ກ່ຽວກັບ ສລຍ ໂດຍຫຍໍ້
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ ບົນພື້ນຖານການຮ່ວມມືລະຫວ່າງ ມະຫາວິທະຍາ ໄລແຫ່ງຊາດ ແລະ ອົງການ JICA. ໃນເດືອນພຶດສະພາ 2010 ໄດ້ຍົກລະດັບຂຶ້ນຈາກສູນລາວ-ຍີ່ປຸ່ນ ມາເປັນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ເຊິ່ງໄດ້ສືບຕໍ່ດໍາເນີນກິດຈະກໍາດ້ານການພັດທະນາຊັບພະຍາກອນມະນຸດເພື່ອຊ່ວຍພັດທະນາປະຊາເທດຊາດ. ດ້ວຍການສະໜັບສະໜຸນຂອງປະຊາຊົນທັງ 2 ຊາດ ລາວ-ຍີ່ປຸ່ນ, ສະຖາບັນ ລາວ-ຍີ່ປຸ່ນ ເປັນອົງການຈັດຕັ້ງໜຶ່ງທີ່ສໍາຄັນ ມີບົດບາດສູງໃນການເຊື່ອມສາຍສໍາພັັນຜ່ານການແລກປ່ຽນວັດທະ ນະທໍາ, ການພັດທະນາຊັບພະຍາກອນມະນຸດດ້ານການບໍລິຫານທຸລະກິດ ແລະ ການຮຽນພາສາຍີ່ປຸ່ນ.

ພາລະກິດ ເປົ້າໝາຍ ວິໄສທັດ
ສະຖາບັນລາວ-ຍີ່ປຸ່ນຍຶດຖືການດໍາເນີນວຽກງານດ້ວຍປັດຊະຍາການເຮັດວຽກທີ່ປະກອບດ້ວຍ ວິໄສທັດ, ພາລະກິດ ແລະ ຫຼັກການ ທີ່ພະນັກງານທຸກຄົນຕ້ອງມີນໍ້າໃຈສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ສລຍ ດໍາເນີນພາລະກິດດ້ວຍຜູ້ນໍາທີ່ມີຄວາມເຂັ້ມແຂງທັງຝ່າຍລາວ ແລະ ຝ່າຍຍີ່ປຸ່ນ ພາຍໃຕ້ທິດຊີ້ນໍາຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ສລຍ ໄດ້ຮັບຄໍາແນະນໍາ ແລະ ຊ່ຽວຊານຈາກອົງການໄຈກາ ແລະ ມູນນິທິຍີ່ປຸ່ນ ເພື່ອຊ່ວຍໃຫ້ບັນລຸພາລະກິດທີ່ຕັ້ງໄວ້.
ວິໄສທັດ
ສລຍ ພັດທະນາສັງຄົມໃນທິດຢືນຍົງ ດ້ວຍການສ້າງບຸກຄະລາກອນທີ່ມີຄຸນນະພາບສູງ
ພາລະກິດ
ສລຍ ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດທີ່ມີຄວາມອາດສາມາດສູງ, ເປັນເຈົ້າການຮ່ວມມື, ສົ່ງເສີມເຄືອຂ່າຍທາງດ້ານວິຊາການ ແລະ ທຸລະກິດໃນສັງຄົມ ລາວ ແລະ ສາກົນ
ຫຼັກການ
ຫ້າວຫັນ, ເຮັດວຽກເປັນໝູ່ຄະນະ , ມີຄວາມສາມະຄີ, ຮຽນຮູ້ - ປັບປຸງ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ