ປະຊຸມຮ່ວມກັບສະມາຄົມມິດຕະພາບຝ່າຍສະພາ ຍີ່ປຸ່ນ-ລາວ

ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນລາວ – ຍີ່ປຸ່ນ ຕ້ອນຮັບ ທ່ານ ສາສະກິ ທາໂຣ ( Mr. SASAKI Taroh ).
ໃນວັນທີ 24 ເມສາ 2025 ນີ້, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວ – ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ສາສະກິ ທາໂຣ (Mr. SASAKI Taroh), ຫົວໜ້າຫ້ອງ
ການສະມາຄົມມິດຕະພາບຝ່າຍສະພາ ຍີ່ປຸ່ນ-ລາວ, ປະທານສະມາຄົມການສ້າງແວດລ້ອມສາກົນ (Association for the Creation of an International Environment), ທີ່ປຶກສາສະມາຄົມມິດຕະພາບໄຊຕະມະ-ລາວ ພ້ອມດ້ວຍຄະນະ.
ໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ ແລະ ຄວາມເປັນໄປໄດ້ໃນການຈັດສົ່ງຊາວໜຸ່ມລາວ ໄປຝຶກອົບຮົມທັກສະການເຮັດວຽກຢູ່ປະເທດຍີ່ປຸ່ນ ແລະ ລະບົບການພັດທະນາພວກກ່ຽວພາຍຫຼັງກັບມາປະເທດ.
ໃນໂອກາດນີ້, ທ່ານ ປອ. ພອນແກ້ວ ຈັນທະມາລີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ທ່ານ ສາສະກິ ທາໂຣ (Mr. SASAKI Taroh) ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ – ຍີ່ປຸ່ນ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນເເຟ້ນຍິ່ງໆຂຶ້ນໄປເລື້ອຍໆ, ໂດຍສະເພາະແມ່ນເພື່ອການສົ່ງເສີມຄວາມເຂົ້າໃຈກ່ຽວກັບການການແລກປ່ຽນ ແລະ ຮ່ວມມືທາງດ້ານວິຊາການ ຂອງໂຄງການ JICA ໃນການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ.
ໃນໂອກາດດຽວກັນ, ທ່ານ ສາສະກິ ທາໂຣ (Mr. SASAKI Taroh) ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ສະຖາບັນລາວ – ຍີ່ປຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ສະຖາບັນລາວ – ຍີ່ປຸ່ນ ທີ່ໄດ້ເປັນສ່ວນໜຶ່ງໃນການແລກປ່ຽນທາງດ້ານວິຊາການ ແລະ ວັດທະນະທຳ ລະຫວ່າງສອງຊາດ ລາວ – ຍີ່ປຸ່ນ.

Leave a Comment

Your email address will not be published. Required fields are marked *

Scroll to Top

situs138

swo.gov.sy

www.tnttelecom.net.br

www.boudabbous.com

magnum-seguridad.com.ec

digitalomark.com

situs138

Link Situs Gacor Agen Slot Online Depo 10K Terbaik No.1

PANEN138

Situs Slot Gacor Online Resmi Server Thailand

http://dlh.kalteng.go.id/kegiatan/situs-gacor-depo-10k/

situs138 merupakan penyedia link login slot138

link resmi duniacash

link resmi https://dev.studioshabazz.com/

link resmi slot138center.com

link resmi cms.icebug.com

link resmi slot gacor

link resmi https://slot138.jimdofree.com/

slot depo 10k

slot138

GGSOFT

https://www.lartdu-chocolat.com/

https://www.projectfocushawaii.com/

https://tuic.education.pf/quisommesnous/