ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ

ສລຍ ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ພາຍໃຕ້ການສະໜັບສະໜຸນຂອງ ອົງການ JICA ໄດ້ເປີດດໍາເນີນການຮຽນ-ການສອນ ໃນລະດັບປະລິນຍາໂທສາຂາວິຊາ ບໍລິຫານທຸລະກິດ (MBA) ໂດຍເນັ້ນຄວາມສົມດຸນລະຫວ່າງທິດສະດີການບໍລິຫານທຸລະກິດ ແລະ ຄວາມຮູ້ຕົວຈິງທີ່ຈໍາເປັນ ສໍາລັບການພັດທະນາເສດຖະກິດຕາມກົນໄກການຕະຫຼາດ ໃນທ່າມກາງສະພາບແວດລ້ອມການເຊື່ອມໂຍງເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະແມ່ນການເຊື່ອມໂຍງເຂົ້າໃນປະຊາຄົມເສດຖະກິດ ASEAN. ຜູ້ທີ່ຮຽນຈົບຫຼັກສູດນີ້ຈະມີຄວາມຮູ້ຄວາມສາມາດພຽງພໍສໍາລັບການດໍາເນີນທຸລະກິດຢ່າງມີຜົນສໍາເລັດໃນເງື່ອນໄຂເສດຖະກິດເປີດກວ້າງພາຍໃນປະເທດລາວ. ປັດຈຸບັນ, ສລຍ ພວມເປີດຮັບນັກສຶກສາ ຊຸດທີ 13 ເລີ່ມແຕ່ມື້ນີ້ ຈົນເຖິງ ວັນທີ 31 ກໍລະກົດ 2020 ດັ່ງລາຍລະອຽດລຸ່ມນີ້
ເງື່ອນໄຂຜູ້ສະໝັກ:
1. ຕ້ອງຈົບການສຶກສາລະດັບປະລິນຍາຕີໃນສາຂາວິຊາໃດໜຶ່ງ
2. ມີປະສົບການໃນການເຮັດວຽກຢ່າງໜ້ອຍ 2 ປີ
3. ມີຄວາມຮູ້ດ້ານພາສາອັງກິດ ທີ່ສາມາດ ອ່ານ, ຂຽນ, ຟັງ ແລະ ຊື່ສານໄດ້ໃນລະດັບດີ
4. ຜູ້ສະໝັກທີ່ມີປະສົບການ ແລະ ຄວາມຮູ້ພື້ນຖານດ້ານບໍລິຫານທຸລະກິດ ຫຼື ເສດຖະສາດຈະໄດ້ຮັບການພິຈາລະນາເປັນພິເສດ
5. ຜູ້ສໍາເລັດການສຶກສາລະດັບປະລິນຍາຕີໃໝ່ໃນສາຂາວິຊາ ບໍລິຫານທຸລະກິດ ຫຼື ເສດຖະສາດ ທີ່ມີຄະແນນສະເລ່ຍ (GPA) = 3.00 ຂຶ້ນໄປ ກໍອາດຈະໄດ້ຮັບການພິຈາລະນາ
ຂັ້ນຕອນການສອບເສັງເຂົ້າ:
1. ຄັດເລືອກແບບຟອມ
2. ສໍາພາດ
ເອກະສານປະກອບການສະໝັກ:
1. ໃບຄໍາຮ້ອງ
2. ຊີວະປະຫວັດຫຍໍ້
3. ສໍາເນົາປະກາດສະນີຍະບັດລະດັບປະລິນຍາຕີ ແລະ ໃບຄະແນນ
4. ໃບອະນຸມັດຈາກກົມກອງ
5. ຮູບ (ຂະໜາດ 3x4) 2 ໃບ
6. ເບີໂທລະສັບ ແລະ ອີເມວ
ໄລຍະເວລາ ແລະ ຂະບວນການຕ່າງໆ:
- ເປີດຮັບສະໝັກເລີ່ມແຕ່ມື້ນີ້ ຈົນເຖິງ 30/07/2020
- ຄັດເລືອກແບບຟອມ ໃນອາທິດທີ 3-6/08/2019
- ປະກາດລາຍຊື່ຜູ້ເຂົ້າຮອບສໍາພາດ 7/08/2020
- ມື້ສໍາພາດ 12/08/2020
- ແຈ້ງຜົນການສໍາພາດ 13-14/08/2020
- ປະກອບເອກະສານເພີ່ມເຕີມ 17-31/08/2020
- ຈັດປະຖົມນິເທດ 28/09/2020
ໄລຍະເວລາໃນການສຶກສາ:
- ຫຼັກສູດທັງໝົດໃຊເວລາ 2 ປີ (ຮຽນທິດສະດີ 1 ປີ 6 ເດືອນ, ຂຽນວິທະຍານິພົນ 6 ເດືອນ)
- ມື້ຮຽນ: ຈັນ-ສຸກ (ພາກຄໍ່າ 17:30 – 20:45 ໂມງ)
ຄ່າຮຽນ:
- ຄ່າຮຽນຕົ້ນຕໍ: 28,600,000 ກີບ (ຊາວແປດລ້ານຫົກແສນກີບ)
- ຄ່າແບບຟອມສະໝັກ 80,000 ກີບ (ຊື້ແບບຟອມທີ່ສະຖາບັນລາວ-ຍີ່ປຸ່ນ)
ພາສາທີ່ໃຊ້ສອນ:
- ພາສາລາວ 50%
- ພາສາອັງກິດ 50%
- ສອນໂດຍອາຈານລາວ ແລະ ຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງ
ຕິດຕໍ່ສອບຖາມຂໍ້ມູນ:
020 7761 7631 (ອຈ ພູລັດສະໝີ ເພັດທະນູລັດ)
020 5556 4689 (ປອ. ລັດສະໝີ ວົງແສງຈັນ)
021 720 156 (ຫ້ອງເລຂາ ສະຖາບັນລາວ-ຍີ່ປຸ່ນ)
030 521 0748 (ພະແນກຄົ້ນຄວ້າ ແລະ ການສຶກສາຫຼັງປະລິນຍາຕີ)