ຫຼັກສູດຝຶກອົບຮົມພັດທະນາທຸລະກິດ

ບໍລິການຝຶກອົບຮົມ ແລະ ໃຫ້ຄໍາປຶກສາເພື່ອເສີມທັກສະຄວາມຮູ້ຂອງຜູ້ເຂົ້າຮ່ວມ ແລະ ນໍາບົດຮຽນທີ່ໄດໄປໝູນໃຊ້ໃນທຸລະກິດຕົວຈິງ.

ປະລິນຍາໂທ ສາຂາບໍລິຫານທຸລະກິດ

ຫຼັກສູດປະລິນຍາໂທ ສາຂາບໍລິການທຸລະກິດຂອງ ສລຍ ເນັ້ນການສ້າງປະສົບການຜ່ານການປະຕິບັດຕົວຈິງ
ປະສົມປະສານກັບທິດສະດີທີ່ກ້າວທັນຍຸກສະໄໝ. ຜົນການຮຽນຮູ້ສາມາດນໍາໃຊ້ໄດ້ຈິງໃນການພັດທະນາປະເທດ ແລະ ຮ່ວມມືກັບໂຂງເຂດອາຊຽນ

ຫຼັກສູດຜູ້ບໍລິຫານ

ຫຼັກສູດເຄເອຈຸກຸ ‘Keieijuku’ ເປັນຫຼັກສູດສະເພາະສໍາລັບຜູ້ບໍລິຫານ ແລະ ເຈົ້າຂອງທຸລະກິດ, ຫຼັກສູດປະກອບດ້ວຍ 6 ວິຊາສໍາຄັນທີ່ຊ່ວຍເສີມທັກສະ ແລະ ພັດທະນາທຸລະກິດຂອງຜູ້ເຂົ້າຮ່ວມຜ່ານການຮຽນຮູ້ຢ່າງມີຍຸດທະສາດ

ຫຼັກສູດຝຶກອົບຮົມສະເພາະ

ຫຼັກສູດຝຶກອົບຮົມນີ້ ສາມາດອອກແບບສໍາລັບກຸ່ມເປົ້າຫມາຍສະເພາະໃນບໍລິສັດ ເຊັ່ນ: ຜູ້ບໍລິຫານສູງສຸດ, ຜູ້ຈັດການ, ພະນັກງານປະຈໍາ ແລະ ອື່ນໆ . ຄຽງຄູ່ກັບເນື້ອໃນ, ລູກຄ້າຍັງສາມາດອອກແບບໄລຍະເວລາຂອງຫຼັກສູດເອງໄດ້

ຫຼັກສູດການຈັດການ

ຫຼັກສູດທີ່ຈັດຂຶ້ນເປັນປະຈໍາສອນໂດຍຊ່ຽວຊານຂອງ ສລຍ ແລະ ຊ່ຽວຊານຈາກຍີ່ປຸ່ນ ແລະ ໄທ

Scroll to Top