
ສະບາຍດີ! ຂ້ອຍຊື່ວ່າ KANAHARA Mira, ເປັນນັກສຶກສາປີທີ 3 ຈາກຄະນະນິຕິສາດ ມະຫາວິທະຍາໄລ Kwansei Gakuin, ໄດ້ມາຝຶກງານຢູ່ ສູນລາວ-ຢີ່ປຸ່ນ (LJI) ຕັ້ງແຕ່ເດືອນເມສາທີ່ຜ່ານມາ.
ຂ້ອຍໄດ້ປະຈຳຢູ່ ພະແນກບໍລິຫານ-ຈັດຜັງ. ຂ້ອຍມີຮັບຫນ້າທີ່ປັບປຸງເວັບໄຊຂອງ LJI, ການພັດທະນານະວັດຕະກຳສຳລັບຫ້ອງສະໝຸດ, ການສ້າງໂພສໃນ Facebook ແລະ ການວາງແຜນຈັດກິດຈະກຳແລກປ່ຽນວັດທະນະທຳ.
ຂ້ອຍຮູ້ສຶກຂອບໃຈເປັນຢ່າງຍິ່ງ ທີ່ທຸກໆທ່ານໃນ LJI ລວມທັງປະຊາຊົນລາວທຸກຄົນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.




