ການແນະນຳອົງກອນທີ່ນຳໃຊ້ສະຖານທີ່ຂອງ LJI

ຫ້ອງການ OJEIC ປະຈຳປະເທດລາວ

OJEIC (ສູນຂໍ້ມູນຂ່າວສານການສຶກສາຍີ່ປຸ່ນ ມະຫາວິທະຍາໄລໂອກາຢາມາ) ເປັນສູນກາງທີ່ມີສ່ວນຮ່ວມໃນການຊຸກຍູ້ໃຫ້ນັກສຶກສາໃນອາຊຽນໄປຮຽນຢູ່ປະເທດຍີ່ປຸ່ນ ໂດຍມະຫາວິທະຍາໄລໂອກາຢາມາ ເປັນໂຄງການ MEXT ຂອງລັດຖະບານຍີ່ປຸ່ນ. ຫ້ອງການໃຫ້ບໍລິການປຶກສາຫາລື ແລະ ກິດຈະກຳຕ່າງໆກ່ຽວກັບປະເທດຍີ່ປຸ່ນ, ມະຫາວິທະຍາໄລ ແລະ ທຶນການສຶກສາໃນປະເທດຍີ່ປຸ່ນ, ພ້ອມທັງໃຫ້ຂໍ້ມູນຢ່າງລະອຽດກ່ຽວກັບການສຶກສາໃນປະເທດຍີ່ປຸ່ນ.

ຫ້ອງຮຽນ Gakken (ດົງໂດກ - ສູນ LJI)

ຫ້ອງຮຽນ Gakken ເປັນໂຮງຮຽນສອນຄະນິດສາດຈາກປະເທດຍີ່ປຸ່ນ ເຊິ່ງໄດ້ເລີ່ມດຳເນີນການຢູ່ສູນ LJI ໃນປີ 2025.

ເປົ້າໝາຍຂອງຫ້ອງຮຽນ Gakken ແມ່ນເພື່ອຊ່ວຍເດັກນ້ອຍອາຍຸ 5-11 ປີ ປັບປຸງທັກສະຄະນິດສາດຂອງເຂົາເຈົ້າໂດຍໃຊ້ຫຼັກສູດ ແລະ ເອກະສານການສອນທີ່ພັດທະນາຂຶ້ນໃນປະເທດຍີ່ປຸ່ນ. ພວກເຮົາຍັງສຸມໃສ່ການປູກຝັງ “ທັກສະການຮຽນຮູ້ດ້ວຍຕົນເອງ” ແລະ “ທັກສະການຄິດຢ່າງມີເຫດຜົນ” ທີ່ສາມາດນຳໃຊ້ກັບວິຊາຕ່າງໆນອກເໜືອໄປຈາກຄະນິດສາດ ແລະ ກັບທັກສະຊີວິດທີ່ຫຼາກຫຼາຍ. ຫ້ອງຮຽນ Gakken ຍັງມຸ່ງໝັ້ນທີ່ຈະສົ່ງເສີມມາລະຍາດທີ່ດີໃນເດັກນ້ອຍຜ່ານການສຶກສາ “Tokuiku” ທີ່ເປັນເອກະລັກຂອງຕົນ.

ເລື່ອນຂຶ້ນເທິງ