ຫ້ອງສະໝຸດ
ພວກເຮົາເປີດໃຫ້ບໍລິການທັງບຸກຄົນພາຍໃນ ແລະ ພາຍນອກ

ເວລາເປີດບໍລິການ
ຈັນ ເຖິງ ສຸກ 8:30 - 18:30 (ລວມທັງພັກທ່ຽງ)
ປິດບໍລິການໃນວັນເສົາ-ອາທິດ ແລະ ມື້ພັກລັດຖະການ
ແຈ້ງການເປີດ ຫຼື ປິດບໍລິການຫ້ອງສະໝຸດ ທ່ານສາມາດຕິດຕາມໄດ້ນໍາໜ້າເຟດບຸກຂອງສະຖາບັນ

ສິ່ງທີ່ເຮົາມີຕອບສະໜອງທ່ານ
ຫ້ອງສະໝຸດຂອງພວກເຮົາມີປຶ້ມຫຼາຍກວ່າ 18,651 ຫົວ, ວາລະສານ, ໜັງສືພິມ ເອກະສານ, ບົດລາຍງານຂອງລັດຖະບານ, ບົດວິທະຍານິພົນ, ບົດສອບເສັງເກົ່າທີ່ເສັງໄປຮຽນຢູ່ປະເທດຍີ່ປຸ່ນ, ທຶນການສຶກສາຈາກມະຫາວິທະຍາໄລຂອງຍີ່ປຸ່ນ, ແລະ ຊີດີ, ວີຊີດີ ດີວີດີ ຕ່າງໆ ໃນຫຼາຍສາຂາວິຊາຮຽນ. ຫ້ອງອ່ານປຶ້ມທີ່ກວ້າງຂວາງ, ງຽບ ແລະ ເຢັນສະບາຍ.

ແນະນໍາປຶ້ມໃໝ່ໃນເດືອນ 5
ໂອຊາກ້າ, ເປັນປຶ້ມທີ່ອະທິບາຍກ່ຽວກັບເມືອງໂອຊາກ້າ ຖ້າທ່ານໄດ້ລອງອ່ານປຶ້ມເຫຼັ້ມນີ້ ຈະເຮັດໃຫ້ທ່ານຢາກໄປທ່ຽວຍີ່ປຸ່ນຂຶ້ນມາທັນທີ.

ຄົ້ນຫາປຶ້ມໄດ້ງ່າຍ ແລະ ໄວ ພຽງປາຍນິ້ວ ດ້ວຍໂປຼແກຼມ PMB
ຊຶ່ງເປັນໂປຣແກຣມຄຸ້ມຄອງຫ້ອງສະໝຸດທີ່ໃຊ້ເຂົ້າໃນການເກັບກຳຂໍ້ມູນປຶ້ມ, ຂໍ້ມູນສະມາຊິກ, ການຄົ້ນຫາເອກະສານໃນຫ້ອງສະມຸດ ແລະ ໃຊ້ເຂົ້າໃນການບັນທຶກ ຂໍ້ມູນ ການຢືມ - ການສົ່ງ.
ລະບຽບການໃຊ້ບໍລິການ
* ຕ້ອງເປັນສະມາຊິກຂອງຫ້ອງສະໝຸດ ສລຍ
* ຕ້ອງຕິດບັດສະມາຊິກ ກ່ອນເຂົ້ານຳໃຊ້ບໍລິການທຸກຄັ້ງ
* ຕ້ອງນຳເອົາຖົງໄປຝາກກ່ອນເຂົ້ານຳໃຊ້ບໍລິການທຸກຄັ້ງ
* ອະນຸຍາດໃຫ້ເອົາປຶ້ມຂຽນ, ເຈ້ຍຂາວ ແລະອຸປະກອນການຮຽນເຂົ້າຫ້ອງອ່ານໄດ້.
* ນຸ່ງເຄື່ອງໃຫ້ເປັນລະບຽບ ແລະ ເວົ້າຈາສຸພາບ.
* ຫ້າມນຳເອົາອາຫານແລະເຄື່ອງດື່ມເຂົ້າໃນຫ້ອງສະໝຸດ
* ຫ້າມໃຊ້ສຽງດັງເກີນຄວນ ລົບກວນຄົນອື່ນ
* ກະລຸນາປິດສຽງໂທລະສັບ ແລະ ຫ້າມລົມໂທລະສັບຢູ່ໃນຫ້ອງສະໝຸດ.
* ຫຼັງຈາກຖອດປຶ້ມຢູ່ຖ້ານ ຖ້າບໍ່ຕ້ອງການໃຫ້ມ້ຽນໄວ້ບ່ອນເກົ່າໃຫ້ເປັນລະບຽບ
* ຫຼັງຈາກອ່ານປຶ້ມແລ້ວກະລຸນານຳປຶ້ມໄປໄວ້ທີ່ໂຕະຂອງພະນັກງານ ແລະ ມ້ຽນຕັ່ງໃຫ້ເປັນລະບຽບ