ພາບລວມ

ທຸກວິຊາສອນໂດຍຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງດ້ານທຸລະກິດ ແລະ ການສິດສອນທັງພາກທິດສະດີ ແລະ ປະຕິບັດ

ຫຼັງຈາກຮຽນແລ້ວແຕ່ລະວິຊາ, ນັກສໍາມະນາກອນຈະໄດ້ສ້າງແຜນທຸລະກິດ ຫຼື ແຜນຂະຫຍາຍທຸລະກິດເພື່ອຮັບຄໍາປຶກສາແບບສ່ວນໂຕ. ຜູ້ເຂົ້າຮ່ວມຈະໄດ້ໄປທັດສະນະສຶກສາຢູ່ຍີ່ປຸ່ນເປັນເວລາ 10 ວັນ ເພື່ອຮຽນຮູ້ການບໍລິຫານ ແລະ ການຈັດການຈາກບໍລິສັດຕ່າງໆໃນປະເທດຍີ່ປຸ່ນ.

ນັກສໍາມະນາກອນຈະໄດ້ເຂົ້າເປັນສ່ວນໜຶ່ງຂອງກຸ່ມເຄື່ອຂ່າຍຜູ້ບໍລິຫານ, ທີ່ຈະໄດ້ພົບກັບໂອກາດຫຼາຍຢ່າງໃນການຂະຫຍາຍ ຫຼື ສ້າງຄູ່ຮ່ວມມືທາງທຸລະກິດກັບນັກສໍາມະນາກອນດ້ວຍກັນ, ລວມທັງບໍລິສັດຕ່າງໆທັງພາຍໃນ ແລະ ຍີ່ປຸ່ນ.

ຫຼັກສູດນີ້ໃຊ້ເວລາຮຽນ 6 ເດືອນ, ໂດຍແບ່ງເປັນຮຽນ 5 ມື້/ວິຊາ ໃນ ແຕ່ລະເດືອນ (ເວລາຮຽນ 9:00 - 16:00).​ ຫຼັງຈາກຮຽນຈົບແຕ່ລະວິຊາ ນັກສໍາມະນາກອນສາມາດພົບກັບຊ່ຽວຊານເພື່ອຮັບຄໍາປຶກສາ.

ຢູ່ໃນຫຼັກສູດ “keiei-juku”ນີ້, ຜູ້ບໍລິຫານບໍລິສັດຈະໄດ້ຮຽນຮູ້ບັນດາທິດສະດີທີ່ຈຳເປັນປະສານສົມທົບກັບກໍລະນີສຶກສາຂອງນັກທຸລະກິດທີ່ປະສົບຜົນສຳເລັດໃນການພັດທະນາທັກສະທີ່ກ່າວມາຂ້າງເທິງ. ຜູ້ບໍລິຫານບໍລິສັດຈະໄດ້ຮັບການແນະນຳແລະຮັບແຮງບັນດານໃຈໃຫ້ພັດທະນາທັກສະໃນການວິເຄາະປະເດັນບັນຫາພາຍໃນທຸລະກິດຂອງຕົນ ແລະພັດທະນາແຜນການປັບປຸງທຸລະກິດຂອງຕົນ. ຜູ້ເຂົ້າຝຶກອົບຮົມຍັງຈະມີໂອກາດຮຽນຮູ້ຈາກກັນແລະກັນຢູ່ພາຍໃນຫ້ອງແລະຂະຫຍາຍເຄືອຂ່າຍທາງທຸລະກິດຊຶ່ງຈະເປັນປະໂຫຍດໃນການພັດທະນາໃນອະນາຄົດ.

ໄລຍະເວລາ ແລະ ວິທີການດຳເນີນການ:

ຫຼັກສູດ “keiei-juku”ນີ້ຈະດຳເນີນເປັນເວລາ 6 ເດືອນ ປະກອບມີ 6 ວິຊາທີ່ຈຳເປັນສຳລັບປັບປຸງການບໍລິຫານທຸລະກິດບວກກັບກອງປະຊຸມລາຍງານຜົນ. ແຕ່ລະວິຊາຈະໃຊ້ເວລາທັງໝົດ 1 ເດືອນ ໃນນັ້ນຜູ້ເຂົ້າຝຶກອົບຮົມຈະໄດ້ເຂົ້າຮຽນຕົວຈິງຢ່າງເຕັມເວລາເປັນເວລາໜຶ່ງອາທິດ, ສ່ວນເວລາທີ່ເຫຼືອໃນເດືອນດັ່ງກ່າວຜູ້ເຂົ້າຝຶກອົບຮົມຈະໄດ້ເຮັດວຽກບ້ານດ້ວຍການນຳເອົາບົດຮຽນທີ່ໄດ້ຈາກການຮຽນໃນຫ້ອງໄປໝູນໃຊ້ເຂົ້າໃນວຽກງານຕົວຈິງພ້ອມທັງວິເຄາະ ແລະ ວາງແຜນປັບປຸງທຸລະກິດ. ຜ່ານການເຮັດຕົວຈິງດັ່ງກ່າວ ພາຍຫຼັງສຳເລັດຫຼັກສູດ 6 ເດືອນຜູ້ເຂົ້າຮ່ວມຝຶກອົບຮົມຈະສາມາດມີຜົນການວິເຄາະລະອຽດ ແລະ ພັດທະນາແຜນການປັບປຸງທຸລະກິດຂອງຕົນຢ່າງເປັນລະບົບ. ຫຼັກຈາກປິດຫຼັກສູດ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈະໄດ້ໄປທັດສະນະສຶກສາຢູ່ປະເທດຢີ່ປຸ່ນ ເປັນເວລາ 2 ອາທິດ.

Subjects in the program

  1. Corporate Strategy
  2. Operation Management
  3. Marketing strategy
  4. Financial strategy
  5. Strategic Human
  6. Resource Management
  7. Business plan
  8. Achievement briefing workshop Study tour in Japan (2 weeks)

ຕາຕະລາງຮຽນ:

ວັນຈັນ – ວັນສຸກ
ເວລາ 9 ໂມງ ຫາ 16 ໂມງ (ພັກຜ່ອນຮັບປະທານອາຫານທ່ຽງ 1 ຊົ່ວໂມງ).

ຈຳນວນຜູ້ເຂົ້າຝຶກອົບຮົມຕໍ່ຊຸດ:

15~20 ທ່ານ

ເງື່ອນໄຂສຳລັບຜູ້ເຂົ້າຝຶກອົບຮົມ:

  • ຜູ້ເຂົ້າຮ່ວມຫຼັກສູດ “keiei-juku”ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດຊຶ່ງເປັນຜູ້ທີ່ມີບົດບາດ ແລະ ສາມາດດຳເນີນການວິເຄາະສະພາບປະຈຸບັນ, ສ້າງແຜນ ແລະ ຈັດຕັ້ງປະຕິບັດການປັບປຸງທີ່ເໝາະສົມສຳລັບບໍລິສັດ.
    • ຜູ້ເຂົ້າຝຶກອົບຮົມຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານຍີ່ປຸ່ນພ້ອມທັງແລກປ່ຽນບົດຮຽນກັບຊ່ຽວຊານ. ຄວາມສາມາດດ້ານພາສາອັງກິດມີຄວາມຈຳເປັນຫຼາຍເຖິງວ່າໃນການຮຽນຕົວຈິງ ໂຄງການຫຼັກສູດຈະມີການແປເປັນພາສາລາວໃຫ້ກໍຕາມ.
    • ຜູ້ເຂົ້າຝຶກອົບຮົມກໍຕ້ອງໄດ້ຕັດສິນໃຈໃນການເຂົ້າຮ່ວມການຝຶກອົບຮົມ, ດຳເນີນການວິເຄາະ ແລະ ວາງແຜນການປັບປຸງ. ການຂາດຮຽນແມ່ນບໍ່ອະນຸຍາດເດັດຂາດ.
     • ຖ້າຫາກທ່ານໃດບໍ່ເຂົ້າຮ່ວມໂຄງການຢ່າງເຕັມສ່ວນ ຫຼື ບໍ່ສາມາດດຳເນີນການວິເຄາະ ແລະ ວາງແຜນການປັບປຸງຢ່າງສົມເຫດສົມຜົນຈະຖືວ່າບໍ່ສາມາດສຳເລັດການຝຶກອົບຮົມໃນຫຼັກສູດນີ້. ສະຖາບັນລາວ-ຍີ່ປຸ່ນຈະອອກໃບຢັ້ງຢືນການສຳເລັດຫຼັກສູດໃຫ້ພຽງແຕ່ຜູ້ທີ່ສາມາດປະຕິບັດຕາມເງື່ອນໄຂຂອງຫຼັກສູດເທົ່ານັ້ນ. 

ການເປີດຮັບສະໝັກ

ຜູ້ສະໝັກຈະໄດ້ຮັບການສໍາພາດ ແລະ ປະກາດຜົນໃນທ້າຍເດືອນ 9/2025

ຄ່າຮຽນ: $2,300

Meet Our Instructors

Akifumi Nakanishi

Founder & CEO of AuSTLLC

Experiences in providing advice to various companies as Executive Director at The World Bank Group, and also as a country economist at the Daiwa Institute of Research Ltd in the past.

30 years working experience at Japanese textile company, and also providing advice on Production/Operation, Sales Management, Marketing to companies in various countries.

Mitsuo TAMADA

President & CEO, Truspire Co.,Ltd., EBRD Senior Industrial Advisor

Masakazu Hirakawa

President and Founder of M’S Consulting Inc.

A Trusted strategic advisor for various companies inc. start-up. Experienced in supporting many companies to develop short-term growth strategies and marketing business development plans

Dr. Yamazaki has worked as an HR professional in several industries, such as financial news agency (Reuters), automobile production (General Motors), and luxury high bland (Hermes), Those experiences gave her a lesson in the multilateral viewpoint (Japanese-Global and Practice- Academic) of Human Resource Management.

Kyoko YAMAZAKI

Specially appointed professor, Rikkyo University. Vice Chief Director, Japan Society for Human Resource Management

Rie Shinozaki

President of Super Troupers Inc. Consultant of World Business Association Co., Ltd.

Progressive responsible experience in business analysis, accounting and finance in a competitive international environment.

Scroll to Top