ມື້ນີ້, ວັນທີ 5 ພຶດສະພາ, ແມ່ນ “ວັນເດັກນ້ອຍ” (ຫຼື ເທສະການ ທັງໂກະ ໂນ ເຊັກຄຸ – Tango no Sekku) ເຊິ່ງເປັນວັນພັກທາງການຂອງປະເທດຍີ່ປຸ່ນ.
ວັນນີ້ໄດ້ຮັບຄວາມນິຍົມ ແລະ ປະຕິບັດສືບທອດກັນມາແຕ່ບູຮານນະການ ໃນຖານະເປັນວັນສະເຫຼີມສະຫຼອງ ແລະ ອວຍພອນໃຫ້ເດັກນ້ອຍທຸກຄົນມີການຈະເລີນເຕີບໂຕຢ່າງມີສຸຂະພາບແຂງແຮງ.
ຢູ່ທີ່ ສູນລາວ-ຍີ່ປຸ່ນ (LJI) ເຮົາກໍໄດ້ຈັດການປະດັບປະດາສະຖານທີ່ຢ່າງພິເສດ ເພື່ອໃຫ້ສອດຄ່ອງກັບເທສະການນີ້:
ທຸງປາຄາບ / ໂຄອິໂນໂບຣິ (Koinobori): ເປັນການຝາກຄວາມຫວັງ ແລະ ຄຳອວຍພອນໃຫ້ເດັກນ້ອຍສາມາດຟົກຟ້ອນຜ່ານຜ່າທຸກອຸປະສັກ ແລະ ເຕີບໃຫຍ່ຢ່າງງົດງາມ ເໝືອນດັ່ງປາຄາບທີ່ລອຍແຫວກລ້ຳນ້ຳຕົກຢ່າງກ້າຫານ.
ໝວກເກາະ / ຄາບູໂຕະ (Kabuto) ແລະ ຕຸກກະຕາເດືອນຫ້າ / ໂກງັດສຶ ນິງໂຢ (Gogatsu Ningyo): ໝວກເກາະທີ່ນັກຮົບຊາມູໄຣໃນອະດີດໃຊ້ປ້ອງກັນຕົວ ເປັນສັນຍະລັກແຫ່ງຄວາມຫວັງທີ່ຈະຊ່ວຍປົກປ້ອງເດັກນ້ອຍໃຫ້ປອດໄພຈາກໂລກໄພໄຂ້ເຈັບ ແລະ ອຸບັດຕິເຫດຕ່າງໆ.
ນີ້ແມ່ນໂອກາດອັນດີທີ່ຈະໄດ້ຮັບປະສົບການ ແລະ ຮຽນຮູ້ວັດທະນະທຳດັ້ງເດີມຂອງຍີ່ປຸ່ນຢ່າງໃກ້ຊິດ. ເມື່ອທ່ານໄດ້ມາຢ່ຽມຢາມ LJI, ຢ່າລືມແວ່ຊົມການປະດັບປະດານີ້ໄດ້.
LJI ຍິນດີຕ້ອນຮັບທຸກໆທ່ານສະເໝີ.

