ຫຼັກສູດພາສາຍີ່ປຸ່ນ

ຫຼັກສູດພາສາຍີ່ປຸ່ນໄດ້ຖືກຈັດຂຶ້ນເພື່ອຕອບສະໜອງຕໍ່ຄວາມຕ້ອງການຮຽນພາສາຍີ່ປຸ່ນທີ່ເພີ່ມຂຶ້ນຫຼາຍໃນ ສປປ ລາວ. ໃນປີ 2012 ມູນນິທິຍີ່ປຸ່ນໄດ້ເລີ່ມໃຫ້ການສະໜັບສະໜູນຫຼັກສູດພາສາຍີ່ປຸ່ນຂອງ ສລຍ.

ຫຼັກສູດພາສາຍີ່ປຸ່ນມາດຕະຖານຈະຮຽນ 2 ຊົ່ວໂມງຕໍ່ຄັ້ງ ແລະໃນແຕ່ລະພາກຮຽນໃຊ້ໄລຍະເວລາ 4.5 ເດືອນ ຫຼື 18 ອາທິດ. ລະດັບຕົ້ນ (B1-BS3) ຈະໃຊ້ເວລາຮຽນຈົບພາຍໃນ 3 ປີ. ສໍາລັບຜູ້ທີ່ຕ້ອງການພັດທະນາຄວາມສາມາດໃຫ້ສູງຂຶ້ນ ແນະນໍາໃຫ້ຮຽນຕໍ່ລະດັບກາງ (In1-In3) ເປັນໄລຍະ 1 ປີ.

ມີໂອກາດຫຼາຍຢ່າງ ເຊັ່ນ ການສຶກສາຕໍ່ທີ່ປະເທດຍີ່ປຸ່ນ, ການເດີນທາງສຶກສາ, ທຶນການສຶກສາສໍາລັບນັກຮຽນທີ່ໄດ້ຄະແນນສູງ. ນອກຈາກນັ້ນ, ຫຼັກສູດພາສາຍີ່ປຸ່ນຍັງມີຫຼັກສູດພັກແລ້ງສໍາລັບນັກຮຽນ ແລະຫຼັກສູດພິເສດສໍາລັບບໍລິສັດ.

ຫຼັກສູດປົກກະຕິ

ເປົ້າໝາຍຫຼັກສູດ JLPT N5
# ຄໍາທັກທາຍ ແລະ ການແນະນໍາຕົນເອງ
# ຮູ້ວັດທະນາທໍາ ແລະ ສົນທະນາກ່ຽວກັບຫົວຂໍ້ໃກ້ຕົວ
# ອ່ານ-ຂຽນຕົວອັກສອນຄັນຈິໄດ້ປະມານ 100 ໂຕ
ລະດັບເລີ່ມຕົ້ນ 1
Goal level / JLPT N5
ເປົ້າໝາຍ JLPT N4 - N3
# ຈັດແຈງຮູບປະໂຫຍກລະດັບຕົ້ນ ແລະ ເພີ່ມທັກສະການນໍາໃຊ້
# ເພີ່ມທັກສະການອ່ານ, ການຟັງເພື່ອກຽມສໍາລັບການຮຽນລະດັບກາງ
# ອ່ານ-ຂຽນຕົວອັກສອນຄັນຈິໄດ້ປະມານ 350 ໂຕ
ລະດັບຕົ້ນ-ກາງ
Designation
ເປົ້າໝາຍ JLPT N4
# ຮຽນວິທີອະທິບາຍກ່ຽວກັບຄວາມຮູ້ສຶກ, ຄໍາເຫັນ, ຄວາມຕ້ອງການ ແລະ ປະສົບການຕ່າງໆ
# ຮຽນວິທີການສົນທະນາໃຫ້ເໝາະສົມກັບແຕ່ລະສະຖານະການ
# ອ່ານ-ຂຽນຕົວອັກສອນຄັນຈິໄດ້ປະມານ 300 ໂຕ
ລະດັບເລີ່ມຕົ້ນ 2
Designation
Goal level / JLPT N3
# ສາມາດສົນທະນາກ່ຽວກັບຫົວຂໍ້ທົ່ວໄປໃນສັງຄົມ
# ສາມາດຮັບຮູ້ຂໍ້ມູນໄດ້ຈາກການຟັງ ແລະ ອ່ານ
# ອ່ານ-ຂຽນຕົວອັກສອນຄັນຈິໄດ້ປະມານ 100 ໂຕ
ລະດັບກາງ
Designation

ແນະນໍາຫຼັກສູດເລີ່ມຕົ້ນ

ສໍາລັບຜູ້ທີ່ບໍ່ເຄີຍຮຽນພາສາຍີ່ປຸ່ນມາກ່ອນ ເນື້ອໃນແມ່ນອ່ານຂຽນຕົວອັກສອນຮິລະງະນະ, ຄະຕະກະນະ ແລະ ບົດສົນທະນາງ່າຍໆ ໃນຊີວິດປະຈໍາວັນ. ພາຍຫຼັງຮຽນຈົບຫຼັກສູດນີ້ສາມາດສືບຕໍ່ເຂົ້າຮຽນຫຼັກສູດປົກກະຕິໄດ້ທັນທີ

ຫຼັກສູດພິເສດ

 

ຫຼັກສູດພັກແລ້ງ

ລະຫວ່າງເດືອນ 7-8, ສລຍ ສະໜອງຫຼັກສູດພາສາຍີ່ປຸ່ນ ແລະ ແລກປ່ຽນວັດທະນະທໍາໃຫ້ກັບນັກຮຽນມັດທະຍົມ

ຫຼັກສູດຈັດຕາມຄວາມຕ້ອງການ

ສລຍ ສະໜອງຫຼັກສູດຮຽນພາສາຍີ່ປຸ່ນທີ່ຜູ້ຕ້ອງການຮຽນສາມາດອອກແບບຫຼັກສູດເອງໄດ້ ເພື່ອເນັ້ນເນື້ອຫາການຮຽນທີ່ສະເພາະເຈາະຈົງ ຖືກຕ້ອງກັບຈໍານວນ ແລະ ງົບປະມານ, ເຊິ່ງສາມາດຮຽນທີ່ ສລຍ ຫຼື ສະຖານທີ່ທາງນອກ

ງານແຂ່ງຂັນເວົ້າພາສາຍີ່ປຸ່ນ

ແຕ່ລະປີ, ນັກຮຽນທີ່ມີຄວາມສົນໃຈແຂ່ງຂັນເວົ້າພາສາຍີ່ປຸ່ນ ສາມາດສະໝັກເປັນຕົວແທນຂອງ ສລຍ ເຂົ້າຮ່ວມການແຂ່ງຂັນ. ຜູ້ຊະນະເລີດລະດັບກາງຈະໄດ້ເປັນຕົວແທນລະດັບຊາດ ເດີນທາງໄປຍີ່ປຸ່ນເພື່ອເຂົ້າຮ່ວມແຂ່ງເວົ້າພາສາຍີ່ປຸ່ນກັບຕົວແທນຈາກປະເທດຕ່າງໆໃນອາຊຽນ

ພົບກັບອາຈານສອນພາສາຍີ່ປຸ່ນປະສົບການສູງ

In1, In2 & In3
B2 & B3
B3 & B4
B1, B2, B3 & B4
B1
B4 & B5
B5
B2
B1-In3

ດາວໂຫຼດໂບຊົວ

Scroll to Top