ເປີດການສອບເສັງວັດລະດັບພາສາຍີ່ປຸ່ນ J-Cert ຢ່າງເປັນທາງການຢູ່ປະເທດລາວ

ໃນວັນທີ 7 ພຶດສະພາ 2025 ຜ່ານມາ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດການສອບເສັງວັດລະດັບພາສາຍີ່ປຸ່ນສຳລັບຜູ້ທີ່ຕ້ອງການໄປຮຽນ ຫຼື ໄປເຮັດວຽກ ຢູ່ ປະເທດຍີ່ປຸ່ນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ໂຄອິຊູມິ (Koizumi Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ມີທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການສະຖາບັນ ພັດທະນາຊັບພະຍາກອນມານຸດລາວ-ຍີ່ປຸ່ນ ມຊ, ມີບັນດາແຂກຖືກເຊີນຈາກສະມາຄົມທຸລະກິດຈັດຫາງານ, ບໍລິສັດຈັດຫາງານ, ສຳນັກງານອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂອເຊັນໂຕະ ມາຊະຢູກິ (Oseto Masayuki) ຜູ້ອຳນວຍການ ອົງກອນພັດທະນາຊັບພະຍາກອນມະນຸດສາກົນ ຂອງປະເທດຍີ່ປຸ່ນ ກໍໄດ້ນຳສະເໜີກ່ຽວກັບຂະບວນການ ແລະຂັ້ນຕອນການສອບເສັງວັດລະດັບພາສາ (J-Cert) ໂດຍໄດ້ຈັດຂຶ້ນໃນທຸກໆປີ ຂອງເດືອນຄີກ (ເດືອນ 1, 3, 5, 7, 9, 11), ໂດຍການຈັດສອບເສັງດັ່ງກ່າວແມ່ນໄດ້ຖືກຈັດຂຶ້ນໃນ 13 ປະເທດທົ່ວໂລກ; ເຊິ່ງລວມທັງປະເທດຍີ່ປຸ່ນ ແລະຄັ້ງນີ້ປະເທດລາວເຮົາກໍຈະໄດ້ເຂົ້າເປັນອີກໜຶ່່ງປະເທດທີ່ມີການຈັດສອບເສັງ ວັດລະດັບນີ້ເປັນປະເທດທີ 14 ແລະໄລຍະຜ່ານມາມີຜູ້ສະໝັກສອບເສັງດັ່ງກ່າວນີ້ ຈໍານວນ 20,000 ກວ່າຄົນ. ສຳລັບ ສປປ ລາວ ກໍໄດ້ຈັດການສອບເສັງວັດລະດັບພາສາຍີ່ປຸ່ນຂອງ (J-Cert) ມາແລ້ວ 4 ຄັ້ງ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຈຸດປະສົງຂອງການສອບເສັງຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຂອງຜູ້ທີ່ຈະໄປຮຽນ ຫຼື ໄປເຮັດວຽກຢູ່ປະເທດຍີ່ປຸ່ນ.
ໃນໂອກາດສໍາຄັນນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວມີຄຳເຫັນໃນທີ່ປະຊຸມ ວ່າ: ການສອບເສັງມາດຕະຖານພາສາຍີ່ປຸ່ນແມ່ນເປັນຂີດໝາຍທີ່ສໍາຄັນ ເພາະຜົນການສອບເສັງວັດແທກລະດັບພາສາຍີ່ປຸ່ນ ໂດຍຜ່ານ (J-Cert) ທຸກລະດັບ ແມ່ນໄດ້ຖືກນໍາມາເປັນບ່ອນອີງໃນການຄັດເລືອກໄວໜຸ່ມທີ່ຢູ່ຕ່າງປະເທດສາມາດໄປຮຽນ ຫຼື ຝຶກທັກສະແຮງງານຕໍ່ທີ່ປະເທດຍີ່ປຸ່ນ. ຜ່ານມາອົງກອນພັດທະນາຊັບພະຍາກອນມະນຸດສາກົນຂອງປະເທດຍີ່ປຸ່ນ ຮ່ວມກັບ ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຈັດການສອບເສັງມາແລ້ວ 4 ຄັ້ງ ແລະ ໄດ້ຮັບຜົນຕອບຮັບເປັນຢ່າງດີ ເຊິ່ງໃນຕໍ່ໜ້າຈະໄດ້ສືບຕໍ່ຈັດຕັ້ງໃຫ້ເປັນລະບົບ ແລະ ກວ້າງຂວາງກວ່າເກົ່າ ໂດຍຈະໄດ້ຈັດຂຶ້ນທຸກເດືອນຄີກຂອງທຸກປີ, ເພຶ່ອປະເມີນມາດຕະຖານພາສາຍີ່ປຸ່ນຂອງໄວໜຸ່ມລາວ ທີ່ມີຈຸດປະສົງຢາກໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ແລະ ຖືກຮັບໄປຝຶກງານທີ່ປະເທດຍີ່ປຸ່ນໃຫ້ເປັນລະບົບ. ການຈັດການສອບເສັງມາດຕະຖາພາສາຍີ່ປຸ່ນບໍ່ພຽງແຕ່ເປັນການວັດແທກລະດັບພາສາຍີ່ປຸ່ນທີ່ໜ້າເຊື່ອຖືເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄື ກໍາລັງແຮງງານລາວໃນອານາຄົດ ເພຶ່ອເຮັດໃຫ້ໄວໜຸ່ມໄດ້ຍົກລະດັບພາສາຍີ່ປຸ່ນ, ມີຄວາມຮູ້-ຄວາມສາມາດ ແລະ ໄປຝຶກທັກສະແຮງງານໃນປະເທດຍີ່ປຸ່ນ ແລະ ເມື່ອກັບຄືນມາປະເທດເຮົາ ກໍສາມາດປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄື ພັດທະນາຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນ.

Leave a Comment

Your email address will not be published. Required fields are marked *

Scroll to Top

situs138

swo.gov.sy

www.tnttelecom.net.br

www.boudabbous.com

magnum-seguridad.com.ec

digitalomark.com

situs138

Link Situs Gacor Agen Slot Online Depo 10K Terbaik No.1

PANEN138

Situs Slot Gacor Online Resmi Server Thailand

http://dlh.kalteng.go.id/kegiatan/situs-gacor-depo-10k/

situs138 merupakan penyedia link login slot138

link resmi duniacash

link resmi https://dev.studioshabazz.com/

link resmi slot138center.com

link resmi cms.icebug.com

link resmi slot gacor

link resmi https://slot138.jimdofree.com/

slot depo 10k

slot138

GGSOFT

https://www.lartdu-chocolat.com/

https://www.projectfocushawaii.com/

https://tuic.education.pf/quisommesnous/