ສຸນາ ທໍ່ຈົງເລ່ຍຈີ ໄດ້ຮັບລາງວັນຮອນດາ Y-E-S 2025

ສະບາຍດີ ນ້ອງເອງມີຊື່ວ່າ ນາງ ສຸນາ ທໍ່ຈົງເລ່ຍຈີ, ເກີດຢູ່ບ້ານ ໜອງແມງດາ, ເມືອງໄຊ, ແຂວງອຸດົມໄຊ, ປັດຈຸບັນຢູ່ບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປັນອະດີດນັກສຶກສາຈາກຄະນະສະຖາປັດຕະຍະກຳສາດ ສາຂາອອກແບບແລະຕົກແຕ່ງ.

ແຮງບັນດານໃຈແລະການຕັດສິນໃຈຂອງນ້ອງຄື: ການແຂ່ງຂັນລາງວັນການສຶກສາຄັ້ງນີ້ ເປັນອີກໜຶ່ງທາງທີ່ຈະຊ່ວຍຊຸກຍູ້ດຶງສັກກະຍະພາບແນວທາງການຄິດວິເຄາະແລະການແກ້ໄຂບັນຫາໃຫ້ກັບຕົວນ້ອງເອງ ລວມເຖິງຊ່ວຍສະໜັບສະໜູນນ້ອງ ໃນດ້ານການຮຽນການສຶກສາໂດຍສະເພາະລາງວັນທີ່ໄດ້ຮັບຈະໄດ້ກາຍ ເປັນສ່ວນໜຶ່ງໃນທຶນສຶກສາຂອງນ້ອງໃນການຕໍ່ຍອດໃນອະນາຄົດຕາມທີ່ນ້ອງຕັ້ງເປົ້າຫມາຍໄວ້ ການແຂ່ງຂັນຄັ້ງນີ້ ສຳລັບນ້ອງແລ້ວແມ່ນມີຄວາມສຳຄັນຫຼາຍ ເພາະຖ້ານ້ອງຊະນະການແຂ່ງຂັນຄັ້ງນີ້ກໍຈະໝາຍຄວາມວ່ານ້ອງມີເງິນ ທຶນສຳລັບການຕໍ່ຍອດເປົ້າຫມາຍດ້ານອາຊີບຂອງນ້ອງໃນອະນາຄົດ.

ໃນດ້ານການຕໍ່ຍອດ ນ້ອງຈະນຳໃຊ້ຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນມາໃນການອອກແບບເພື່ອສົ່ງເສີມແລະ ສ້າງຄວາມ ໂດດເດັ່ນໃຫ້ກັບສີ່ງໃດສິ່ງໜື່ງ ເພື່ອໃຫ້ກາຍເປັນຈຸດເດັ່ນ ແລະ ໃຫ້ເຂົາເຈົ້າຫຼື ສິ່ງເຫຼົ່ານັ້ນສາມາດຕໍ່ຍອດໄປໄດ້ໃນ ອະນາຄົດນ້ອງເຊື່ອວ່າຖ້າມີຈຸດເດັ່ນໃດໜຶ່ງທີ່ດີແລ້ວສິ່ງໆນັ້ນຈະສາມາດສ້າງຄຸນຄ່າ ແລະ ສົ່ງຜົນຕໍ່ການພັດທະນາໃນ ສັງຄົມໃນອະນາຄົດ.

ໃນດ້ານການກຽມຄວາມພ້ອມຂອງນ້ອງເອງ

ນ້ອງໄດ້ກະກຽມຄວາມພ້ອມໂດຍການຫາຂໍ້ມູນທີ່ກ່ຽວຂ້ອງກັບຫົວຂໍ້ທີ່ນ້ອງສົນໃຈ ແລະ ຫົວຂໍ້ທີ່ມີຄວາມກ່ຽວເນື່ອງກັບການແຂ່ງຂັນ ການຫັນເປັນສີຂຽວໃນພາລະບົດບາດຂອງນັກມັນທະນາກອນ ແລະນັກອອກແບບພາຍໃນ ໂດຍການອ່ານຂໍ້ມູນຈາກຕ່າງປະເທດ, ລວມເຖິງການກຽມຄວາມພ້ອມດ້ານພາສາອັງກິດ, ຮຽນຄຳສັບທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ແລະ ສຳຫຼວດຂໍ້ມູນການແຂ່ງຂັນຜ່ານມາຂອງແຕ່ລະປີເພື່ອນຳມາເປັນແນວທາງໃນການຮຽນຮູ້ແລະແຂ່ງຂັນ ໂດຍ ການຊອກຫາຂໍ້ມູນທີ່ກ່ຽວກັບກັບຫົວຂໍ້ກໍຄື ເທັກໂນໂລຍີ ການຫັນເປັນສີຂຽວ , ອ່ານຂ່າວ-ບົດຄວາມ, ບົດວິໄຈ ເພື່ອເກັບກຳຄວາມຮູ້ແລະດຶງອອກມານຳໃຊ້ໃນຫົວຂໍ້ທີ່ກ່ຽວຂ້ອງ, ຝຶກການເຊື່ອມໂຍງຂໍ້ມູນ, ຝຶກການຄິດວິເຄາະ ແລະ ໄຈ້ແຍກບັນຫາ ການຫາບັນຕົ້ນຕໍທີ່ມີໃນບັນຫານນັ້ນໆວ່າແມ່ນ ຫຍັງແລ້ວຫາວິທີໃນການແກ້ບັນຫາຈາກຈຸດເລີ່ມຕົ້ນເພື່ອໃຫ້ໄດ້ການແກ້ໄຂບັນຫາທີ່ໄດ້ຄຸນນະພາບດີຂື້ນໃນຂັ້ນຕອນອື່ນໆ.

ນອກຈາກນີ້ ນ້ອງໄດ້ກຽມຄວາມພ້ອມດ້ານການຝຶກຊ້ອມສຳພາດໂດຍການອ່ານປຶ້ມສ້າງແຮງບັນດານໃຈກໍຄືປື້ມຂອງທ່ານໂຊອິຈິໂຣ ຮອນດ້າ ການຮຽນຮູ້ຈາກບັນຫາ ຄວາມລົ້ມເຫຼວ ແລະ ການເບິ່ງຫາໂອກາດ ເພື່ອໃຫ້ເຮົາເອງເຊື່ອໝັ່ນໃນສັກກະຍະພາບທີ່ເຮົາມີ ໃຫ້ສາມາດດຶງສັກກະຍະທີ່ດີກວ່າອອກມານຳໃຊ້ໄດ້

ສຳລັບຄຳແນະນຳ ໃຫ້ກັບລຸ້ນປີຕໍ່ໄປ ການຕັ້ງເປົ້າຫມາຍໃນການສຶກສາເປັນສິ່ງທີ່ສຳຄັນຫຼາຍເຊັ່ນດຽວກັບການລົງມືເຮັດເພາະສິ່ງໆ ນີ້ຈະຄ່ອຍໆຊ່ວຍດຶງເຮົາໃນຕອນທີ່ເຮົາເມື່ອຍແລະທໍ້;

ເຊັ່ນດຽວກັນ, ການຝຶກຝົນກັບຕົວເອງໃຫ້ຫຼາຍໃນດ້ານຂອງການຝຶກຊ້ອມສຳຫຼວດຂໍ້ມູນທີ່ຜ່ານມາ ຝຶກຊ້ອມສຳພາດ, ຝຶກຊ້ອມຄິດວິເຄາະ ແລະ ອ່ານຂໍ້ມູນທີ່ກ່ຽວຂ້ອງກັບຫົວຂໍ້ເພື່ອເຊື່ອມໂຍງຂໍ້ມູນດັ່ງກ່າວເຂົ້າກັບການແກ້ໄຂບັນຫາໃນດ້ານສາຂາວິຊາ ສິ່ງເຫຼົ່ານີ້ຈະເປັນຂໍ້ມູນທີ່ເຮົາສາມາດນຳມາໃຊ້ໄດ້ໃນການ ແຂ່ງຂັນເຮັດໃຫ້ເຮົາຈະມີໂອກາດຫຼາຍຂື້ນ.

Leave a Comment

Your email address will not be published. Required fields are marked *

Scroll to Top