ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ

ສລຍ ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ພາຍໃຕ້ການສະໜັບສະໜຸນຂອງ ອົງການ JICA ໄດ້ເປີດດໍາເນີນການຮຽນ-ການສອນ ໃນລະດັບປະລິນຍາໂທສາຂາວິຊາ ບໍລິຫານທຸລະກິດ (MBA) ໂດຍເນັ້ນຄວາມສົມດຸນລະຫວ່າງທິດສະດີການບໍລິຫານທຸລະກິດ ແລະ ຄວາມຮູ້ຕົວຈິງທີ່ຈໍາເປັນ ສໍາລັບການພັດທະນາເສດຖະກິດຕາມກົນໄກການຕະຫຼາດ ໃນທ່າມກາງສະພາບແວດລ້ອມການເຊື່ອມໂຍງເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະແມ່ນການເຊື່ອມໂຍງເຂົ້າໃນປະຊາຄົມເສດຖະກິດ ASEAN. ຜູ້ທີ່ຮຽນຈົບຫຼັກສູດນີ້ຈະມີຄວາມຮູ້ຄວາມສາມາດພຽງພໍສໍາລັບການດໍາເນີນທຸລະກິດຢ່າງມີຜົນສໍາເລັດໃນເງື່ອນໄຂເສດຖະກິດເປີດກວ້າງພາຍໃນປະເທດລາວ. ປັດຈຸບັນ, ສລຍ ພວມເປີດຮັບນັກສຶກສາ ຊຸດທີ 18 ເລີ່ມແຕ່ວັນທີ 1 ເມສາ – 8 ສິງຫາ 2025 ດັ່ງລາຍລະອຽດລຸ່ມນີ້

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງຈົບການສຶກສາລະດັບປະລິນຍາຕີໃນສາຂາວິຊາໃດໜຶ່ງ
  2. ມີປະສົບການໃນການເຮັດວຽກຢ່າງໜ້ອຍ 2 ປີ
  3. ມີຄວາມຮູ້ດ້ານພາສາອັງກິດ ທີ່ສາມາດ ອ່ານ, ຂຽນ, ຟັງ ແລະ ຊື່ສານໄດ້ໃນລະດັບດີ 
    * ຜູ້ສະໝັກທີ່ມີປະສົບການ ແລະ ຄວາມຮູ້ພື້ນຖານດ້ານບໍລິຫານທຸລະກິດ ຫຼື ເສດຖະສາດຈະໄດ້ຮັບການພິຈາລະນາເປັນພິເສດ 
    **ຜູ້ສໍາເລັດການສຶກສາລະດັບປະລິນຍາຕີໃໝ່ໃນສາຂາວິຊາ ບໍລິຫານທຸລະກິດ ຫຼື ເສດຖະສາດ ທີ່ມີຄະແນນສະເລ່ຍ (GPA) = 3.00 ຂຶ້ນໄປ ກໍອາດຈະໄດ້ຮັບການພິຈາລະນາ

ໄລຍະເວລາໃນການສຶກສາ:
Ÿ  ຫຼັກສູດທັງໝົດໃຊເວລາ 2 ປີ (ຮຽນທິດສະດີ 1 ປີ 6 ເດືອນ, ຂຽນວິທະຍານິພົນ 6 ເດືອນ) 
Ÿ  ມື້ຮຽນ: ຈັນ-ສຸກ (ພາກຄໍ່າ 17:30 – 20:45 ໂມງ)

  ຄ່າຮຽນ: 
Ÿ  ຄ່າຮຽນຕົ້ນຕໍ: 29,640,000 ກີບ
Ÿ  ຄ່າທໍານຽມສະໝັກ 100,000 ກີບ (ດາວໂຫຼດແບບຟອມ) 

ພາສາທີ່ໃຊ້ສອນ: 
– ພາສາລາວ 65% – ພາສາອັງກິດ 35%
ສອນໂດຍອາຈານລາວ ແລະ ຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງ

ກິດຈະກໍາ

ສລຍ ຍຶດຖືຫຼັກ 5 ຫຼັກມູນການສຶກສາຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ, ໂດຍມີເປົ້າໝາຍເພື່ອຮັດແໜ້ນຄວາມສໍາພັນສາມັກຄີລະຫວ່າງຄູ-ພະນັກງານ ກັບ ນັກສຶກສາ ພ້ອມກັບເປັນການສ້າງເຄືອຂ່າຍລະຫວ່າງນັກສຶກສາຮຸ່ນປັດຈຸບັນ ແລະ ອະດີດນັກສຶກສາ. ກິດຈະກໍາທີ່ເຮັດຮ່ວມກັນສ່ວນໃຫຍ່ແມ່ນແຂ່ງຂັນບານເຕະມິດຕະພາບ, ແຂ່ງເປຕັງ, ຈັດງານວາງສະແດງສິນຄ້າ-ຜະລິດຕະພັນຂອງນັກສຶກສາ, ຈັບຄູ່ຮ່ວມທຸລະກິດ ແລະ ອື່ນໆ. ນອກຈາກນັ້ນ, ສລຍ ຍັງໄດ້ຮ່ວມກັບນັກສຶກສາຈັດກິດຈະກໍາມອບເຄື່ອງຊ່ວຍເຫຼືອໂຮງຮຽນໃນເຂດຊົນນະບົດທັງພາຍໃນນະຄອນຫຼວງ ແລະ ຕ່າງແຂວງ. 

ການໄປທັດສະນະສຶກສາ

ການທັດສະນະສຶກສາຖືເປັນສ່ວນໜຶ່ງຂອງການຮຽນ, ນັກສຶກສາມີໂອກາດໄດ້ໄປທັດສະນະຕາມຫົວໜ່ວຍທຸລະກິດຕ່າງໆໃນນະຄອນຫຼວງ, ຕ່າງແຂວງ ແລະ ໃນທ້າຍການສຶກສາຈະໄດ້ໄປທັດສະນະຢູ່ປະເທດໄທ.

ເຄືອຂ່າຍອະດີດນັກສຶກສາ

ງານພົບປະເຄືອຂ່າຍອະດີດນັກສຶກສາຫຼັກສູດປະລິນຍາໂທບໍລິຫານທຸລະກິດຂອງ ສລຍ ແມ່ນເລີ່ມມາຕັ້ງແຕ່ປີ 2010 ໂດຍການສະໜັບສະໜຸນຈາກອົງການໄຈກາ ເຊິ່ງມີເປົ້າໝາຍເພື່ອສົ່ງເສີມຄວາມຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງນັກສຶກສາຮຸ່ນປັດຈຸບັນ ແລະ ອະດີດນັກສຶກສາດ້ວຍກັນເອງ. ເຊິ່ງຈະຈັດໃນເດືອນທັນວາ ຂອງທຸກປີ. 

Scroll to Top

situs138

swo.gov.sy

www.tnttelecom.net.br

www.boudabbous.com

magnum-seguridad.com.ec

digitalomark.com

situs138

Link Situs Gacor Agen Slot Online Depo 10K Terbaik No.1

PANEN138

Situs Slot Gacor Online Resmi Server Thailand

http://dlh.kalteng.go.id/kegiatan/situs-gacor-depo-10k/

situs138 merupakan penyedia link login slot138

link resmi duniacash

link resmi https://dev.studioshabazz.com/

link resmi slot138center.com

link resmi cms.icebug.com

link resmi slot gacor

link resmi https://slot138.jimdofree.com/

slot depo 10k

slot138

GGSOFT

https://www.lartdu-chocolat.com/

https://www.projectfocushawaii.com/