
ພິທີມອບ-ຮັບປຶ້ມອ່ານນອກເວລາ ຈາກສະໂມສອນໂຣຕາຣີ ຄາວາຊາກິ ໃຫ້ກັບ 4 ໂຮງຮຽນໃນນະຄອນຫຼວງວຽງຈັນ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະຖາບັນລາວ-ຍີ່ປຸ່ນ ໃນວັນທີ 12 ກຸມພາ 2026. ໂດຍມີແຂກກິຕິມະສັກຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນແມ່ນ ທ່ານ ຊິນອິຈິ ນາກາຍາມະ, ປະທານສະໂມສອນໂຣຕາຣີ ຄາວາຊາກິ; ທ່ານ ຊຶຣຶກິ ຄາໂຕ, ເລຂາທີ 2, ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ ຢູກະ ຣັດໂຕຣິ, ເລຂາທີ 3, ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ໂຢຊິຮິໂຣ ອີໂມໂຕ, ຕາງໜ້າຫ້ອງການ JICA ປະຈໍາລາວ. ທ່ານ ໂຢຊິຟູມິ ມຸຣາກາມິ, ຊ່ຽວຊານພາສາຍີ່ປຸ່ນ ແລະ ທ່ານ ນາງ ຮິໂຣມິ ໂຮຣິ, ຮອງຜູ້ອໍານວຍການ ມູນນິທິຍີ່ປຸ່ນ ປະຈໍາລາວ; ທ່ານ ປອ. ພອນແກ້ວ ຈັນທະມາລີ, ຫົວໜ້າສະຖາບັນລາວ-ຍີ່ປຸ່ນ; ທ່ານໂຢຊິຮາຣຸ ໂຢເນຍາມາ, ຫົວໜ້າທີ່ປຶກສາໂຄງການໄຈກາ ປະຈໍາ LJI. ພ້ອມກັນນີ້ຍັງມີຕາງໜ້າອາຈານ ແລະ ນັກຮຽນ ຈາກ 4 ໂຮງຮຽນ ໄດ້ແກ່ ມສ ວຽງຈັນ, ມສ ເພຍວັດ, ມສ ໜອງບອນ, ແລະ ມສ ໂພນທັນ.






