
ແລກປ່ຽນກິດຈະກໍາ ແລະ ວັດທະນະທໍາ
ສລຍ ຈັດກິດຈະກໍາທີ່ຫຼາກຫຼາຍເປັນປະຈໍາ ເພື່ອສົ່ງເສີມການຮຽນຮູ້ ແລະ ຄວາມເຂົ້າໃຈທີ່ດີກ່ຽວກັບຄວາມສໍາພັນຂອງສອງຊາດ ລາວ–ຍີ່ປຸ່ນ ຜ່ານການແລກປ່ຽນດ້ານວັດທະນະທໍາ
ງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ
ເວທີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການສະໝັກທຶນ, ທຶນການສຶກສາ ແລະ ຂໍ້ມູນມະຫາວິທະຍາໄລໃນປະເທດຍີ່ປຸ່ນ ເຊິ່ງຜູ້ເຂົ້າຮ່ວມສາມາດສອບຖາມຂໍ້ມູນຈາກມະຫາວິທະຍາໄລໂດຍກົງ ພ້ອມຍັງສາມາດສະໝັກຮຽນໄດ້ໃນມື້ງານ.





ລາງວັນ HONDA Y-E-S AWARD
ໂຄງການລາງວັນຮອນດາຈັດຂຶ້ນເປັນປະຈໍາທຸກປີເພື່ອຄັດເລືອກເອົານັກສຶກສາຜູ້ທີ່ມີຄວາມຮູ້ຄວາມສາມາດ ຫຼື ເອີ້ນວ່ານັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຈໍານວນ 2 ຄົນ, ເຊິ່ງລາງວັນມູນຄ່າລວມ $USD6,000 ຈາກມູນນິທິຮອນດາ





ບໍລິການສະແດງຂໍ້ມູນຂອງມະຫາວິທະຍາໄລຍີ່ປຸ່ນ
ຂໍ້ມູນຂອງມະຫາວິທະຍາໄລຕ່າງໆ ໃນປະເທດຍີ່ປຸ່ນໄດ້ຖືກວາງສະແດງໄວ້ທີ່ຫ້ອງລ໋ອບບີ້ຂອງສະຖາບັນ, ຜູ້ທີ່ສົນໃຈສາມາດເຂົ້າເບິ່ງ ແລະ ສອບຖາມຂໍ້ມູນໄດ້





ກິດຈະກໍານຸ່ງຊຸດຢູກະຕະ
ພວກເຮົາໃຫ້ບໍລິການເຊົ່າຊຸດຢູກະຕະ ແລະ ຮັບຈັດກິດຈະນໍານຸ່ງຊຸດຍີ່ປຸ່ນໃຫ້ແກ່ນັກສຶກສາ ແລະ ບຸກຄົນພາຍນອກທີ່ມີຄວາມສົນໃຈ





ພິທີຊົງຊາແບບຍີ່ປຸ່ນ (sadō)
ພິທີຊົງຊາແບບຍີ່ປຸ່ນຖືວ່າເປັນວັດທະນະທໍາທີ່ຕິດພັນກັບຮີດຄອງປະເພນີຂອງປະເທດຍີ່ປຸ່ນມາແຕ່ສະໄໝບູຮານ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຂັ້ນຕອນການກະກຽມ ແລະ ຊົງຊາແບບພື້ນບ້ານຂອງຍີ່ປຸ່ນ ໃນຫ້ອງວັດທະນະທໍາທີ່ມີຄວາມດຶງດູດໃຈ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເພິດເພີນໃຈ ແລະ ຊຶມຊັບບັນຍາກາດທີ່ເປັນເອກະລັກ





ຈັດດອກໄມ້ (IKEBANA)
ກິດຈະກໍາຈັດດອກໄມ້ຖືເປັນສິລະປະທີ່ເກົ່າແກ່ຂອງຍີ່ປຸ່ນ ໂດຍການຈັດແຈງກິ່ງ ກ້ານ ດອກໄມ້ຕາມລະດູການໃສ່ໃນໂຖທີ່ມີຄວາມສວຍງານ. ສາມາດນໍາໄປຕົກແຕ່ງຫ້ອງເພື່ອຄວາມສວຍງາມ ແລະ ຊ່ວຍໃຫ້ຮູ້ສຶກວ່າໄດ້ໃກ້ຊິດກັບທໍາມະຊາດ





ບຸນເຊັດຊຶບຶງ (SETSUBUN)
ບຸນນີ້ຈະຈັດຂື້ນໃນວັນທີ 3 ຫຼື 4 ຂອງເດືອນກຸມພາ ເຊິ່ງເປັນວັດທະນະທຳວ່ານແກ່ນໝາກຖົ່ວເພື່ອຂັບໄລ່ສິ່ງບໍ່ດີອອກໄປແລ້ວໃຫ້ສິ່ງດີໆເຂົ້າມາ





ບຸນຣິນະມະຊຶລິ (HINAMATSURI)
ບຸນນີ້ຈະຈັດຂື້ນໃນວັນທີ 3 ເດືອນ 3 ແມ່ນວັນບຸນຮິນະມະຊຶລິ (ບຸນເດັກນ້ອຍຜູ້ຍິງ) ເຊິ່ງເປັນບຸນທີ່ຫຼາຍຄົນຂໍພອນໃຫ້ລູກສາວມີການຈະເລີນເຕີບໂຕ, ສຸຂະພາບແຂງແຮງ ແລະ ມີຄວາມສຸກ ຄອບຄົວທີ່ມີລູກສາວນ້ອຍໆ ເຂົາເຈົ້າຈະຈັດວາງສະແດງຕຸກກະຕາໄວ້ພາຍໃນເຮືອນຊຶ່ງການຈັດວາງຕຸກກະຕານັ້ນຈະເຮັດເປັນຖ້ານເຊິ່ງແຕ່ລະຖ້ານແມ່ນມີຄວາມແຕກຕ່າງກັນໃນແຕ່ລະບອ່ນ.




ບຸນເດັກນ້ອຍຜູ້ຊາຍຍີ່ປຸ່ນ (KOINOBORI)
ບຸນທະນະບະຕະ (TANABATA FESTIVAL)




ບຸນທະນະບະຕະ (TANABATA FESTIVAL)
ໃນວັນທີ 7 ເດືອນ 7 ແມ່ນບຸນທະນະບະຕະ ເປັນວັດທະນະທຳໜຶ່ງທີ່ມີຄວາມເຊື່ອຖືມາແຕ່ດົນນານ, ບຸນທະນະບະຕະແມ່ນການຂຽນຄຳອວຍພອນ ຫຼື ຄຳອະທິຖານຂອງຕົນໃນສິ່ງທີ່ຕົນເອງຕ້ອງການແລ້ວມາຫ້ອຍໃສ່ຕົ້ນໄມ້ໄຜ່ເພື່ອໃຫ້ຄຳອະທິຖານນັ້ນກາຍເປັນຈິງ.




