ບົດລາຍງານການລົງຝືກງານຈາກ Chiharu Kitano, ນັກສຶກສາປີສອງໃນຄະນະ ກະເສດສາດ ມະຫາວິທະຍາໄລ Kobe, ໄດ້ຝຶກງານຢູ່ LJI ເປັນເວລາ 3 ອາທິດໃນເດືອນສິງຫາ. ເຖິງແມ່ນວ່າມັນເປັນໄລຍະເວລາທີ່ສັ້ນ, ແຕ່ລາວກໍ່ໄດ້ຮັບປະສົບການ ແລະ ໄດ້ຮຽນຮູ້ຫລາຍຢ່າງຈາກການລົງຝືກງານໃນຄັ້ງນີ້.

。。。。。。。。。。。。。。。。。。
ສະບາຍດີ!
ຂ້ອຍຊື່ວ່າ Kitano Chiharu, ເປັນນັກສຶກສາປີ 2 ຈາກຄະນະ ກະເສດສາດ ມະຫາວິທະຍາໄລ Kobe, ໄດ້ເຂົ້າມາຝຶກງານຢູ່ LJI ເປັນເວລາ 3 ອາທິດ ໃນເດືອນສິງຫາທີ່ຜ່ານມາ.
ໃນການຝຶກງານຄັ້ງນີ້, ນອກຈາກຂ້ອຍໄດ້ຮຽນຮູ້ກ່ຽວກັບສັງຄົມ ແລະ ວັດທະນະທຳຂອງລາວແລ້ວ, ຂ້ອຍຍັງໄດ້ລົງຢ້ຽມຢາມສະຖານທີ່ຫຼາຍແຫ່ງ ແລະ ໄດ້ຟັງການແບ່ງປັນປະສົບການຈາກບັນດາຄົນໃນທ້ອງຖິ່ນຂອງພື້ນທີ່ນັ້ນໆ. ໃນໄລຍະເວລາ 3 ອາທິດທີ່ຢູ່ປະເທດລາວ, ຂ້ອຍໄດ້ເຮັດກິດຈະກຳຫຼາຍຢ່າງ ເຊັ່ນ: ການເຂົ້າຢ້ຽມຢາມສະຖານທູດ, ບໍລິສັດຍີ່ປຸ່ນ, ການລົງຢ້ຽມຢາມແຂວງຊຽງຂວາງ, ແລະ ການຊ່ວຍເຫຼືອງານອິເວັນຕ່າງໆ ຢູ່ LJI.
ໃນນັ້ນ, ກິດຈະກຳຢູ່ແຂວງຊຽງຂວາງ ແມ່ນເປັນທີ່ປະທັບໃຈຫຼາຍທີ່ສຸດ ສຳລັບຂ້ອຍ ເພາະມັນມີຄວາມກ່ຽວກ່ຽວຂ້ອງກັບ ກະເສດສາດ ແລະ ເສດຖະກິດຊົນນະບົດ ທີ່ຂ້ອຍກຳລັງຮຽນຢູ່ມະຫາວິທະຍາໄລໃນປະຈຸບັນ. ຢູ່ແຂວງຊຽງຂວາງ, ນອກຈາກໄດ້ເຂົ້າຢ້ຽມຢາມ ອົງກອນ NGO ທີ່ເຮັດວຽກກ່ຽວກັບການສຶກສາການກູ້ລະເບີດເພື່ອບໍ່ໃຫ້ເກີດອັນຕະລາຍ ແລະ ອົງກອນສົ່ງເສີມການລ້ຽງເຜິ້ງແລ້ວ, ຂ້ອຍຍັງໄດ້ໄປທັດສະນະສຶກສາ ທຸລະກິດກະສິກຳໃນພື້ນທີ່ ແລະ ໄດ້ປ່ຽນບົດຮຽນກັບອາສາສະໝັກ JOCV (JICA) ອີກດ້ວຍ.
ຈາກການໄດ້ໂອ້ລົມກັບຄົນຂອງ NGO ແລະ ອາສາສະໝັກ JOCV ຂະແໜງກະສິກຳ, ສິ່ງທີ່ເຮັດໃຫ້ຂ້ອຍປະທັບໃຈ ແລະ ເຫັນເປັນປະເດັນສໍາຄັນແມ່ນ: ນອກຈາກຜົນຜະລິດທາງການກະສິກຳແລ້ວ, ສິ່ງທີ່ເປັນສິ່ງທ້າທາຍໃຫຍ່ແມ່ນ ເຮັດແນວໃດຈຶ່ງຈະສາມາດຂົນສົ່ງຜົນຜະລິດທີ່ຜະລິດໄດ້, ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ການສົ່ງອອກຜົນຜະລິດທາງການກະສິກຳ ຈຶ່ງຈຳເປັນຕ້ອງຜ່ານປະເທດເພື່ອນບ້ານ. ດ້ວຍເຫດນີ້, ນອກຈາກຈະຕ້ອງໃຊ້ເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງຫຼາຍແລ້ວ, ຍັງຕ້ອງມີຂັ້ນຕອນການດໍາເນີນເອກະສານຂ້າມແດນອີກດ້ວຍ. ນອກຈາກນີ້, ການຂົນສົ່ງຜົນຜະລິດທາງການກະສິກຳຈາກແຂວງຊຽງຂວາງ ເຂົ້າມາສູ່ຕົວເມືອງໃຫຍ່, ຫຼື ແຕ່ລະບ້ານ ກໍຕ້ອງໃຊ້ເວລາ ແລະ ແຮງງານຫຼາຍ. ໃນພື້ນທີ່ທີ່ ຖະໜົນຫົນທາງ ຍັງບໍ່ທັນພັດທະນາພຽງພໍ, ການຂົນສົ່ງບໍ່ພຽງແຕ່ເປັນພາລະໜັກສໍາລັບຊາວນາ/ຊາວກະສິກຳເທົ່ານັ້ນ, ແຕ່ການຮັກສາຄຸນນະພາບຂອງຜົນຜະລິດໃນລະຫວ່າງການຂົນສົ່ງ ກໍຖືເປັນອີກໜຶ່ງໂຈດທີ່ທ້າທາຍເຊັ່ນກັນ.
ນອກຈາກນັ້ນ, ຂ້ອຍຍັງໄດ້ໄດ້ຮຽນຮູ້ວ່າການສົ່ງອອກຕ້ອງການສິ່ງອຳນວຍຄວາມສະດວກສຳລັບການຄຸ້ມຄອງສຸຂະອະນາໄມ, ໂຮງງານປຸງແຕ່ງ, ແລະລະບົບຄວບຄຸມຄຸນນະພາບ, ແລະຄ່າໃຊ້ຈ່າຍໃນການສ້າງຕັ້ງສິ່ງເຫຼົ່ານີ້ແມ່ນສູງຫຼາຍ. ດັ່ງນັ້ນ, ຂ້ອຍໄດ້ຮຽນຮູ້ວ່າການຈັດສົ່ງຜະລິດຕະພັນກະສິກຳອອກສູ່ຕະຫຼາດນັ້ນແມ່ນຕ້ອງການເງື່ອນໄຂຕ່າງໆນອກເໜືອໄປຈາກການຜະລິດ. ໃນຄວາມເປັນຈິງ, ໃນຂະນະທີ່ແຂວງຊຽງຂວາງກໍ່ຍັງມີຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງເຊັ່ນ: ນໍ້າເຜິ້ງ ແລະ ໝາກໄມ້.
ຈົນເຖິງປະຈຸບັນ, ຂ້ອຍເຊື່ອວ່າການເພີ່ມມູນຄ່າໃຫ້ກັບຜະລິດຕະພັນກະສິກຳ ແລະການຂາຍພວກມັນເປັນຜະລິດຕະພັນທີ່ດີກວ່າ ແມ່ນມີຄວາມສຳຄັນຫຼາຍສຳລັບພັດທະນາເຂດຊົນນະບົດ. ຢ່າງໃດກໍຕາມ, ຫຼັງຈາກໄປຢ້ຽມຢາມພື້ນທີ່ ແລະໄດ້ເຫັນຄວາມຫຍຸ້ງຍາກຂອງການຂົນສົ່ງຈາກພື່ນທີ່ຜະລິດຜົນກະສິກຳໄປຫາສູ່ພາຍນອກ, ຂ້ອຍຮູ້ວ່າມີສິ່ງທ້າທາຍທີ່ບໍ່ສາມາດແກ້ໄຂໄດ້ດ້ວຍບາງສິ່ງພຽງຢ່າງດຽວ. ແລະສຳຄັນທີ່ສຸດ, ຂ້ອຍເຊື່ອວ່າການຂາຍຜະລິດຕະພັນໃນຕະຫຼາດທີ່ໃຫຍ່ກວ່າ ແລະສ້າງລາຍໄດ້ເພີ່ມເຕີມບໍ່ແມ່ນຜົນໄດ້ຮັບທີ່ຕ້ອງການທີ່ສຸດສຳລັບປະຊາຊົນທ້ອງຖິ່ນ.
ສຳລັບຜູ້ທີ່ອາໄສຢູ່ໃນສະພາບແວດລ້ອມທີ່ອຸດົມສົມບູນຕາມທຳມະຊາດ, ການຜະລິດສິ່ງທີ່ເຂົາເຈົ້າຕ້ອງການ, ການເພີ່ມລາຍໄດ້ພຽງຢ່າງດຽວບໍ່ໄດ້ນຳໄປສູ່ຊີວິດທີ່ຮັ່ງມີຂຶ້ນສະເໝີໄປ. ຜ່ານປະສົບການນີ້, ຂ້ອຍໄດ້ຮັບຮູ້ວ່າໃນການຊ່ວຍເຫຼືອດ້ານທຸລະກິດ, ມັນເປັນສິ່ງສຳຄັນທີ່ຈະບໍ່ຄວນໃຊ້ແນວຄິດຂອງຜູ້ໃຫ້ການຊ່ວຍເຫຼືອແຕ່ຝ່າຍດຽວ, ແຕ່ຄວນເຄົາລົບຄຸນຄ່າ, ວັດທະນະທຳ, ແລະ ວິຖີຊີວິດໃນທ້ອງຖິ່ນ, ແລະ ພິຈາລະນາສິ່ງທີ່ປະຊາຊົນທ້ອງຖິ່ນທີ່ຕ້ອງການແທ້ໆ. ຂ້ອຍໄດ້ຮຽນຮູ້ວ່າເປົ້າໝາຍການຊ່ວຍເຫຼືອບໍ່ແມ່ນເລື່ອງດຽວ, ແຕ່ຕ້ອງພິຈາລະນາສິ່ງທີ່ດີທີ່ສຸດສຳລັບພື້ນທີ່ ແລະ ປະຊາຊົນ.
ໃນລະຫວ່າງຝືກງານນີ້, ຂ້ອຍໄດ້ໄປຢ້ຽມຢາມສະຖານທີ່ຕ່າງໆນອກຈາກແຂວງຊຽງຂວາງ, ລວມທັງທຸລະກິດ ແລະ ສະຖາບັນການສຶກສາ. ຜ່ານກິດຈະກຳເຫຼົ່ານີ້, ຂ້ອຍໄດ້ຮຽນຮູ້ວ່າລາວມີສັງຄົມ, ວັດທະນະທຳ, ແລະ ສະພາບແວດລ້ອມການດຳລົງຊີວິດທີ່ແຕກຕ່າງຈາກຍີ່ປຸ່ນ, ແລະ ສິ່ງເຫຼົ່ານີ້ນຳໄປສູ່ບັນຫາທີ່ເປັນເອກະລັກສຳລັບຂ້ອຍ.
ຈາກປະສົບການເຫຼົ່ານີ້, ຂ້ອຍຮູ້ສຶກວ່າ ບໍ່ວ່າຈະເປັນຂົງເຂດການຊ່ວຍເຫຼືອ, ທຸລະກິດ, ຫຼື ການສຶກສາ, ການເຂົ້າໃຈສັງຄົມ, ວັດທະນະທຳ, ແລະ ການດຳລົງຊີວິດຂອງຜູ້ຄົນໃນທ້ອງຖິ່ນເປັນອັນດັບທຳອິດນັ້ນ ແມ່ນມີຄວາມສຳຄັນຫລາຍ ໃນການຄິດຫາວິທີການເຂົ້າຫາທີ່ເໝາະສົມກັບພື້ນທີ່ນັ້ນໆ. ໃນດ້ານ ກະສິກຳຢູ່ແຂວງຊຽງຂວາງ, ເຮົາບໍ່ພຽງແຕ່ຕ້ອງຄິດເຖິງບັນຫາທີ່ຢູ່ຕໍ່ໜ້າເທົ່ານັ້ນ, ແຕ່ຍັງຕ້ອງຄຳນຶງເຖິງການຂົນສົ່ງ, ສະພາບແວດລ້ອມການເປັນຢູ່, ຕະຫຼອດຮອດວິຖີຊີວິດທີ່ຄົນໃນພື້ນທີ່ອີກດ້ວຍ. ຈາກປະສົບການນີ້, ຂ້ອຍຮູ້ສຶກວ່າການເຂົ້າໃຈພື້ນຫຼັງຂອງທ້ອງຖິ່ນແມ່ນສິ່ງທີ່ຂາດບໍ່ໄດ້ ໃນການຄິດຫາວິທີການທີ່ເໝາະສົມກັບທ້ອງຖິ່ນນັ້ນໆ
ເຖິງແມ່ນວ່າຈະເປັນໄລຍະເວລາສັ້ນໆ ພຽງ 3 ອາທິດ, ແຕ່ການໄດ້ລົງຢ້ຽມຢາມສະຖານທີ່ຈິງຫຼາຍແຫ່ງ ແລະ ໄດ້ຟັງການແບ່ງປັນຈາກຜູ້ທີ່ປະຕິບັດງານຢູ່ທີ່ນັ້ນຢ່າງແທ້ຈິງ, ເຮັດໃຫ້ຂ້ອຍບໍ່ພຽງແຕ່ໄດ້ຮັບຄວາມຮູ້ກ່ຽວກັບປະເທດລາວເທົ່ານັ້ນ, ແຕ່ຍັງໄດ້ມຸມມອງຂອງ “ການເຂົ້າໄປມີສ່ວນຮ່ວມ ໂດຍຢູ່ເທິງພື້ນຖານຄວາມເຂົ້າໃຈພື້ນທີ່ຢ່າງແທ້ຈິງ”. ຂ້ອຍຈະຕັ້ງໃຈຮັກສາມຸມມອງທີ່ໄດ້ຮັບໃນຄັ້ງນີ້ໄວ້ໃຫ້ດີ ເພື່ອນຳໄປໃຊ້ໃນການຮຽນຢູ່ມະຫາວິທະຍາໄລຕໍ່ໄປ, ເຊັ່ນດຽວກັບການມີສ່ວນຮ່ວມກັບຜູ້ຄົນ ແລະ ທ້ອງຖິ່ນໃນສະພາບແວດລ້ອມທີ່ແຕກຕ່າງກັນໃນອະນາຄົດ. ຂ້ອຍຂອບໃຈຢ່າງຍິ່ງຕໍ່ທຸກໆ ທ່ານ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ເບິ່ງແຍງຂ້ອຍເປັນຢ່າງດີ ໃນລະຫວ່າງການພັກເຊົາ 3 ອາທິດທີ່ຜ່ານມາ.
ຂໍຂອບໃຈ.





