ກອງປະຊຸມເຝິກອົບຮົມກາງພາກ LJI SUSU Scale-Up (ລຸ້ນທີ 3) ໄດ້ຈັດຂຶ້ນສຳລັບ 5 ບໍລິສັດ

ໃນວັນທີ 6 ພຶດສະພາ 2026, ສູນລາວ-ຍີ່ປຸ່ນ (LJI) ໄດ້ຈັດກອງປະຊຸມເຝິກອົບຮົມກາງພາກ (Mid-Term Workshop) ໃຫ້ກັບ 5 ບໍລິສັດ POC (Proof of Concept) ໃນໂຄງການ LJI SUSU Scale-Up (Batch 3).

ໃນປະຈຸບັນ, 5 ບໍລິສັດດັ່ງກ່າວກຳລັງຢູ່ໃນໄລຍະທີ II (Phase II) ຂອງໂຄງການ LJI SUSU Scale-Up (Batch 3) ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮູບແບບການທົດລອງ ແລະ ການໃຫ້ຄຳປຶກສາ (Mentoring) ຈາກ ອົງກອນ JICA ເພື່ອຂັບເຄື່ອນການເຕີບໂຕຂອງທຸລະກິດ. ໂດຍມີກຳນົດການຈະຈັດງານ Final Pitch ໃນເດືອນກໍລະກົດ 2026 ທີ່ຈະມາເຖິງນີ້.

ໃນກອງປະຊຸມເວີກຊັອບຄັ້ງນີ້, ແຕ່ລະບໍລິສັດໄດ້ນຳສະເຫນີແຜນທຸລະກິດ ແລະ ການຂະຫຍາຍຕົວໂດຍໃຊ້ເອກະສານ Pitching ພ້ອມທັງໄດ້ຮັບຄຳແນະນຳ ຈາກທີມທີ່ປຶກສາ ແລະ ສິດເກົ່າຂອງໂຄງການ LJI SUSU. ນອກຈາກນີ້, ຍັງໄດ້ມີການແລກປ່ຽນບົດຮຽນ ແລະ ຂໍ້ທ້າທາຍທີ່ໄດ້ຮັບຈາກການຮັບຄຳປຶກສາແບບຕົວຕໍ່ຕົວໃນໄລຍະຜ່ານມາ ເຊິ່ງຖືເປັນໂອກາດອັນປະເສີດໃນການປັບປຸງ ແລະ ພັດທະນາແຜນທຸລະກິດຂອງແຕ່ລະບໍລິສັດໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ.

LJI SUSU ແມ່ນໂຄງການສະໜັບສະໜູນທຸລະກິດ Start-up ແລະ ວິສາຫະກິດຂະໜາດນ້ອຍ ແລະ SME ທີ່ ສູນລາວ-ຍີ່ປຸ່ນ (LJI) ໄດ້ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2021. ໂຄງການນີ້ຊ່ວຍສົ່ງເສີມການເຕີບໂຕຂອງທຸລະກິດລາວ ໂດຍຜ່ານການໃຫ້ຄຳປຶກສາ ແລະ ກິດຈະກຳການສ້າງເຄືອຂ່າຍ ເຊັ່ນ: ການແຂ່ງຂັນທາງທຸລະກິດ . ນອກຈາກນີ້, ຄຳວ່າ “SUSU” ແມ່ນຕົວອັກສອນຫຍໍ້ມາຈາກ “Start-Up” ແລະ “Scale-Up”, ທັງຍັງມີທີ່ມາຈາກຄຳວ່າ “ສູ້ໆ” ໃນພາສາລາວອີກດ້ວຍ ເຊິ່ງສື່ເຖິງຄວາມຕັ້ງໃຈ ແລະ ຄວາມມຸ່ງໝັ້ນຂອງຜູ້ເຂົ້າຮ່ວມທີ່ຈະກ້າວຜ່ານທຸກຄວາມທ້າທາຍໃນຍຸກປັດຈຸບັນ.

ສູນລາວ-ຍີ່ປຸ່ນ (LJI) ຈະຍັງຄົງສືບຕໍ່ສົ່ງເສີມການເຕີບໂຕຂອງທຸລະກິດລາວ ເພື່ອຂັບເຄື່ອນ ແລະ ເສີມສ້າງຄວາມຮ່ວມມືທາງດ້ານທຸລະກິດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ຢ່າງຕໍ່ເນື່ອງ.

ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມ ແລະ ບົດຄວາມກ່ຽວກັບ LJI SUSU ໄດ້ຕາມລິ້ງລຸ່ມນີ້.

LJISUSUスース― – Laos-Japan Institute

ラオス発スタートアップのビジネスコンペティション「LJI SUSU Scale-Up batch 3」を開催

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ