ຫຼັກສູດພັດທະນາຜູ້ປະກອບກິດຈະການໃໝ່
ຫຼັກການ ແລະ ເຫດຜົນ
ລັດຖະບານແຫ່ງ ສປປ ລາວ ວາງເປົ້າໝາຍໃນການນຳພາປະເທດອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ໃນປີ 2020 ແລະ ຮັບປະກັນໃຫ້ມີການພັດທະນາແບບຍືນຍົງ ກາຍເປັນປະເທດທີ່ມີລາຍໄດ້ປານກາງລະດັບສູງ ໃນປີ 2030. ໃນທ່າມກາງການແຂ່ງຂັນທີ່ນັບມື້ນັບເພີ່ມຂຶ້ນໃນຍຸກແຫ່ງໂລກາພິວັດ. ນັບແຕ່ທ້າຍຊຸມປີ 1990 ເປັນຕົ້ນມາ ສປປ ລາວ ໄດ້ມີຄວາມພະຍາຍາມຫຼາຍດ້ານໃນການສົ່ງເສີມການເຊື່ອມໂຍງພາຍໃນຂົງເຂດອາຊຽນ ແລະ ໄດ້ຂະຫຍາຍການຮ່ວມມືສອງຝ່າຍກັບຫຼາຍປະເທດໃນທົ່ວໂລກ. ຍ້ອນແນວນັ້ນ, ເສດ ຖະກິດຂອງ ສປປ ລາວ ຈຶ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ວິສາຫະກິດຈະໜາດນ້ອຍແລະກາງ (SME) ມີບົດບາດສຳຄັນຫຼາຍຕໍ່ການພັດ ທະນາເສດຖະກິດ ຊຶ່ງກວມເອົາ 99.8% ຂອງຈຳນວນວິສາຫະກິດທັງໝົດພາຍໃນປະເທດ. ລັດຖະບານແຫ່ງ ສປປ ລາວ ໄດ້ສ້າງນະໂຍບາຍເພື່ອສົ່ງເສີມການພັດທະນາ SME ຊຶ່ງປະກອບມີ 6 ນະໂຍບາຍຕົ້ນຕໍ ຄື: (1) ສ້າງສະບຽບການແລະການບໍລິຫານທີ່ເອື້ອອຳນວຍ; (2) ສົ່ງເສີມຄວາມສາມາດໃນການແຂ່ງຂັນ; (3) ຂະຫຍາຍຕະຫຼາດພາຍໃນແລະຕ່າງປະເທດ; (4) ປັບປຸງການເຂົ້າເຖິງແຫຼ່ງທຶນ; (5) ສ້າງສະພາບແວດລ້ອມທີ່ເອື້ອອຳນວຍສຳລັບການສ້າງຕັ້ງວິສາຫະກິດໃໝ່; ແລະ (6) ກະຕຸກຊຸກຍູ້ການພັດທະນາການເປັນຜູ້ປະກອບການໃຫ້ຄົນຢູ່ໃນສັງຄົມ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ເປັນສ່ວນໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການສະໜັບສະໜູນທາງດ້ານວິຊາການຈາກອົງການ JICA ໄດ້ເຮັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດໃນສາຂາການບໍລິຫານທຸລະກິດ ແລະ ພາສາຍີ່ປຸ່ນ ເພື່ອຮອງຮັບການພັດທະນາຂອງຂະແໜງທຸລະກິດ ແລະ ການລົງທຶນຂອງຍີ່ປຸ່ນຢູ່ ສປປ ລາວ. ພ້ອມກັນນັ້ນ ສະຖາບັນຍັງເຮັດໜ້າທີ່ສົ່ງເສີມຄວາມເຂົ້າໃຈຊຶ່ງກັນແລະກັນລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ມາຮອດປະຈຸບັນ ຫຼາຍກວ່າ 5,000 ຄົນ ໄດ້ສຳເລັດການເຂົ້າຝຶກອົບຮົມດ້ານການບໍລິຫານທຸລະກິດຢູ່ທີ່ສະຖາບັນ ແລະ ບຸກຄົນເຫຼົ່ານັ້ນໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ສປປ ລາວ.
ດັ່ງນັ້ນ, ສະຖາບັນຈະສືບຕໍ່ພັດທະນາທັກສະດ້ານການບໍລິຫານໃຫ້ແກ່ຜູ້ທີ່ສົນໃຈ ໂດຍສະເພາະຫຼັກສູດນີ້ຈະພັດທະນາຂີດຄວາມສາມາດຂອງບຸກຄົນທີ່ມີຄວາມຫວັງຢາກສ້າງຕັ້ງວິສາຫະກິດເປັນຂອງຕົນເອງ ເພື່ອຕອບສະໜອງຕາມນະໂຍບາຍສົ່ງເສີມ SME ຂອງລັດຖະບານ ໂດຍສະເພາະແມ່ນນະໂຍບາຍກະຕຸກຊຸກຍູ້ການພັດທະນາການເປັນຜູ້ປະກອບການໃຫ້ຄົນຢູ່ໃນສັງຄົມ ແລະ ສົ່ງເສີມຄວາມສາມາດໃນການແຂ່ງຂັນ.
ຈຸດປະສົງ
ຫຼັກສູດພັດທະນາຜູ້ປະກອບກິດຈະການໃໝ່ນີ້ ມີຈຸດປະສົງເພື່ອສ້າງຄຸນລັກສະນະຂອງຜູ້ປະກອບກິດຈະການສຳລັບໄວໜຸ່ມລາວ ດ້ວຍຮູບການຈັດຕັ້ງການຝືກອົບຮົມ ແລະ ແນະນຳກ່ຽວກັບການດຳເນີນທຸລະກິດໃຫ້ແກ່ສຳມະນາກອນ. ຜູ້ທີ່ສຳເລັດການຝຶກອົບຮົມຕາມເນື້ອໃນຫຼັກສູດນີ້ຈະສາມາດສ້າງແຜນທຸລະກິດທີ່ເປັນພື້ນຖານໃນການສ້າງຕັ້ງທຸລະກິດໄດ້ພາຍໃນສອງປີ.
ວິທີການ
ການດຳເນີນຫຼັກສູດນີ້ຈະປະກອບມີ ການຮຽນຮູ້ພາກທິດສະດີ ແລະ ຕົວຈິງ, ນຳໃຊ້ກໍລະນີສຶກສາ ແລະ ການສຳມະນາ, ການຢ້ຽມຢາມບໍລິສັດ ແລະ ໃຫ້ຄຳປຶກສາກ່ຽວກັບການກໍ່ຕັ້ງທຸລະກິດ.
ເປົ້າໝາຍຜູ້ເຂົ້າຮ່ວມ:
ຫຼັກສູດພັດທະນາຜູ້ປະກອບກິດຈະການໃໝ່ນີ້ເໝາະສົມສຳລັບໄວໜຸ່ມ ຫຼື ຜູ້ທີ່ຍັງບໍ່ທັນໄດ້ປະກອບທຸລະກິດ ແຕ່ມີຄວາມຫວັງຢາກສ້າງຕັ້ງທຸລະກິດເປັນຂອງຕົນເອງ.
ຈຳນວນຜູ້ເຂົ້າຮ່ວມແມ່ນ 15-20 ຄົນ.
ຄ່າຮຽນ:
US$300 ຕໍ່ທ່ານ
ໂຄງສ້າງຫຼັກສູດ ແລະ ອາຈານສອນ:

ການແຂ່ງຂັນແຜນທຸລະກິດ:
To support Lao entrepreneurs in writing business plan, Laos-Japan Human Resource Development Institute will organise the Business Plan Contest as following:
radio_button_checkedBusiness Plan and presentation are in English.
radio_button_checkedThe Structure of Business plan should include the following content:
filter_1 Corporate Philosophy
filter_1 Positioning/Differentiation (4Cs, X-Y axis, Value)
filter_1 Information Gathering
filter_1 Analysis (SWOT)
filter_1 Strategy and 6W2H
filter_1 Operations
filter_1 CSFs
filter_1 Business Flow
filter_1 Organization
filter_1 Assumptions
filter_1 Financial Appraisal