ຫຼັກສູດເຄເອຈຸກຸ (Keieijuku)
KEIEIJUKU ແມ່ນຫຼັກສູດຂອງ LJI ທີ່ຖືກອອກແບບມາສໍາລັບເຈົ້າຂອງບໍລິສັດທີ່ມີຄວາມກະຕືລືລົ້ນທີ່ຈະພັດທະນາບໍລິສັດຂອງພວກເຂົາໂດຍການຮຽນຮູ້ ແລະການພັດທະນາຕົນເອງ.
「ເຄເອ」 ໝາຍເຖິງ “ການບໍລິຫານ” ແລະ「ຈຸກຸ」 ໝາຍເຖິງ “ໂຮງຮຽນເອກະຊົນ Private Tutoring School”
ພາບລວມ

ທຸກວິຊາສອນໂດຍຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງດ້ານທຸລະກິດ ແລະ ການສິດສອນທັງພາກທິດສະດີ ແລະ ປະຕິບັດ

ຫຼັງຈາກຮຽນແລ້ວແຕ່ລະວິຊາ, ນັກສໍາມະນາກອນຈະໄດ້ສ້າງແຜນທຸລະກິດ ຫຼື ແຜນຂະຫຍາຍທຸລະກິດເພື່ອຮັບຄໍາປຶກສາແບບສ່ວນໂຕ. ຜູ້ເຂົ້າຮ່ວມຈະໄດ້ໄປທັດສະນະສຶກສາຢູ່ຍີ່ປຸ່ນເປັນເວລາ 10 ວັນ ເພື່ອຮຽນຮູ້ການບໍລິຫານ ແລະ ການຈັດການຈາກບໍລິສັດຕ່າງໆໃນປະເທດຍີ່ປຸ່ນ.

ນັກສໍາມະນາກອນຈະໄດ້ເຂົ້າເປັນສ່ວນໜຶ່ງຂອງກຸ່ມເຄື່ອຂ່າຍຜູ້ບໍລິຫານ, ທີ່ຈະໄດ້ພົບກັບໂອກາດຫຼາຍຢ່າງໃນການຂະຫຍາຍ ຫຼື ສ້າງຄູ່ຮ່ວມມືທາງທຸລະກິດກັບນັກສໍາມະນາກອນດ້ວຍກັນ, ລວມທັງບໍລິສັດຕ່າງໆທັງພາຍໃນ ແລະ ຍີ່ປຸ່ນ.

ຫຼັກສູດນີ້ໃຊ້ເວລາຮຽນ 6 ເດືອນ, ໂດຍແບ່ງເປັນຮຽນ 5 ມື້/ວິຊາ ໃນ ແຕ່ລະເດືອນ (ເວລາຮຽນ 9:00 - 16:00). ຫຼັງຈາກຮຽນຈົບແຕ່ລະວິຊາ ນັກສໍາມະນາກອນສາມາດພົບກັບຊ່ຽວຊານເພື່ອຮັບຄໍາປຶກສາ.
ຢູ່ໃນຫຼັກສູດ “keiei-juku”ນີ້, ຜູ້ບໍລິຫານບໍລິສັດຈະໄດ້ຮຽນຮູ້ບັນດາທິດສະດີທີ່ຈຳເປັນປະສານສົມທົບກັບກໍລະນີສຶກສາຂອງນັກທຸລະກິດທີ່ປະສົບຜົນສຳເລັດໃນການພັດທະນາທັກສະທີ່ກ່າວມາຂ້າງເທິງ. ຜູ້ບໍລິຫານບໍລິສັດຈະໄດ້ຮັບການແນະນຳແລະຮັບແຮງບັນດານໃຈໃຫ້ພັດທະນາທັກສະໃນການວິເຄາະປະເດັນບັນຫາພາຍໃນທຸລະກິດຂອງຕົນ ແລະພັດທະນາແຜນການປັບປຸງທຸລະກິດຂອງຕົນ. ຜູ້ເຂົ້າຝຶກອົບຮົມຍັງຈະມີໂອກາດຮຽນຮູ້ຈາກກັນແລະກັນຢູ່ພາຍໃນຫ້ອງແລະຂະຫຍາຍເຄືອຂ່າຍທາງທຸລະກິດຊຶ່ງຈະເປັນປະໂຫຍດໃນການພັດທະນາໃນອະນາຄົດ.
ໄລຍະເວລາ ແລະ ວິທີການດຳເນີນການ:
ຫຼັກສູດ “keiei-juku”ນີ້ຈະດຳເນີນເປັນເວລາ 6 ເດືອນ ປະກອບມີ 6 ວິຊາທີ່ຈຳເປັນສຳລັບປັບປຸງການບໍລິຫານທຸລະກິດບວກກັບກອງປະຊຸມລາຍງານຜົນ. ແຕ່ລະວິຊາຈະໃຊ້ເວລາທັງໝົດ 1 ເດືອນ ໃນນັ້ນຜູ້ເຂົ້າຝຶກອົບຮົມຈະໄດ້ເຂົ້າຮຽນຕົວຈິງຢ່າງເຕັມເວລາເປັນເວລາໜຶ່ງອາທິດ, ສ່ວນເວລາທີ່ເຫຼືອໃນເດືອນດັ່ງກ່າວຜູ້ເຂົ້າຝຶກອົບຮົມຈະໄດ້ເຮັດວຽກບ້ານດ້ວຍການນຳເອົາບົດຮຽນທີ່ໄດ້ຈາກການຮຽນໃນຫ້ອງໄປໝູນໃຊ້ເຂົ້າໃນວຽກງານຕົວຈິງພ້ອມທັງວິເຄາະ ແລະ ວາງແຜນປັບປຸງທຸລະກິດ. ຜ່ານການເຮັດຕົວຈິງດັ່ງກ່າວ ພາຍຫຼັງສຳເລັດຫຼັກສູດ 6 ເດືອນຜູ້ເຂົ້າຮ່ວມຝຶກອົບຮົມຈະສາມາດມີຜົນການວິເຄາະລະອຽດ ແລະ ພັດທະນາແຜນການປັບປຸງທຸລະກິດຂອງຕົນຢ່າງເປັນລະບົບ. ຫຼັກຈາກປິດຫຼັກສູດ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈະໄດ້ໄປທັດສະນະສຶກສາຢູ່ປະເທດຢີ່ປຸ່ນ ເປັນເວລາ 10 ວັນ.
ວິຊາຮຽນ:
- ຍຸດທະສາດອົງກອນ
- ຍຸດທະສາດການບໍລິຫານການເງິນ
- ຍຸດທະສາດການບໍລິຫານຊັບພະຍາກອນມະນຸດ
- ການບໍລິຫານການດໍາເນີນງານ
- ຍຸດທະສາດການຕະຫຼາດ
- ການພັດທະນາແຜນທຸລະກິດ
- ທັດສະນະສຶກສາຮຽນຮູ້ໂຕຈິງຢູ່ປະເທດຍີ່ປຸ່ນເປັນເວລາ 10 ວັນ
ຕາຕະລາງຮຽນ:
ວັນຈັນ – ວັນສຸກ
ເວລາ 9 ໂມງ ຫາ 16 ໂມງ (ພັກຜ່ອນຮັບປະທານອາຫານທ່ຽງ 1 ຊົ່ວໂມງ).
ຈຳນວນຜູ້ເຂົ້າຝຶກອົບຮົມຕໍ່ຊຸດ:
15~20 ທ່ານ
ເງື່ອນໄຂສຳລັບຜູ້ເຂົ້າຝຶກອົບຮົມ:
- ຜູ້ເຂົ້າຮ່ວມຫຼັກສູດ “keiei-juku”ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດຊຶ່ງເປັນຜູ້ທີ່ມີບົດບາດ ແລະ ສາມາດດຳເນີນການວິເຄາະສະພາບປະຈຸບັນ, ສ້າງແຜນ ແລະ ຈັດຕັ້ງປະຕິບັດການປັບປຸງທີ່ເໝາະສົມສຳລັບບໍລິສັດ.
• ຜູ້ເຂົ້າຝຶກອົບຮົມຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານຍີ່ປຸ່ນພ້ອມທັງແລກປ່ຽນບົດຮຽນກັບຊ່ຽວຊານ. ຄວາມສາມາດດ້ານພາສາອັງກິດມີຄວາມຈຳເປັນຫຼາຍເຖິງວ່າໃນການຮຽນຕົວຈິງ ໂຄງການຫຼັກສູດຈະມີການແປເປັນພາສາລາວໃຫ້ກໍຕາມ.
• ຜູ້ເຂົ້າຝຶກອົບຮົມກໍຕ້ອງໄດ້ຕັດສິນໃຈໃນການເຂົ້າຮ່ວມການຝຶກອົບຮົມ, ດຳເນີນການວິເຄາະ ແລະ ວາງແຜນການປັບປຸງ. ການຂາດຮຽນແມ່ນບໍ່ອະນຸຍາດເດັດຂາດ.
• ຖ້າຫາກທ່ານໃດບໍ່ເຂົ້າຮ່ວມໂຄງການຢ່າງເຕັມສ່ວນ ຫຼື ບໍ່ສາມາດດຳເນີນການວິເຄາະ ແລະ ວາງແຜນການປັບປຸງຢ່າງສົມເຫດສົມຜົນຈະຖືວ່າບໍ່ສາມາດສຳເລັດການຝຶກອົບຮົມໃນຫຼັກສູດນີ້. ສະຖາບັນລາວ-ຍີ່ປຸ່ນຈະອອກໃບຢັ້ງຢືນການສຳເລັດຫຼັກສູດໃຫ້ພຽງແຕ່ຜູ້ທີ່ສາມາດປະຕິບັດຕາມເງື່ອນໄຂຂອງຫຼັກສູດເທົ່ານັ້ນ.
ການເປີດຮັບສະໝັກ
ຜູ້ສະໝັກຈະໄດ້ຮັບການສໍາພາດ ແລະ ປະກາດຜົນໃນທ້າຍເດືອນ 9/2025
ຄ່າຮຽນ: $2,300
ຮຽນກັບຊ່ຽວຊານຍີ່ປຸ່ນ

Dr. Kwaguchi
ທ່ານສາມາດຈິນຕະນາການເຫັນບໍລິສັດຂອງທ່ານໃນສາມປີທາງໜ້າບໍ່? ຮຽນຮູ້ຈຸດແຂງ ແລະຈຸດອ່ອນຂອງທ່ານ, ຫຼັງຈາກນັ້ນສ້າງແຜນການຂະຫຍາຍຕົວທຸລະກິດຂອງທ່ານ. ກະລຸນາກຽມພ້ອມໂດຍການເຂົ້າຮ່ວມການບັນຍາຍ 4 ວິຊາຕໍ່ໄປນີ້. ທີ່ຈະນໍາທ່ານໄປສູ່ການພັດທະນາແຜນທຸລະກິດພາກປະຕິບັດ.ທ່ານຈະໄດ້ຮຽນຮູ້ວິທີການສ້າງຍຸດທະສາດຂອງບໍລິສັດ. ມັນເຖິງເວລາທີ່ຈະສ້າງແຜນການຂະຫຍາຍຕົວທາງທຸລະກິດຂອງທ່ານ! ມາພັດທະນາແຜນທຸລະກິດໂດຍໃຊ້ຄວາມຮູ້ທີ່ທ່ານໄດ້ຮັບຈາກການບັນຍາຍ 5 ວິຊາຜ່ານມາ. ຂ້ອຍແນ່ໃຈວ່າຄວາມຄິດຂອງທ່ານໃນຖານະທີ່ເປັນຜູ້ບໍລິຫານສູງສຸດຈະປ່ຽນໄປ
ປະສົບການ 30 ກວ່າປີທີ່ເຮັດວຽກໃນແວດວົງອຸດສາຫະກໍາແຜ່ນແພຂອງປະເທດຍີ່ປຸ່ນ, ແລະ ໃຫ້ຄໍາປຶກສາແກ່ບໍລິສັດຕ່າງໆໃນຫຼາຍປະເທດ ໂດຍສະເພາະດ້ານການຜະລິດ ແລະ ດໍາເນີນງານ, ການຈັດການການຂາຍ, ແລະການຕະຫຼາດ. ທ່ານປະເລື່ອງເລັກນ້ອຍປະຈໍາວັນໃນການດໍາເນີນງານຂອງທ່ານໃນຂະບວນການຜະລິດ ຫຼືການເຮັດວຽກຫ້ອງການ? ທ່ານຈະໄດ້ຮຽນຮູ້ວິທີການປັບປຸງຜົນຜະລິດໃນບໍລິສັດຂອງທ່ານໂດຍການຈັດຕັ້ງສິ່ງຕ່າງໆ. ນອກຈາກນັ້ນ, ທ່ານຈະໄດ້ຮຽນຮູ້ 5S ແລະ KAIZEN.

Mitsuo TAMADA

Masakazu Hirakawa
ທີ່ປຶກສາທີ່ໄດ້ຮັບຄວາມໄວ້ວາງໃຈຂອງຫຼາຍໆບໍລິສັດ ໂດຍສະເພາະບັນດາບໍລິສັດສະຕາດອັບ. ມີປະສົບການໃນການສົ່ງເສີມຫຼາຍບໍລິສັດໃນການພັດທະນາແຜນຍຸດທະສາດການເຕີບໂຕໄລຍະສັ້ນ ແລະ ການພັດທະນາແຜນທຸລະກິດການຕະຫຼາດ. ທ່ານແບ່ງປັນຍຸດທະສາດການຕະຫຼາດຂອງທ່ານ. ຫຼັງຈາກນັ້ນ, ຂ້ອຍຈະແບ່ງປັນຄວາມຄິດຂອງຂ້ອຍກັບທ່ານເພື່ອໃຫ້ທ່ານກ້າວໄປຂ້າງຫນ້າ! ການຕະຫຼາດບໍ່ແມ່ນເວດມົນ ທີ່ຈະເຮັດໃຫ້ທ່ານກ້າວກະໂດດໃນມື້ອື່ນໄດ້. ວິທີການຕະຫຼາດຕ້ອງມີການວິເຄາະ ແລະວິທະຍາສາດ. ພວກເຮົາຈະຮຽນຮູ້ກໍລະນີສຶກສາຂອງລາວ ແລະປະເທດອື່ນໆຮ່ວມກັນ ແລະຊອກຫາກະແຈສູ່ຄວາມສໍາເລັດ.
ປະສົບການຫຼາຍໃນຕໍາແໜ່ງບໍລິຫານບຸກຄະລາກອນແບບມືອາຊີບໃນຫຼາຍອຸດສາຫະກໍາ ເຊັ່ນ ການລາຍງານຂ່າວການເງິນ (Reuters), ອຸດສະຫະກໍາຜະລິດລົດຍົນ (General Motor), ແລະ ຜະລິດຕະພັນແບຣນເນມ (Hermes), ປະສົບການເຫຼົ່ານີ້ໄດ້ຖ່າຍທອດເປັນບົດຮຽນໃນມຸມມອງການບໍລິຫານບຸກຄະລາກອນທີ່ນໍາໃຊ້ໄດ້ຈິງໃນຍີ່ປຸ່ນ ແລະ ສາກົນ. ທ່ານມີບັນຫາໃນການຮັກສາພະນັກງານບໍ? ທ່ານຈະຮຽນຮູ້ວ່າການຈ້າງງານບໍ່ແມ່ນຄ່າໃຊ້ຈ່າຍ ແຕ່ແມ່ນການລົງທຶນ. ຍິ່ງເຈົ້າເບິ່ງແຍງພະນັກງານຫຼາຍເທົ່າໃດ, ເຂົາເຈົ້າຈະເຮັດວຽກໄດ້ຫຼາຍຂຶ້ນ. ໃນການບັນຍາຍຂອງຂ້ອຍ, ທ່ານຈະເຂົ້າໃຈສິ່ງທີ່ຂ້ອຍຫມາຍເຖິງ. ກະລຸນາສືບຕໍ່ການຮຽນຮູ້ໃນຫຼັກສູດເຄເອຈຸກຸ, ຫຼັງຈາກນັ້ນທ່ານຈະໄດ້ຮຽນຮູ້ວ່າພວກເຂົາແມ່ນ “ຊັບພະຍາກອນ” ແທ້ໆ.

Kyoko YAMAZAKI

Yoshihiro Takeguchi
ທ່ານຕັດສິນໃຈແນວໃດເມື່ອທ່ານຈະເລີ່ມຕົ້ນທຸລະກິດໃຫມ່? ມາຮຽນຮູ້ວິທີການວິເຄາະສະຖານະພາບທາງການເງິນຂອງທ່ານ ແລະ ການຕັດສິນໃຈຈາກແຜນຍຸດທະສາດ. ຮຽນຮູ້ວິທີການບໍລິຫານການເງິນ ໃຫ້ເກີດປະໂຫຍດສູງສຸດ.
ສໍາມະນາກອນທີ່ຈົບຫຼັກສູດເຄເອຈຸກຸ ຢູ່ສູນຍີ່ປຸ່ນ ໃນ 6 ປະເທດ ຈໍານວນຜູ້ຮຽນຈົບທັງໝົດ: ຫຼາຍກວ່າ 1,300 ຄົນ







