LJI ສູ້ໆ, ຍົກລະດັບຂະຫຍາຍໂຕໃຫ້ເຕີບໃຫຍ່!
LJLJI SUSU ເປັນໂຄງການທີ່ເປີດຕົວໃນປີ 2021 ພາຍໃຕ້ໂຄງການພັດທະນາທຸລະກິດ, ເຊິ່ງແນໃສ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ບໍລິສັດ Startup ທີ່ຊອກຫາການຂະຫຍາຍທຸລະກິດ ຫຼື ການລົງທຶນໃໝ່. ຊື່ SUSU ມາຈາກ “ການຂະຫຍາຍທຸລະກິດ Startup,” ແລະ ໃນພາສາລາວ, “SUSU” ໝາຍເຖິງ “ສືບຕໍ່ດຳເນີນຕໍ່ໄປ,” ເຊິ່ງເປັນຕົວແທນຂອງການຕໍ່ສູ້ຂອງທຸລະກິດລາວໃນສະພາບແວດລ້ອມຫຼັງ COVID-19 ທີ່ທ້າທາຍ ແລະ ມີການປ່ຽນແປງຢ່າງໄວວາ.
ລັກສະນະການຂະຫຍາຍທຸລະກິດມີຈຸດປະສົງເພື່ອສະໜັບສະໜູນບໍລິສັດ Startup ທີ່ສ້າງຕັ້ງຂຶ້ນໃໝ່ໃນການແກ້ໄຂບັນຫາຂອງເຂົາເຈົ້າຜ່ານການທົດລອງ ແລະ ຄວາມຜິດພາດ. ຂໍ້ສະເໜີທາງທຸລະກິດຂອງຜູ້ເຂົ້າຮ່ວມຄາດວ່າຈະສ້າງມູນຄ່າໃຫ້ແກ່ສັງຄົມ ແລະ ບັນລຸຈຸດປະສົງຂອງໂຄງການນີ້.
ສິ່ງທີ່ຜູ້ເຂົ້າຮ່ວມ ແລະ ບໍລິສັດທີ່ເຂົ້າຮ່ວມຈະໄດ້ຮັບ:
ການສະໜັບສະໜູນດ້ານການເງິນ
ສາມາດໄດ້ຮັບໂອກາດດ້ານທຶນ ແລະ ການລົງທຶນ ຜ່ານການປະກວດແຜນທຸລະກິດ ແລະ ອື່ນໆ. ນອກຈາກນີ້ ຍັງຈະໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ໃນການປັບປຸງເອກະສານທີ່ກ່ຽວຂ້ອງກັບການເງິນ. ໂດຍມີບໍລິສັດສູງສຸດ 5 ແຫ່ງ ທີ່ຈະມີສິດໄດ້ຮັບການສະໜັບສະໜູນດ້ານການເງິນຈາກ JICA ເພື່ອເຮັດໃຫ້ແນວຄິດປະກົດຜົນເປັນຈິງ.
ເຄືອຂ່າຍບຸກຄະລາກອນ ແລະ ຂໍ້ມູນຂ່າວສານ
ຈະໄດ້ຮັບໂອກາດໃນການຮຽນຮູ້ ແລະ ສ້າງເຄືອຂ່າຍຮ່ວມກັບຜູ້ປະກອບການທີ່ປະສົບຜົນສໍາເລັດ ແລະ ຜູ້ບຸກເບີກ, ຊຶ່ງຈະຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເພີ່ມຕື່ມ ແລະ ສ້າງແຮງບັນດານໃຈໃຫ້ກັນແລະກັນ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງສາມາດສ້າງ ແລະ ຂະຫຍາຍເຄືອຂ່າຍສາຍພົວພັນກັບຫຸ້ນສ່ວນທາງທຸລະກິດ ແລະ ນັກລົງທຶນໃນອະນາຄົດໄດ້ອີກດ້ວຍ.
ການບັນຍາຍໄລຍະສັ້ນ ແລະ ລະບົບທີ່ປຶກສາ
ຈະໄດ້ຮັບຄຳແນະນຳ ແລະ ຄຳຊີ້ແນະທີ່ນຳໄປໃຊ້ໄດ້ຈິງຈາກຜູ້ຊ່ຽວຊານໃນຫຼາກຫຼາຍສາຂາ. ພາຍໃຕ້ການດູແລດັ່ງກ່າວ, ຜູ້ເຂົ້າຮ່ວມຈະໄດ້ພັດທະນາ ແລະ ປັບປຸງໂມເດວທຸລະກິດທີ່ເປັນນະວັດຕະກຳໃໝ່ ລວມທັງເອກະສານທີ່ມີຄວາມໜ້າເຊື່ອຖືຂອງຕົນເອງໃຫ້ສົມບູນຍິ່ງຂຶ້ນ.
ຕົວຢ່າງແບບຟອມສະໝັກ
Views: 0













