ເຜີຍແຜ່ກ່ຽວກັບການສຶກສາພາສາຢີ່ປຸ່ນ ຢູ່ແຂວງຫຼວງພະບາງ

ສະຖາບັນລາວ-ຍີ່ປຸ່ນ ລົງເຜີຍແຜ່ກ່ຽວກັບການສຶກສາພາສາຢີ່ປຸ່ນ ຢູ່ແຂວງຫຼວງພະບາງ

ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນການຮຽນ-ການສອນພາສາຢີ່ປຸ່ນໃນທ້ອງຖິ່ນ,

ສະຖາບັນລາວ-ຢີ່ປຸ່ນ (LJI) ໄດ້ລົງຢ້ຽມຢາມສະຖາບັນການສຶກສາ 4 ແຫ່ງຢູ່ແຂວງຫຼວງພະບາງ ຄື:

• ວັນທີ 11 ມີນາ 2026: ຄະນະສຶກສາສາດ, ມະຫາວິທະຍາໄລສຸພານຸວົງ.

• ວັນທີ 12 ມີນາ 2026: ໂຮງຮຽນມັດທະຍົມສົມບູນສັນຕິພາບ.

• ວັນທີ 12 ມີນາ 2026: ໂຮງຮຽນມັດທະຍົມສົມບູນພັນຫຼວງ.

• ວັນທີ 13 ມີນາ 2026: ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ.

ໃນການຢ້ຽມຢາມມະຫາວິທະຍາໄລ ແລະ ໂຮງຮຽນມັດທະຍົມ, ທາງ LJI ໄດ້ມີການແນະນຳກ່ຽວກັບສະຖາບັນ ແລະ ທຶນການສຶກສາໄປຮຽນຕໍ່ທີ່ປະເທດຢີ່ປຸ່ນ, ສອນການທັກທາຍເປັນພາສາຢີ່ປຸ່ນ, ແນະນຳວັດທະນະທຳຢີ່ປຸ່ນກ່ຽວກັບລະດູໃບໄມ້ປົ່ງ, ພ້ອມທັງມີກິດຈະກຳພັບເຈ້ຍໂອລິກາມິ (ຮູບດອກຊາກຸລະ) ແລະ ການປະດັບປະດາວີດ້ວຍຕົນເອງ. ບັນດານັກຮຽນນັກສຶກສາໄດ້ຮຽນຮູ້ການທັກທາຍເປັນພາສາຢີ່ປຸ່ນຢ່າງມ່ວນຊື່ນ ແລະ ໄດ້ສ້າງສັນຜົນງານທີ່ມີເອກະລັກສະເພາະຕົວ. ສະຖາບັນຂອງພວກເຮົາຫວັງຢ່າງຍິ່ງວ່າ ກິດຈະກຳໃນຄັ້ງນີ້ຈະເປັນແຮງບັນດານໃຈໃຫ້ທຸກຄົນມີຄວາມສົນໃຈກ່ຽວກັບປະເທດຢີ່ປຸ່ນຫຼາຍຂຶ້ນ.

ນອກຈາກນີ້, ຢູ່ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ພວກເຮົາໄດ້ມີການປະຊາສຳພັນຫຼັກສູດພາສາຢີ່ປຸ່ນແບບອອນລາຍຂອງ LJI ແລະ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການສຶກສາພາສາຢີ່ປຸ່ນໃນທ້ອງຖິ່ນ. ທາງພະແນກກໍ່ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຮ່ວມມືໃນຕໍ່ໜ້າຢ່າງເຕັມສ່ວນ, ເຊິ່ງຖືເປັນກຳລັງໃຈທີ່ສຳຄັນຫຼາຍ.

ທາງສະຖາບັນ LJI ຂໍສະແດງຄວາມຂອບໃຈມາຍັງພະແນກສຶກສາທິການ ແລະ ກິລາ ທີ່ໄດ້ຊ່ວຍປະສານງານໃນການລົງຢ້ຽມຢາມໂຮງຮຽນຕ່າງໆໃນຄັ້ງນີ້.

ປັດຈຸບັນ, LJI ມີຫຼັກສູດພາສາຢີ່ປຸ່ນແບບອອນລາຍ, ເຊິ່ງເຮັດໃຫ້ຜູ້ທີ່ສົນໃຈຢູ່ຕ່າງແຂວງ ເຊັ່ນ ແຂວງຫຼວງພະບາງ ກໍ່ສາມາດຮຽນພາສາຢີ່ປຸ່ນໄດ້ຢ່າງສະດວກສະບາຍ. ຫາກທ່ານໃດສົນໃຈ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທຸກເວລາ.

Leave a Comment

Your email address will not be published. Required fields are marked *

Scroll to Top