ຢາກລອງເຮັດອາຫານຍີ່ປຸ່ນ ແລະ ສຳຜັດວັດທະນະທຳຍີ່ປຸ່ນໄປນຳກັນບໍ?

 

ພະແນກແລກປ່ຽນວັດທະນະທຳ ຂໍເຊີນຊວນທຸກທ່ານເຂົ້າຮ່ວມ “ກິດຈະກຳການເຮັດອາຫານຍີ່ປຸ່ນ”

 ຮຽນຮູ້ວັດທະນະທຳຍີ່ປຸ່ນ ຜ່ານການເຮັດອາຫານນຳກັນ! ໃນກິດຈະກຳນີ້, ທຸກທ່ານຈະໄດ້ລອງເຮັດອາຫານຍີ່ປຸ່ນດ້ວຍຕົນເອງ.

ນອກນັ້ນຍັງມີການແນະນຳຄຳສັບພາສາຍີ່ປຸ່ນທີ່ກ່ຽວກັບລົດຊາດອາຫານໃຫ້ອີກດ້ວຍ!

ຄັ້ງທີ 1: “ຄາຣາເບັນ” (ເຂົ້າກ່ອງຕົວລະຄອນກາຕູນ)

ວັນພຸດ, ທີ 3 ມິຖຸນາ 2026

ເວລາ: 13:30 – 15:30

ຄັ້ງທີ 2: “Temaki-zushi” (ຊູຊິແບບຫໍ່ດ້ວຍມື)

ວັນພຸດ, ທີ 1 ກໍລະກົດ 2026

ເວລາ: 13:30 – 15:30

📍 ສະຖານທີ່: ສະຖາບັນ ລາວ-ຍີ່ປຸ່ນ (LJI)

👥 ຮັບຈຳນວນຈຳກັດພຽງ 15 ທ່ານ ຕໍ່ຄັ້ງເທົ່ານັ້ນ!!

💰 ຄ່າເຂົ້າຮ່ວມ: 100,000 ກີບ / ຄົນ / ຄັ້ງ

📞ສະໝັກ ຫຼື ສອບຖາມເພີ່ມເຕີມໄດ້ທີ່: ອຈ. ພິດສະໄໝ (020 58082239)

ພວກເຮົາລໍຖ້າຕ້ອນຮັບທຸກທ່ານຢູ່ເດີ!

ຂຽນຄຳຄິດເຫັນ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ເລື່ອນຂຶ້ນເທິງ