ຫຼັກສູດເຄເອຈຸກຸ (Keieijuku)

KEIEIJUKU ແມ່ນຫຼັກສູດຂອງ LJI ທີ່ຖືກອອກແບບມາສໍາລັບເຈົ້າຂອງບໍລິສັດທີ່ມີຄວາມກະຕືລືລົ້ນທີ່ຈະພັດທະນາບໍລິສັດຂອງພວກເຂົາໂດຍການຮຽນຮູ້ ແລະການພັດທະນາຕົນເອງ.

ເຄເອ ໝາຍເຖິງການບໍລິຫານ” ແລະຈຸກຸ ໝາຍເຖິງໂຮງຮຽນເອກະຊົນ  Private Tutoring School”

ພາບລວມ

ທຸກວິຊາສອນໂດຍຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງດ້ານທຸລະກິດ ແລະ ການສິດສອນທັງພາກທິດສະດີ ແລະ ປະຕິບັດ

ຫຼັງຈາກຮຽນແລ້ວແຕ່ລະວິຊາ, ນັກສໍາມະນາກອນຈະໄດ້ສ້າງແຜນທຸລະກິດ ຫຼື ແຜນຂະຫຍາຍທຸລະກິດເພື່ອຮັບຄໍາປຶກສາແບບສ່ວນໂຕ. ຜູ້ເຂົ້າຮ່ວມຈະໄດ້ໄປທັດສະນະສຶກສາຢູ່ຍີ່ປຸ່ນເປັນເວລາ 10 ວັນ ເພື່ອຮຽນຮູ້ການບໍລິຫານ ແລະ ການຈັດການຈາກບໍລິສັດຕ່າງໆໃນປະເທດຍີ່ປຸ່ນ.

ນັກສໍາມະນາກອນຈະໄດ້ເຂົ້າເປັນສ່ວນໜຶ່ງຂອງກຸ່ມເຄື່ອຂ່າຍຜູ້ບໍລິຫານ, ທີ່ຈະໄດ້ພົບກັບໂອກາດຫຼາຍຢ່າງໃນການຂະຫຍາຍ ຫຼື ສ້າງຄູ່ຮ່ວມມືທາງທຸລະກິດກັບນັກສໍາມະນາກອນດ້ວຍກັນ, ລວມທັງບໍລິສັດຕ່າງໆທັງພາຍໃນ ແລະ ຍີ່ປຸ່ນ.

ຫຼັກສູດນີ້ໃຊ້ເວລາຮຽນ 6 ເດືອນ, ໂດຍແບ່ງເປັນຮຽນ 5 ມື້/ວິຊາ ໃນ ແຕ່ລະເດືອນ (ເວລາຮຽນ 9:00 - 16:00).​ ຫຼັງຈາກຮຽນຈົບແຕ່ລະວິຊາ ນັກສໍາມະນາກອນສາມາດພົບກັບຊ່ຽວຊານເພື່ອຮັບຄໍາປຶກສາ.

ຢູ່ໃນຫຼັກສູດ “keiei-juku”ນີ້, ຜູ້ບໍລິຫານບໍລິສັດຈະໄດ້ຮຽນຮູ້ບັນດາທິດສະດີທີ່ຈຳເປັນປະສານສົມທົບກັບກໍລະນີສຶກສາຂອງນັກທຸລະກິດທີ່ປະສົບຜົນສຳເລັດໃນການພັດທະນາທັກສະທີ່ກ່າວມາຂ້າງເທິງ. ຜູ້ບໍລິຫານບໍລິສັດຈະໄດ້ຮັບການແນະນຳແລະຮັບແຮງບັນດານໃຈໃຫ້ພັດທະນາທັກສະໃນການວິເຄາະປະເດັນບັນຫາພາຍໃນທຸລະກິດຂອງຕົນ ແລະພັດທະນາແຜນການປັບປຸງທຸລະກິດຂອງຕົນ. ຜູ້ເຂົ້າຝຶກອົບຮົມຍັງຈະມີໂອກາດຮຽນຮູ້ຈາກກັນແລະກັນຢູ່ພາຍໃນຫ້ອງແລະຂະຫຍາຍເຄືອຂ່າຍທາງທຸລະກິດຊຶ່ງຈະເປັນປະໂຫຍດໃນການພັດທະນາໃນອະນາຄົດ.

ໄລຍະເວລາ ແລະ ວິທີການດຳເນີນການ:

ຫຼັກສູດ “keiei-juku”ນີ້ຈະດຳເນີນເປັນເວລາ 6 ເດືອນ ປະກອບມີ 6 ວິຊາທີ່ຈຳເປັນສຳລັບປັບປຸງການບໍລິຫານທຸລະກິດບວກກັບກອງປະຊຸມລາຍງານຜົນ. ແຕ່ລະວິຊາຈະໃຊ້ເວລາທັງໝົດ 1 ເດືອນ ໃນນັ້ນຜູ້ເຂົ້າຝຶກອົບຮົມຈະໄດ້ເຂົ້າຮຽນຕົວຈິງຢ່າງເຕັມເວລາເປັນເວລາໜຶ່ງອາທິດ, ສ່ວນເວລາທີ່ເຫຼືອໃນເດືອນດັ່ງກ່າວຜູ້ເຂົ້າຝຶກອົບຮົມຈະໄດ້ເຮັດວຽກບ້ານດ້ວຍການນຳເອົາບົດຮຽນທີ່ໄດ້ຈາກການຮຽນໃນຫ້ອງໄປໝູນໃຊ້ເຂົ້າໃນວຽກງານຕົວຈິງພ້ອມທັງວິເຄາະ ແລະ ວາງແຜນປັບປຸງທຸລະກິດ. ຜ່ານການເຮັດຕົວຈິງດັ່ງກ່າວ ພາຍຫຼັງສຳເລັດຫຼັກສູດ 6 ເດືອນຜູ້ເຂົ້າຮ່ວມຝຶກອົບຮົມຈະສາມາດມີຜົນການວິເຄາະລະອຽດ ແລະ ພັດທະນາແຜນການປັບປຸງທຸລະກິດຂອງຕົນຢ່າງເປັນລະບົບ. ຫຼັກຈາກປິດຫຼັກສູດ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈະໄດ້ໄປທັດສະນະສຶກສາຢູ່ປະເທດຢີ່ປຸ່ນ ເປັນເວລາ 10 ວັນ.

ວິຊາຮຽນ:

  1.  ຍຸດທະສາດອົງກອນ
  2. ຍຸດທະສາດການບໍລິຫານການເງິນ
  3. ຍຸດທະສາດການບໍລິຫານຊັບພະຍາກອນມະນຸດ
  4. ການບໍລິຫານການດໍາເນີນງານ
  5. ຍຸດທະສາດການຕະຫຼາດ
  6. ການພັດທະນາແຜນທຸລະກິດ
  7. ທັດສະນະສຶກສາຮຽນຮູ້ໂຕຈິງຢູ່ປະເທດຍີ່ປຸ່ນເປັນເວລາ 10 ວັນ

ຕາຕະລາງຮຽນ:

ວັນຈັນ – ວັນສຸກ
ເວລາ 9 ໂມງ ຫາ 16 ໂມງ (ພັກຜ່ອນຮັບປະທານອາຫານທ່ຽງ 1 ຊົ່ວໂມງ).

ຈຳນວນຜູ້ເຂົ້າຝຶກອົບຮົມຕໍ່ຊຸດ:

15~20 ທ່ານ

ເງື່ອນໄຂສຳລັບຜູ້ເຂົ້າຝຶກອົບຮົມ:

  • ຜູ້ເຂົ້າຮ່ວມຫຼັກສູດ “keiei-juku”ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດຊຶ່ງເປັນຜູ້ທີ່ມີບົດບາດ ແລະ ສາມາດດຳເນີນການວິເຄາະສະພາບປະຈຸບັນ, ສ້າງແຜນ ແລະ ຈັດຕັ້ງປະຕິບັດການປັບປຸງທີ່ເໝາະສົມສຳລັບບໍລິສັດ.
    • ຜູ້ເຂົ້າຝຶກອົບຮົມຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານຍີ່ປຸ່ນພ້ອມທັງແລກປ່ຽນບົດຮຽນກັບຊ່ຽວຊານ. ຄວາມສາມາດດ້ານພາສາອັງກິດມີຄວາມຈຳເປັນຫຼາຍເຖິງວ່າໃນການຮຽນຕົວຈິງ ໂຄງການຫຼັກສູດຈະມີການແປເປັນພາສາລາວໃຫ້ກໍຕາມ.
    • ຜູ້ເຂົ້າຝຶກອົບຮົມກໍຕ້ອງໄດ້ຕັດສິນໃຈໃນການເຂົ້າຮ່ວມການຝຶກອົບຮົມ, ດຳເນີນການວິເຄາະ ແລະ ວາງແຜນການປັບປຸງ. ການຂາດຮຽນແມ່ນບໍ່ອະນຸຍາດເດັດຂາດ.
     • ຖ້າຫາກທ່ານໃດບໍ່ເຂົ້າຮ່ວມໂຄງການຢ່າງເຕັມສ່ວນ ຫຼື ບໍ່ສາມາດດຳເນີນການວິເຄາະ ແລະ ວາງແຜນການປັບປຸງຢ່າງສົມເຫດສົມຜົນຈະຖືວ່າບໍ່ສາມາດສຳເລັດການຝຶກອົບຮົມໃນຫຼັກສູດນີ້. ສະຖາບັນລາວ-ຍີ່ປຸ່ນຈະອອກໃບຢັ້ງຢືນການສຳເລັດຫຼັກສູດໃຫ້ພຽງແຕ່ຜູ້ທີ່ສາມາດປະຕິບັດຕາມເງື່ອນໄຂຂອງຫຼັກສູດເທົ່ານັ້ນ. 

ການເປີດຮັບສະໝັກ

ຜູ້ສະໝັກຈະໄດ້ຮັບການສໍາພາດ ແລະ ປະກາດຜົນໃນທ້າຍເດືອນ 9/2025

ຄ່າຮຽນ: $2,300

ຮຽນກັບຊ່ຽວຊານຍີ່ປຸ່ນ

Dr. Kwaguchi

Professor

ທ່ານສາມາດຈິນຕະນາການເຫັນບໍລິສັດຂອງທ່ານໃນສາມປີທາງໜ້າບໍ່? ຮຽນຮູ້ຈຸດແຂງ ແລະຈຸດອ່ອນຂອງທ່ານ, ຫຼັງຈາກນັ້ນສ້າງແຜນການຂະຫຍາຍຕົວທຸລະກິດຂອງທ່ານ. ກະລຸນາກຽມພ້ອມໂດຍການເຂົ້າຮ່ວມການບັນຍາຍ 4 ວິຊາຕໍ່ໄປນີ້. ທີ່ຈະນໍາທ່ານໄປສູ່ການພັດທະນາແຜນທຸລະກິດພາກປະຕິບັດ.ທ່ານຈະໄດ້ຮຽນຮູ້ວິທີການສ້າງຍຸດທະສາດຂອງບໍລິສັດ. ມັນເຖິງເວລາທີ່ຈະສ້າງແຜນການຂະຫຍາຍຕົວທາງທຸລະກິດຂອງທ່ານ! ມາພັດທະນາແຜນທຸລະກິດໂດຍໃຊ້ຄວາມຮູ້ທີ່ທ່ານໄດ້ຮັບຈາກການບັນຍາຍ 5 ວິຊາຜ່ານມາ. ຂ້ອຍແນ່ໃຈວ່າຄວາມຄິດຂອງທ່ານໃນຖານະທີ່ເປັນຜູ້ບໍລິຫານສູງສຸດຈະປ່ຽນໄປ ​

ປະສົບການ 30 ກວ່າປີທີ່ເຮັດວຽກໃນແວດວົງອຸດສາຫະກໍາແຜ່ນແພຂອງປະເທດຍີ່ປຸ່ນ, ແລະ ໃຫ້ຄໍາປຶກສາແກ່ບໍລິສັດຕ່າງໆໃນຫຼາຍປະເທດ ໂດຍສະເພາະດ້ານການຜະລິດ ແລະ ດໍາເນີນງານ, ການຈັດການການຂາຍ, ແລະ​ການຕະຫຼາດ. ທ່ານປະເລື່ອງເລັກນ້ອຍປະຈໍາວັນໃນການດໍາເນີນງານຂອງທ່ານໃນຂະບວນການຜະລິດ ຫຼືການເຮັດວຽກຫ້ອງການ? ທ່ານຈະໄດ້ຮຽນຮູ້ວິທີການປັບປຸງຜົນຜະລິດໃນບໍລິສັດຂອງທ່ານໂດຍການຈັດຕັ້ງສິ່ງຕ່າງໆ. ນອກຈາກນັ້ນ, ທ່ານຈະໄດ້ຮຽນຮູ້ 5S ແລະ KAIZEN.

Mitsuo TAMADA

President & CEO, Truspire Co.,Ltd., EBRD Senior Industrial Advisor

Masakazu Hirakawa

President and Founder of M’S Consulting Inc.

ທີ່ປຶກສາທີ່ໄດ້ຮັບຄວາມໄວ້ວາງໃຈຂອງຫຼາຍໆບໍລິສັດ ໂດຍສະເພາະບັນດາບໍລິສັດສະຕາດອັບ. ມີປະສົບການໃນການສົ່ງເສີມຫຼາຍບໍລິສັດໃນການພັດທະນາແຜນຍຸດທະສາດການເຕີບໂຕໄລຍະສັ້ນ ແລະ ການພັດທະນາແຜນທຸລະກິດການຕະຫຼາດ. ທ່ານແບ່ງປັນຍຸດທະສາດການຕະຫຼາດຂອງທ່ານ. ຫຼັງຈາກນັ້ນ, ຂ້ອຍຈະແບ່ງປັນຄວາມຄິດຂອງຂ້ອຍກັບທ່ານເພື່ອໃຫ້ທ່ານກ້າວໄປຂ້າງຫນ້າ! ການຕະຫຼາດບໍ່ແມ່ນເວດມົນ ທີ່ຈະເຮັດໃຫ້ທ່ານກ້າວກະໂດດໃນມື້ອື່ນໄດ້. ວິທີການຕະຫຼາດຕ້ອງມີການວິເຄາະ ແລະວິທະຍາສາດ. ພວກ​ເຮົາ​ຈະ​ຮຽນ​ຮູ້​ກໍ​ລະ​ນີສຶກສາ​ຂອງ​ລາວ ​ແລະ​ປະ​ເທດ​ອື່ນໆ​ຮ່ວມ​ກັນ​ ແລະ​ຊອກ​ຫາ​ກະແຈສູ່​ຄວາມ​ສໍາ​ເລັດ.

ປະສົບການຫຼາຍໃນຕໍາແໜ່ງບໍລິຫານບຸກຄະລາກອນແບບມືອາຊີບໃນຫຼາຍອຸດສາຫະກໍາ ເຊັ່ນ ການລາຍງານຂ່າວການເງິນ (Reuters), ອຸດສະຫະກໍາຜະລິດລົດຍົນ (General Motor), ແລະ ຜະລິດຕະພັນແບຣນເນມ (Hermes), ປະສົບການເຫຼົ່ານີ້ໄດ້ຖ່າຍທອດເປັນບົດຮຽນໃນມຸມມອງການບໍລິຫານບຸກຄະລາກອນທີ່ນໍາໃຊ້ໄດ້ຈິງໃນຍີ່ປຸ່ນ ແລະ ສາກົນ. ທ່ານມີບັນຫາໃນການຮັກສາພະນັກງານບໍ? ທ່ານຈະຮຽນຮູ້ວ່າການຈ້າງງານບໍ່ແມ່ນຄ່າໃຊ້ຈ່າຍ ແຕ່ແມ່ນການລົງທຶນ. ຍິ່ງເຈົ້າເບິ່ງແຍງພະນັກງານຫຼາຍເທົ່າໃດ, ເຂົາເຈົ້າຈະເຮັດວຽກໄດ້ຫຼາຍຂຶ້ນ. ໃນການບັນຍາຍຂອງຂ້ອຍ, ທ່ານຈະເຂົ້າໃຈສິ່ງທີ່ຂ້ອຍຫມາຍເຖິງ. ກະລຸນາສືບຕໍ່ການຮຽນຮູ້ໃນຫຼັກສູດເຄເອຈຸກຸ, ຫຼັງຈາກນັ້ນທ່ານຈະໄດ້ຮຽນຮູ້ວ່າພວກເຂົາແມ່ນ “ຊັບພະຍາກອນ” ແທ້ໆ.

Kyoko YAMAZAKI

Specially appointed professor, Rikkyo University. Vice Chief Director, Japan Society for Human Resource Management

Yoshihiro Takeguchi

Professor

ທ່ານຕັດສິນໃຈແນວໃດເມື່ອທ່ານຈະເລີ່ມຕົ້ນທຸລະກິດໃຫມ່? ມາຮຽນຮູ້ວິທີການວິເຄາະສະຖານະພາບທາງການເງິນຂອງທ່ານ ແລະ ການຕັດສິນໃຈຈາກແຜນຍຸດທະສາດ. ຮຽນຮູ້ວິທີການບໍລິຫານການເງິນ ໃຫ້ເກີດປະໂຫຍດສູງສຸດ.

ສໍາມະນາກອນທີ່ຈົບຫຼັກສູດເຄເອຈຸກຸ ຢູ່ສູນຍີ່ປຸ່ນ ໃນ 6 ປະເທດ ຈໍານວນຜູ້ຮຽນຈົບທັງໝົດ: ຫຼາຍກວ່າ 1,300 ຄົນ

Scroll to Top