ພັດທະນາເສດຖະກິດ ແລະ ສັງຄົມ ຜ່ານຫຼັກສູດການສຶກສາທີ່ເຂັ້ນຂຸ້ນ

ສລຍ ແມ່ນໃຜ?

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ ບົນພື້ນຖານການຮ່ວມມືລະຫວ່າງ ມະຫາວິທະຍາ ໄລແຫ່ງຊາດ ແລະ ອົງການ JICA. ໃນເດືອນພຶດສະພາ 2010 ໄດ້ຍົກລະດັບຂຶ້ນຈາກສູນລາວ-ຍີ່ປຸ່ນ ມາເປັນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ເຊິ່ງໄດ້ສືບຕໍ່ດໍາເນີນກິດຈະກໍາດ້ານການພັດທະນາຊັບພະຍາກອນມະນຸດເພື່ອຊ່ວຍໃຫ້…

ພັດທະນາການບໍລິຫານທຸລະກິດ

ສະຖາບັນພວກເຮົາພັດທະນາຊັບພະຍາກອນມະນຸດເພື່ອຕອບສະໜອງການຂະຫຍາຍຕົວຂອງພາກທຸລະກິດ, ຍີ່ປຸ່ນສຶກສາ ແລະ ສົ່ງເສີມແລກປ່ຽນວັດທະນະທໍາລະຫວ່າງຍີ່ປຸ່ນ ແລະ ລາວ, ໂດຍໃຊ້ປະສົບການ ແລະ ເຄືອຂ່າຍທີ່ໄດ້ຮັບການບົ່ມເພາະມາເປັນເວລາດົນ. ພວກເຮົາກໍາລັງສ້າງແບບແຜນທຸລະກິດທີ່ສາມາດກໍ່ໃຫ້ເກີດທຸລະກິດ ແລະ ຄຸນຄ່າໃໝ່…

ສລຍ ເຮັດຫຍັງ?

ປັດຈຸບັນ ສລຍ ພວມເປີດຮັບສະໝັກນັກສຶກສາປະລິນຍາໂທ ລຸ້ນ 18
ຈົນເຖິງວັນທີ 8/8/2025

ປະລິນຍາໂທ ສາຂາບໍລິຫານທຸລະກິດ

ຫຼັກສູດປະລິນຍາໂທ ສາຂາບໍລິການທຸລະກິດຂອງ ສລຍ ເນັ້ນການສ້າງປະສົບການຜ່ານການປະຕິບັດຕົວຈິງ
ປະສົມປະສານກັບທິດສະດີທີ່ກ້າວທັນຍຸກສະໄໝ. ຜົນການຮຽນຮູ້ສາມາດນໍາໃຊ້ໄດ້ຈິງໃນການພັດທະນາປະເທດ ແລະ ຮ່ວມມືກັບໂຂງເຂດອາຊຽນ

446

ນັກສຶກສາຈົບຫຼັກສູດ

52

ນັກສຶກສາປັດຈຸບັນ

17

ລຸ້ນປັດຈຸບັນ

9

ນັກສຶກສາຕ່າງຊາດ

ຫຼັກສູດພັດທະນາທຸລະກິດ

ບໍລິການຝຶກອົບຮົມ ແລະ ໃຫ້ຄໍາປຶກສາເພື່ອເສີມທັກສະຄວາມຮູ້ຂອງຜູ້ເຂົ້າຮ່ວມ ແລະ ນໍາບົດຮຽນທີ່ໄດໄປໝູນໃຊ້ໃນທຸລະກິດຕົວຈິງ

ຫຼັກສູດຜູ້ບໍລິຫານ

ຫຼັກສູດເຄເອຈຸກຸ ‘Keieijuku’ ເປັນຫຼັກສູດສະເພາະສໍາລັບຜູ້ບໍລິຫານ ແລະ ເຈົ້າຂອງທຸລະກິດ, ຫຼັກສູດປະກອບດ້ວຍ 6 ວິຊາສໍາຄັນທີ່ຊ່ວຍເສີມທັກສະ ແລະ ພັດທະນາທຸລະກິດຂອງຜູ້ເຂົ້າຮ່ວມຜ່ານການຮຽນຮູ້ຢ່າງມີຍຸດທະສາດ

ຫຼັກສູດຝຶກອົບຮົມສະເພາະ

ຫຼັກສູດຝຶກອົບຮົມນີ້ ສາມາດອອກແບບສໍາລັບກຸ່ມເປົ້າຫມາຍສະເພາະໃນບໍລິສັດ ເຊັ່ນ: ຜູ້ບໍລິຫານສູງສຸດ, ຜູ້ຈັດການ, ພະນັກງານປະຈໍາ ແລະ ອື່ນໆ . ຄຽງຄູ່ກັບເນື້ອໃນ, ລູກຄ້າຍັງສາມາດອອກແບບໄລຍະເວລາຂອງຫຼັກສູດເອງໄດ້

ຫຼັກສູດການຈັດການ

ຫຼັກສູດທີ່ຈັດຂຶ້ນເປັນປະຈໍາສອນໂດຍຊ່ຽວຊານຂອງ ສລຍ ແລະ ຊ່ຽວຊານຈາກຍີ່ປຸ່ນ ແລະ ໄທ

ສ້າງຂຶ້ນເພື່ອຕອບສະໜອງຄວາມຕ້ອງການຮຽນພາສາຍີ່ປຸ່ນໃນສັງຄົມລາວ

ຫຼັກສູດປົກກະຕິ

ເໝາະສໍາລັບຜູ້່ທີ່ຕ້ອງການຮຽນພາສາຍີ່ປຸ່ນຢ່າງຕໍ່ເນື່ອງຈົນເຖິງລະດັບ JLPT N3, ໃຊ້ເວລາຮຽນ 4.5 ເດືອນ / 1 ເທີມ

ຫຼັກສູດພິເສດ

ເປີດສອນສໍາລັບຜູ້ທີ່ສົນໃຈຮຽນພາສາຍີ່ປຸ່ນ ເຊັ່ນ ບໍລິສັດທີ່ຕ້ອງການສົ່ງແຮງໄປຍີ່ປຸ່ນ, ຜູ້ທີ່ກໍາລັງກຽມພາສາຍີ່ປຸ່ນເພື່ອຮຽນຕໍ່

ຫຼັກສູດພື້ນຖານ

ເໝາະສໍາລັບຜູ້ເລິ່ມຕົ້ນຮຽນພາສາຍີ່ປຸ່ນ, ຈະໄດ້ຮຽນອັກສອນຮິລາກະນະ, ຄາຕະກະນະ, ແລະ ບົດສົນທະນາພື້ນຖານທົ່ວໄປ

ແຂ່ງເວົ້າພາສາຍີ່ປຸ່ນ

ນັກຮຽນທີ່ມີທັກສະນະດີໃນພາສາຍີ່ປຸ່ນຈະໄດ້ຮັບຄັດເລືອກເປັນຕົວແທນເຂົ້າແຂ່ງເວົ້າພາສາຍີ່ປຸ່ນ ພ້ອມໂອກາດທ່ຽວແດນຊາມູໄລ

ແລກປ່ຽນກິດຈະກໍາ-ວັດທະນະທໍາ

ສລຍ ຈັດຫຼາກຫຼາຍກິດຈະກໍາແລກປ່ຽນວັດທະນະທໍາທີ່ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທໍາ-ປະເພນີຂອງສອງຊາດ ລາວ-ຍີ່ປຸ່ນ

Scroll to Top