
ສະບາຍດີທຸກໆທ່ານ! ການລົງທະບຽນສອບເສັງວັດລະດັບຄວາມຮູ້ພາສາຍີ່ປຸ່ນ (JLPT) ໃນເດືອນທັນວາ 2026 ໄດ້ເປີດຮັບແລ້ວ! ຖ້າທ່ານມີແຜນທີ່ຈະເຂົ້າຮ່ວມການສອບເສັງ, ກະລຸນາລົງທະບຽນໃຫ້ໄວທີ່ສຸດ.
ວັນທີສອບເສັງ ວັນອາທິດ, ວັນທີ 6 ເດືອນທັນວາ 2026
- N1 ເຖິງ N2: ເລີ່ມເວລາ 11:30 ໂມງ
- N3 ເຖິງ N5: ເລີ່ມເວລາ 13:00 ໂມງ (1 ໂມງແລງ)
- ກະລຸນາມາຮອດສະຖານທີ່ສອບເສັງຢ່າງນ້ອຍ 1 ຊົ່ວໂມງ ກ່ອນເວລາເລີ່ມສອບເສັງ.
ໄລຍະເວລາຮັບລົງທະບຽນ ວັນທີ 13 ກໍລະກົດ ເຖິງ ວັນທີ 31 ສິງຫາ 2026 ວັນຈັນ ເຖິງ ວັນສຸກ, ເວລາ 9:00 ໂມງ ເຖິງ 16:00 ໂມງ
- ໝາຍເຫດ: ແຕ່ລະລະດັບສອບເສັງມີຈຳນວນບ່ອນນັ່ງຈຳກັດ.
ສະຖານທີ່ສອບເສັງ ສະຖາບັນ ລາວ-ຍີ່ປຸ່ນ (LJI)
ຂັ້ນຕອນການສະໝັກ
- ຊື້ຟອມໃບສະໝັກຢູ່ ສະຖາບັນ ລາວ-ຍີ່ປຸ່ນ (20,000 ກີບ).
- ຕື່ມຂໍ້ມູນໃສ່ຟອມໃບສະໝັກໃຫ້ຄົບຖ້ວນ.
- ຍື່ນຟອມໃບສະໝັກທີ່ຕື່ມຂໍ້ມູນແລ້ວ.
ເອກະສານທີ່ຕ້ອງປະກອບ
- ຣູບຖ່າຍຂະໜາດ 3 × 4 ຊມ ຈຳນວນ 2 ໃບ
ຄ່າທຳນຽມການສອບເສັງ
- N1, N2, N3: 350,000 ກີບ
- N4, N5: 300,000 ກີບ

