

ໃນວັນທີ 24 ພຶດສະພາ 2026, ໃນງານ “International Coffee and Tea Day 2026” ທີ່ຈັດຂຶ້ນຢູ່ຫ້າງ Parkson Mall, ສູນລາວ-ຍີ່ປຸ່ນ (LJI) ໄດ້ຈັດການສາທິດພິທີຊົງຊາແບບດັ້ງເດີມຂອງຍີ່ປຸ່ນ
ໃນການສາທິດຄັ້ງນີ້, ໄດ້ມີການແນະນຳຂັ້ນຕອນ ແລະ ຂະບວນການຊົງຊາຢ່າງເປັນລະບົບ ພ້ອມທັງອະທິບາຍກ່ຽວກັບອຸປະກອນ ແລະ ມາລະຍາດໃນພິທີຊົງຊາ. ພາຍໃນງານ, ມີຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍທີ່ໄດ້ລິ້ມລອງລົດຊາດຂອງຊາຂຽວມັດຈະ ແລະ ຂະໜົມໂຢກັງ . ພວກຮົາມີຄວາມຍິນດີຫລາຍ ທີ່ໄດ້ມີໂອກາດແລກປ່ຽນ ແລະ ເຜີຍແຜ່ວັດທະນະທຳປະເພນີອັນດີງາມຂອງຍີ່ປຸ່ນ ຮ່ວມກັບມວນຊົນຊາວລາວ.
ພ້ອມນີ້, ສູນ LJI ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາອັນຍັງບັນດາທ່ານ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການແນະນຳວິທີການຊົງຊາ ລວມເຖິງການກຽມງານ ແລະ ການຊ່ວຍເຫຼືອດ້ານຕ່າງໆ ເຮັດໃຫ້ກິດຈະກຳຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.



https://www.facebook.com/watch/live/?mibextid=wwXIfr&ref=watch_permalink&v=1752846116081013&rdid=iePj7T7kkHWjLm97https://www.facebook.com/watch/live/?mibextid=wwXIfr&ref=watch_permalink&v=4469503756703412&rdid=m1Y1l0H3w9t6oJXj

