ສະບາຍດີ, ນ້ອງເອງມີຊື່ວ່າ ນາງ ພອນສະຫວັນ ສຸນາເຄນ , ຖິ່ນກຳເນີດຂອງນ້ອງແມ່ນຢູ່ທີ່ບ້ານທ່ານາ,ເມືອງໄຊຍະບູລີ, ແຂວງໄຊຍະບູລີ.ປັດຈຸບັນແມ່ນໄດ້ກ້າວເຂົ້າມາສຶກສາຮ່ຳຮຽນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ,ກຳລັງສຶກສາຢູ່ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະ ຂໍ້ມູນຂ່າວສານຢູ່ທີ່ຄະນະວິສະວະກຳສາດວິທະຍາເຂດໂສກປ່າຫຼວງ. ແຮງບັນດານໃຈຄິດຢາກເຂົ້າຮ່ວມສອບເສັງແຂ່ງຂັນເອົາລາງວັນນີ້? ພາຍຫຼັງໄດ້ຮັບລາງວັນນ້ອງຈະຕໍ່ຍອດຄວາມຮູ້ທາງດ້ານວິທະຍາສາດ, ສິ່ງແວດລ້ອມຕໍ່ການພັດທະນາສັງຄົມ ແລະ ອານາຄົດຂອງນ້ອງຄືແນວໃດ ? ສຳລັບແຮງບັນດານໃຈຂອງນ້ອງນັ້ນ,ນ້ອງເຊື່ອໝັ້ນວ່າເຕັກໂນໂລຊີ ແລະ ວິທະຍາສາດແມ່ນສິ່ງທີ່ສຳຄັນທີ່ຈະແກ້ໄຂບັນຫາຂອງສັງຄົມ ໂດຍສະເພາະໃນຍຸກທີ່ໂລກກຳລັງປະເຊີນກັບສິ່ງທ້າທາຍດ້ານສິ່ງແວດລ້ອມ