄັນທີ່ຈະເຂົ້າຮ່ວມມີຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ, ອົງການ JICA ປະຈໍາລາວ, ກົມກິດຈະການນັກສຶກສາ, ຂອງກະຊວງສຶກສາທິການ ແລະ ກິລາ, ຫ້ອງການ, ພະນັກງານ, ອາຈານ, ນັກສຶກສາຈາກຄະນະວິຊາຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເອກະຊົນຈຳນວນໜຶ່ງ. ມີພະນັກງານ, ຄູ, ອາຈານ ແລະນັກສຶກສາທີ່ເຊີນເຂົ້າຮ່ວມໃນພິທີມີປະມານ 200 ກວ່າຄົນ ຈາກມະຫາວິທະຍາໄລ ແລະ ມັດທະຍົມປາຍທັງພາກລັດ ແລະ ພາກເອກະຊົນ.
ງານດັ່ງກ່າວ, ນອກຈາກຈະເປັນປະໂຫຍດແກ່ມະຫາວິທະຍາໄລ, ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຂອງລາວ ແລະ ຍີ່ປຸ່ນໂດຍກົງແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີພ້ອມທັງການສ້າງເຄືອຂ່າຍໃນການຮ່ວມມືໃນອານາຄົດລະຫວ່າງອົງກອນຕ່າງໆທີ່ເຂົ້າຮ່ວມອີກດ້ວຍ.

