ຫຼັກສູດພາສາຍີ່ປຸ່ນ
ຫຼັກສູດພາສາຍີ່ປຸ່ນສ້າງຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງສັງຄົມລາວທີ່ຕ້ອງການສຶກສາພາສາຍີປຸ່ນ, ຈຶ່ງໄດ້ເລີ່ມຕົ້ນເປີດຫຼັກສູດໃນປີ 2012 ໂດຍການສະໜັບສະໜຸນຂອງມູນນິທິຍີ່ປຸ່ນ (Japan Foundation)
ຫຼັກສູດມາດຕະຖານແມ່ນຮຽນມື້ລະ 2 ຊົ່ວໂມງ ແລະ ໃນ 1 ເທີມ ເທົ່າກັບ 4.5 ເດືອນ ຫຼື 18 ອາທິດ. ຫ້ອງຮຽນລະດັບເລີ່ມຕົ້ນ (B1-B3) ຈົບລະດັບນີ້ແມ່ນ 3 ປີ. ເພື່ອຍົກລະດັບພາສາຍີ່ປຸ່ນໃຫ້ສູງຂຶ້ນ ພວກເຮົາຈຶ່ງແນະນໍາຫ້ອງຮຽນລະດັບປານກາງ (In1-In3) ໃຊ້ເວລາຮຽນ 1 ປີ.
ນອກຈາກນັ້ນ ຍັງມີໂອກາດຫຼາຍຢ່າງອີກສໍາລັບຜູ້ທີ່ຮຽນເກັ່ງ ແລະ ມີຄະແນນດີ ເຊັ່ນ ການໄປສຶກສາຕໍ່ຢູ່ຍີ່ປຸ່ນ, ໄປທັດສະນະສຶກສາ, ໂອກາດໃນການຮັບທຶນຮຽນຟຼີ. ນອກຈາກນີ້, ຫຼັກສູດພາສາຍີ່ປຸ່ນຍັງເປີດສອນພາກພັກແລ້ງ ແລະ ຈັດຝຶກອົບຮົມດ້ານພາສາຍີ່ປຸ່ນໃຫ້ແກ່ອົງກອນ ຫຼຶ ບໍລິສັດ ອີກດ້ວຍ.
ຈຸດເດັ່ນຂອງຫຼັກສູດ
thumb_upສ້າງຄວາມສາມາດໃນການສື່ສານທີ່ໄດ້ຜົນແທ້ຈິງ
ບໍ່ພຽງແຕ່ສອນຕາມເນື້ອໃນບົດຮຽນເທົ່ານັ້ນ, ຍັງໄດ້ຝຶກສົນທະນາຕົວຈິງກັບຄົນຍີ່ປຸ່ນນຳອີກ.
thumb_upປະສົບການທາງວັດທະນະທຳທີ່ຫຼາກຫຼາຍ ແລະ ການແລກປ່ຽນກິດຈະກຳກັບຄົນຍີ່ປຸ່ນ
ມີໂອກາດສຳພັດກັບວັດທະນະທຳຍີ່ປຸ່ນ ແລະ ຄົນຍີ່ປຸ່ນທີ່ມາຢ້ຽມຢາມ ສລຍ ຜ່ານປະສົບການດັ່ງກ່າວ, ນັກຮຽນຈະໄດ້ຮຽນຮູ້ເຖິງແນວຄວາມຄິດ ແລະ ຮູບແບບການດຳລົງຊີວິດຂອງຄົນຍີ່ປຸ່ນ.
thumb_upເຄັ່ງຄັດໃນການເລື່ອນຊັ້ນ ແລະ ລະບົບຄວບຄຸມຜົນການຮຽນ
ນອກຈາກຄະແນນສອບເສັງແລ້ວ, ການຂຶ້ນຫ້ອງປົກກະຕິ ແລະ ການສົ່ງວຽກບ້ານຈະຄິດໄລ່ເຂົ້າໃນຜົນຄະແນນໃນການເລື່ອນຊັ້ນ, ສ້າງໃຫ້ນັກຮຽນທຸກຄົນມີລະບຽບວິໄນ ແລະ ຄວາມຮັບຜິດຊອບ.
thumb_upຂ່າວສານສຳລັບຜູ້ທີ່ຕ້ອງການຢາກເຮັດວຽກ ຫຼື ໄປຮຽນຕໍ່
ມີການແຈ້ງຂ່າວສານໃນກະດານຂ່າວ ແລະ ໃຫ້ຄຳປຶກ ສາສຳລັບບຸກຄົນ.
thumb_upສອນໂດຍອາຈານທີ່ມີປະສົບການ
ຈັດຕັ້ງການຮຽນການສອນໂດຍທີມງານຂອງຄົນລາວແລະ ຄົນຍີ່ປຸ່ນທີ່ມີປະສົບການ, ອາຈານສອນທຸກຄົນໄດ້ຮັບການຝຶກອົບຮົມຈາກທັງພາຍໃນ ແລະ ຕ່າງປະເທດ.
ນັກຮຽນຜູ້ທີ່ໄດ້ຄະແນນດີຂອງຫຼັກສູດພາສາຍີ່ປຸ່ນ ຈະໄດ້ຮັບທຶນການສຶກສາຕ່າງໆເຊັ່ນ: ທຶນ JF, ທຶນ UFJ, ທຶນ Yamada. ນອກຈາກນີ້ ຍັງມີໂອກາດເປັນນັກຮຽນແລກປ່ຽນຢູ່ປະເທດຍີ່ປຸ່ນ, ໄປທັດສະນະສຶກສາຢູ່ປະເທດຍີ່ປຸ່ນ.
ຫຼັກສູດປົກກະຕິ
ຊ່ວງເວລາເປີດຫຼັກສູດ: ກັນຍາ - ມັງກອນ ແລະ ມີນາ – ກໍລະກົດ (1 ເທີມ = 4.5 ເດືອນ)

ລະດັບເລີ່ມຕົ້ນ 1 (B1, B2, B3)
“ມາລຶໂຄະໂຕະ” ແມ່ນການຮຽນຮູ້ທັງພາສາ ແລະ ວັດທະນະທຳຂອງຍີ່ປຸ່ນ, ສາມາດໃຊ້ພາສາຍີ່ປຸ່ນເຂົ້າໃນການສື່ສານໃນຫົວຂໍ້ຕ່າງໆ, ການເຮັດວຽກ, ການຊື້ເຄື່ອງ, ຮຽນຮູ້ກ່ຽວກັບລະດູການ, ວັດທະນະທຳ ແລະ ສະພາບຕົວເມືອງຂອງຍີ່ປຸ່ນ, ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 100ໂຕ.
ເປົ້າໝາຍ: ຈົບ B3 ເສັງວັດແທກລະດັບພາສາຍີ່ປຸ່ນ N5

ລະດັບເລີ່ມຕົ້ນ 2 (B4, B5, B6)
ສາມາດອະທິບາຍກ່ຽວກັບຄວາມສົນໃຈ, ປະສົບການ, ຄວາມຝັນ, ຄວາມຄິດເຫັນ ແລະຄວາມປະທັບໃຈຂອງຕົນເອງ.
ສາມາດໂອ້ລົມຢ່າງສຸພາບ ແລະ ສະແດງອອກຢ່າງເປັນກັນເອງກັບຄູ່ສົນທະນາ.
ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 300ໂຕ.
ເປົ້າໝາຍ: ຈົບ B6 ເສັງວັດແທກລະດັບພາສາຍີ່ປຸ່ນ N4

ລະດັບເລີ່ມຕົ້ນຂອງລະດັບກາງ 1 (In1)
ຈັດແຈງຮູບປະໂຫຍກເບື້ອງຕົ້ນ ແລະ ເພີ່ມທັກສະການນຳໃຊ້.
ເພີ່ມທັກສະການອ່ານ, ການຟັງເພື່ອກຽມສຳລັບຮຽນລະດັບກາງ.
ສາມາດອ່ານຂຽນໂຕຄັນຈິໄດ້ປະມານ 350ໂຕ.

ລະດັບກາງ 2 (In2, In3)
ສາມາດສົນທະນາກ່ຽວກັບຫົວຂໍ້ທົ່ວໄປໃນສັງຄົມ. ສາມາດຮັບຮູ້ຂໍ້ມູນໄດ້ຈາກການຟັງແລະການອ່ານ. ສາມາດເຂົ້າໃຈໂຕຄັນຈິໄດ້ປະມານ 500ໂຕ.
ເປົ້າໝາຍ: ຈົບ In2 ເສັງວັດແທກລະດັບພາສາຍີ່ປຸ່ນ N3

ເສັງວັດແທກລະດັບພາສາຍີ່ປຸ່ນ (JLPT)
On the first sunday in December every year, LJI works jointly with the Japan Foundation in organizing Japanese Language Proficiency Test or “Nihongo noryoku shiken”. This exam is an international standard. The examinees who passed the exam each level will receive a certificate from Japan Foundation.
ຫຼັກສູດກຽມສໍາລັບຫຼັກສູດປົກກະຕິ
ເປັນຫຼັກສູດສຳລັບຜູ້ທີ່ບໍ່ເຄີຍຮຽນພາສາຍີ່ປຸ່ນມາກ່ອນ. ເນື້ອໃນແມ່ນອ່ານ, ຂຽນຕົວອັກສອນຮິລະງະນະ, ຄະຕະກະນະ ແລະ ບົດສົນທະນາງ່າຍໆໃນຊີວິດປະຈຳວັນ. ຫຼັງຈາກຮຽນຈົບຫ້ອງກຽມແລ້ວສາມາດເຂົ້າຮຽນຕໍ່ຫ້ອງປົກກະຕິໄດ້.

ຫຼັກສູດພິເສດ
ຫຼັກສູດໄລຍະພັກແລ້ງ
ເປັນຫຼັກສູດທີ່ເປີດຊ່ວງພັກແລ້ງ ເປົ້າໝາຍຫຼັກແມ່ນແນໃສ່ນັກຮຽນມັດທະຍົມຕົ້ນ-ປາຍທີ່ຢາກສຳພັດພາສາ ແລະ ວັດທະນະທຳຍີ່ປຸ່ນ.
ຫຼັກສູດພາສາຍີ່ປຸ່ນຕາມຄວາມຕ້ອງການຂອງລູກຄ້າ
ສອນພາສາ ແລະ ວັດທະນະທຳຍີ່ປຸ່ນເພື່ອໃຫ້ສອດຄ່ອງກັບໂຮງຮຽນຫຼື ທຸລະກິດ, ມີການຈັດສົ່ງອາຈານໄປສອນເຖິງສະຖານທີ່, ສາມາດຕິດຕໍ່ຫາພວກເຮົາໄດ້ຕະຫຼອດ. ໂທ: (+856-30) 5210746

ການແຂ່ງຂັນເວົ້າພາສາຍີ່ປຸ່ນ
ທຸກໆປີ, ນັກຮຽນຜູ້ທີ່ມີຄວາມສົນໃຈ ແລະ ເວົ້າພາສາຍີປຸ່ນເກັ່ງ ສາມາດສະໝັກເຂົ້າແຂ່ງລາຍການ ແຂ່ງຂັນເວົ້າພາສາຍີ່ປຸ່ນ. ຜູ້ຊະນະເລີດລາງວັນທີ 1 ລະດັບກາງ (Intermediate) ຈະໄດ້ເປັນໂຕແທນປະເທດລາວ ເຂົ້າແຂ່ງຂັນເວົ້າພາສາຍີ່ປຸ່ນໃນລະດັບອາຊຽນ
ສຽງຈາກນັກຮຽນພາສາຍີ່ປຸ່ນ

ນາງ ສຸພາພອນ ຈັນທະວົງ
ຂ້ອຍມີຄວາມສົນໃຈຮຽນພາສາ ແລະ ວັດທະນະທໍາຍີປຸ່ນ ຢູ່ທີ່ສະຖາບັນນີ້. ຂ້ອຍໄດ້ມີໝູ່ເພື່ອນໃໝ່ຫຼາຍຄົນຈາກການເຮັດກິດຈະກໍາຮ່ວມກັນ ໂດຍສະເພາະ Nihon Club ທີ່ເຮັດໃຫ້ທ້າຍອາທິດຂອງຂ້ອຍມີສີສັນ. ນອກຈາກນັ້ນ, ສະຖາບັນຍັງໄດ້ໃຫ້ໂອກາດທີ່ຍິ່ງໃຫຍ່ສໍາລັບຂ້ອຍ ໃນການໃຫ້ທຶນແລກປ່ຽນໄປສຶກສາຢູ່ວິທະຍາໄລ Gakushuin Women's College ເປັນເວລາ 1 ປີ, ເຊິ່ງມັນໄດ້ໃຫ້ປະສົບການໃໝ່ໃນຊີວິດ. ຂ້ອຍຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງຄູ-ອາຈານຂອງສະຖາບັນລາວ-ຍີ່ປຸ່ນ

ນາງ ພຸດທະຮັກສາ ແສງສຸວັນນາ
ແຕ່ກ່ອນຂ້ອຍບໍ່ໄດ້ສົນໃຈໃນພາສາຍີ່ປຸ່ນເລີຍ, ເພາະຄິດວ່າມັນຍາກ ຈົນຂ້ອຍໄດ້ທົດລອງຮຽນຢູ່ທີ່ສະຖາບັນລາວ-ຍີ່ປຸ່ນ ຈຶ່ງໄດ້ເກີດຄວາມສົນໃຈ ແລະ ຢາກສຶກສາໃຫ້ຫຼາຍຂຶ້ນ. ຫຼັກສູດພາສາຍີ່ປຸ່ນເປັນສິ່ງທີ່ໜ້າຫຼົງໄຫຼ ແລະ ມ່ວນໃນການຮຽນ. ຂ້ອຍຮຽນຢູ່ ສລຍ ໄດ້ 3 ປີແລ້ວ ແລະ ຂ້ອຍມີຄວາມສຸກກັບການຮຽນ. ແນ່ນອນ, ຂ້ອຍຈະຮຽນຕໍ່ໃນລະດັບ In1. ຫຼັກສູດພາສາຍີ່ປຸ່ນເຮັດໃຫ້ຂ້ອຍຫຼົງຮັກໃນການຮຽນພາສາຍີປຸ່ນ ແລະ ປະເທດຍີ່ປຸ່ນ

ທ້າວ ສາຍຟ້າ ວົງເດືອນ
ສະຖາບັນລາວ-ຍີ່ປຸ່ນ ບໍ່ໄດ້ສອນຂ້ອຍພຽງແຕ່ພາສາຍີປຸ່ນເທົ່ານັ້ນ, ແຕ່ຍັງໃຫ້ໂອກາດຂ້ອຍໃນການມີໝູ່ເພື່ອນໃໝ່, ໃຫ້ຄໍາແນະນໍາໃນການກ້າວໄປທາງໜ້າສູ່ອະນາຄົດທີ່ສົດໃສ. ຂ້ອຍສາມາດເວົ້າໄດ້ເຕັມປາກວ່າ ຊີວິດຂອງຂ້ອຍປ່ຽນໄປຕັ້ງແຕ່ໄດ້ເຂົ້າມາຮຽນໃນສະຖາບັນນີ້, ສລຍ ຈຶ່ງກາຍເປັນເຮືອນຫຼັງທີ່ສອງສໍາລັບຂ້ອຍ
ປຶ້ມສໍາລັບຂາຍ
ພວກເຮົາຂາຍປຶ້ມແບບຮຽນພາສາຍີ່ປຸ່ນ ແລະ ປຶ້ມຄູ່ມືຕ່າງໆ
