
ການບໍລິຫານຄວາມຮູ້ເພື່ອເພີ່ມປະສິດທິພາບ
ຂອງອົງກອນ
ຄວາມຮູ້ຖືກນິຍາມວ່າແມ່ນຂະບວນການທາງດ້ານສັງຄົມທີ່ມີການເຄື່ອນເໜັງ ຕະຫຼອດເວລາເພື່ອຢັ້ງຢືນຄວາມເຊື່ອສ່ວນບຸກຄົນໄປສູ່ຄວາມຈິງ, ຄວາມດີ ແລະ ຄວາມງາມ,
ຈອງບ່ອນນັ່ງ
ຫຼັກສູດນີ້ມີໃບຢັ້ງຢືນ ຫຼັງຈາກຮຽນຈົບ
ສະຖານະ: ປິດ
ເປີດຝຶກອົບຮົມຄັ້ງຕໍ່ໄປ: 2019
ເນື້ອໃນໂດຍຫຍໍ້:
ຄວາມຮູ້ຖືກນິຍາມວ່າແມ່ນຂະບວນການທາງດ້ານສັງຄົມທີ່ມີການເຄື່ອນເໜັງຕະຫຼອດເວລາເພື່ອຢັ້ງ ຢືນຄວາມເຊື່ອສ່ວນບຸກຄົນໄປສູ່ຄວາມຈິງ, ຄວາມດີ ແລະ ຄວາມງາມ, ແລະ ຄວາມຮູ້ແມ່ນຄົນ ເປັນຜູ້ສ້າງຂຶ້ນໂດຍຜ່ານການພົວພັນຊຶ່ງກັນແລະກັນ ໃນສະພາບແວດລ້ອມໃດໜຶ່ງທີ່ແນ່ນອນ; ຄວາມຮູ້ມີເປົ້າໝາຍທາງສັງຄົມໃນການນຳພາບໍລິສັດໃຫ້ດຳເນີນສິ່ງທີ່ດີ, ຖືກຕ້ອງ ແລະ ເປັນ ທຳສຳລັບທັງບໍລິສັດ/ອົງກອນ ແລະ ສັງຄົມ. ການບໍລິຫານຄວາມຮູ້ ແມ່ນການບໍລິຫານສຳລັບ ການຮວບຮວມ, ສະສົມ, ນຳໃຊ້ ແລະ ປະດິດສ້າງຄວາມຮູ້ ແນໃສ່ສ້າງວັດທະນະທຳການຮຽນ ຮູ້ພາຍໃນບໍລິສັດ/ອົງກອນ ແລະ ເຮັດໃຫ້ບໍລິສັດ/ອົງກອນສາມາດປັບປຸງປະສິດທິພາຍການດຳ ເນີນງານແລະເຕີບໂຕຂຶ້ນເທື່ອລະກ້າວ. ໃນຫຼັກສູດນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ບັນດາຫົວຂໍ້ລຸ່ມນີ້:
• ຄວາມໝາຍ-ຄວາມສຳຄັນຂອງການບໍລິຫານຄວາມຮູ້ຕິດພັນກັບການເພີ່ມປະສິດຕິພາບຂອງ ອົງກອນ.
• ການກຳນົດຄວາມຮູ້ທີ່ຈຳເປັນຕ້ອງຮວບຮວມ ແລະ ວິທີຮວບຮວມຄວາມຮູ້ດັ່ງກ່າວ.
• ວິທີນຳໃຊ້ຄວາມຮູ້ທີ່ສະສົມມາໄວ້ແລ້ວ ແລະ ການສ້າງຄວາມຮູ້ໃໝ່.
• ວົງຈອນການບໍລິຫານ ຄວາມຮູ້ແລະການສະສົມຄວາມຮູ້ໃນສະພາບແວດລ້ອມການດຳເນີນ ທຸລະກິດທີ່ເຮັດໃຫ້ບໍລິສັດ/ອົງກອນມີປະສິດທິພາບແລະເຕີບໂຕຢ່າງຕໍ່ເນື່ອງ.
ການດຳເນີນຫຼັກສູດນີ້ຈະມີການປະສົມປະສານລະຫວ່າງການບັນຍາຍ, ການຄົ້ນຄວ້າເປັນກຸ່ມ ແລະ ການນຳສະເໜີຜົນການຄົ້ນຄວ້າ ໂດຍອີງໃສ່ທິດສະດີ ແລະ ກໍລະນີສຶກສາທີ່ນຳໃຊ້ ຢູ່ໃນຫຼັກສູດ.
ສິ່ງທີ່ຈະໄດ້ຫຼັງຈາກຮຽນຈົບ
fiber_manual_recordຈະພັດທະນາຄວາມຮູ້ ແລະ ທັກສະກ່ຽວ ກັບການບໍລິຫານຄວາມຮູ້
fiber_manual_recordຈະສາມາດວາງແຜນແລະອອກແບບການບໍລິຫານຄວາມຮູ້ຢູ່ໃນບໍລິ ສັດຂອງຕົນ
fiber_manual_recordຈະສາມາດຈັດຕັ້ງປະຕິບັດການບໍລິຫານຄວາມຮູ້ຢູ່ໃນບໍລິ ສັດຂອງຕົນ
ພົບກັບວິທະຍາກອນ

ຮສ. ປອ. ບຸນລ້ວນ ດ້ວງເງິນ
ອໍານວຍການ ສະຖາບັນລາວ-ຍີ່ປຸ່ນ
ໄລຍະເວລາ:
10 ວັນ (30 ຊົ່ວໂມງ)
ໃຊ້ເວລາ:
3 ຊົ່ວໂມງ ຕໍ່ ມື້
ເວລາຮຽນ:
ຈັນ ຫາ ສຸກ (17:30 - 20:30)
ສະຖານທີ່:
ສະຖາບັນລາວ-ຍີ່ປຸ່ນ
ຜູ້ເຂົ້າຮຽນ:
ທຸກພາກສ່ວນ
ພາສາທີ່ໃຊ້ສອນ:
ພາສາລາວ
ຄ່າຮຽນ:
850,000 ກີບ/ຄົນ
ຕິດຕໍ່ສອບຖາມຂໍ້ມູນ້ພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ
callໂທ:
030 5841519
emailອີເມວ:
ljibzcourse@gmail.com
monetization_onການຈ່າຍຄ່າຮຽນ
1. ໂອນຄ່າຮຽນຜ່ານທະນາຄານ ເລກບັນຊີ XXXXXXX
2. ທ່ານສາມາດເຂົ້າມາຈ່າຍຄ່າຮຽນໄດ້ທີ່ສະຖາບັນລາວ-ຍີ່ປຸ່ນ (ໃນວັນ-ເວລາລັດຖະການ)
3. ທ່ານສາມາດຈ່າຍຄ່າຮຽນໃນມື້ທີ່ເລີ່ມຮຽນໄດ້