ບໍລິການຕ່າງໆໃນ ສລຍ

ຫ້ອງສະໝຸດ

ທີ່ຫ້ອງສະໝຸດສະຖາບັນລາວ-ຍີ່ປຸ່ນ (LJI), ທ່ານສາມາດຊອກຫາປຶ້ມ, ໜັງສືພິມ ແລະ ວາລະສານໄດ້ຫຼາຍກວ່າ 10,000 ຫົວ.

ພວກເຮົາມີໜັງສືກາຕູນຍີ່ປຸ່ນ (Manga) ແລະ ສິ່ງພິມຕ່າງໆຢ່າງຫຼວງຫຼາຍ ເຊິ່ງເປັນສະຖານທີ່ທີ່ດີເລີດສຳລັບການຮຽນຮູ້ ແລະ ການພັກຜ່ອນ.

ໂມງເປີດ-ປິດ: ວັນຈັນ ຫາ ວັນສຸກ, ເວລາ 8:30 – 16:00 (ປິດພັກທ່ຽງ ແຕ່ເວລາ 12:00 – 13:30)

ຮ້ານອາຫານ ແລະ ກາເຟປ່າ

Kafepa’ ເປັນຮ້ານຄາເຟ່ທີ່ຕັ້ງຢູ່ພາຍໃນສູນວັດທະນະທຳລາວ-ຍີ່ປຸ່ນ (LJI).

ພວກເຮົາບໍລິການກາເຟປອດສານພິດຂອງລາວທີ່ປູກດ້ວຍ “ວິທີກະສິກໍາປ່າໄມ້” ເຊິ່ງມີຄວາມກົມກຽວກັບທໍາມະຊາດ. ກາເຟພິເສດນີ້ແມ່ນຜະລິດຢ່າງພິຖີພິຖັນໂດຍບໍລິສັດ ເມີຈຽນ (Mergion) ສໍາລັບຄົນຮັກກາເຟຢ່າງແທ້ຈິງ.

ທ່ານຍັງສາມາດເພີດເພີນກັບອາຫານຍີ່ປຸ່ນ, ໄອສະກຣີມ ແລະ ເຄື່ອງດື່ມຕ່າງໆໃນພື້ນທີ່ທີ່ສະດວກສະບາຍ.

ພວກເຮົາຍິນດີຕ້ອນຮັບທ່ານໃຫ້ແວ່ເຂົ້າມາໄດ້ໃນເວລາທີ່ທ່ານມາຢ້ຽມຢາມ LJI.

ພື້ນທີ່ວາງສະແດງ

ສະຖານທີ່ວາງສະແດງ (Exhibition Corner) ທີ່ຕັ້ງຢູ່ບໍລິເວນທາງເຂົ້າຂອງສະຖາບັນລາວ-ຍີ່ປຸ່ນ (LJI) ແມ່ນພື້ນທີ່ສ້າງໃໝ່ເພື່ອສົ່ງເສີມການສ້າງເຄືອຂ່າຍທຸລະກິດລະຫວ່າງບໍລິສັດລາວ ແລະ ບໍລິສັດຕ່າງປະເທດ, ໂດຍສະເພາະແມ່ນບໍລິສັດຈາກຍີ່ປຸ່ນ.

ຜະລິດຕະພັນ ແລະ ການບໍລິການຈາກບໍລິສັດທີ່ມີຊື່ສຽງແມ່ນຈະຖືກນໍາມາວາງສະແດງ, ເຊິ່ງຈະເປັນການສ້າງພື້ນທີ່ສໍາລັບການເຊື່ອມຕໍ່, ການຮ່ວມມື ແລະ ການແລກປ່ຽນ.

ຂາຍປຶ້ມແບບຮຽນພາສາຍີ່ປຸ່ນ

ພວກເຮົາມີປຶ້ມແບບຮຽນມິນນະໂນະນິຮົງໂກະທັງເຫຼັ້ມ 1&2

ປຶ້ມແບບຮຽນ I = 110,000 ກີບ

ປຶ້ມໄວຍາກອນ I = 90,000 ກີບ

ປຶ້ມແບບຮຽນ II = 85,000 ກີບ

ປຶ້ມໄວຍາກອນ II = 90,000 ກີບ

ແນະນໍາອົງກອນພາຍນອກທີ່ຕັ້ງຢູ່ໃນ ສລຍ

ຫ້ອງການໂອເຈັກລາວ (OJEIC)

OJEIC (ສູນຂໍ້ມູນການສຶກສາຂອງຍີ່ປຸ່ນ ມະຫາວິທະຍາໄລໂອະກະຍາມະ) ແມ່ນສູນທີ່ສົ່ງເສີມການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໃຫ້ນັກສຶກສາໃນອາຊຽນ ໂດຍມະຫາວິທະຍາໄລໂອະກະຍາມະ ເຊິ່ງເປັນສ່ວນໜຶ່ງຂອງໂຄງການຂອງກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ (MEXT) ຂອງລັດຖະບານຍີ່ປຸ່ນ. ຫ້ອງການປະຈຳລາວໃຫ້ຄຳປຶກສາສ່ວນບຸກຄົນ ແລະ ຈັດກິດຈະກຳຕ່າງໆກ່ຽວກັບປະເທດຍີ່ປຸ່ນ, ບັນດາມະຫາວິທະຍາໄລ ແລະ ທຶນການສຶກສາໃນຍີ່ປຸ່ນ, ພ້ອມທັງໃຫ້ຂໍ້ມູນທີ່ຄົບຖ້ວນກ່ຽວກັບການສຶກສາຕໍ່ທີ່ປະເທດຍີ່ປຸ່ນ.

ຫ້ອງຮຽນກັກເກັນ ສາຂາດົງໂດກ

Gakken Classroom ເປັນໂຮງຮຽນກວດກາວິຊາເລກຈາກຍີ່ປຸ່ນທີ່ໄດ້ເລີ່ມເປີດການຮຽນ-ການສອນຢູ່ສູນ LJI ໃນປີ 2025.

ເປົ້າໝາຍຂອງ Gakken Classroom ແມ່ນເພື່ອຊ່ວຍໃຫ້ເດັກນ້ອຍທີ່ມີອາຍຸ 5-11 ປີ ພັດທະນາທັກສະທາງຄະນິດສາດ ໂດຍໃຊ້ຫຼັກສູດ ແລະ ອຸປະກອນການສອນທີ່ພັດທະນາຂຶ້ນໃນປະເທດຍີ່ປຸ່ນ. ພວກເຮົາຍັງໄດ້ເນັ້ນໜັກເຖິງການປູກຝັງ “ທັກສະການຮຽນຮູ້ດ້ວຍຕົນເອງ” ແລະ “ທັກສະການຄິດແບບມີເຫດຜົນ” ເຊິ່ງສາມາດນຳໄປໃຊ້ໄດ້ກັບວິຊາອື່ນໆນອກເໜືອຈາກຄະນິດສາດ ແລະ ທັກສະຊີວິດໃນຫຼາຍໆດ້ານ. Gakken Classroom ຍັງໃຫ້ຄຳໝັ້ນສັນຍາທີ່ຈະປູກຝັງມາລະຍາດທີ່ດີໃຫ້ກັບເດັກນ້ອຍຜ່ານການສຶກສາ “ໂທກຸອິກຸ (Tokuiku)” ທີ່ເປັນເອກະລັກຂອງຕົນ.

Scroll to Top

situs138

swo.gov.sy

www.tnttelecom.net.br

www.boudabbous.com

magnum-seguridad.com.ec

digitalomark.com

situs138

Link Situs Gacor Agen Slot Online Depo 10K Terbaik No.1

PANEN138

Situs Slot Gacor Online Resmi Server Thailand

http://dlh.kalteng.go.id/kegiatan/situs-gacor-depo-10k/

situs138 merupakan penyedia link login slot138

link resmi duniacash

link resmi https://dev.studioshabazz.com/

link resmi slot138center.com

link resmi cms.icebug.com

link resmi slot gacor

link resmi https://slot138.jimdofree.com/

slot depo 10k

slot138

GGSOFT

https://www.lartdu-chocolat.com/

https://www.projectfocushawaii.com/