ພັດທະນາບຸກຂະລິກກະພາບສູ່ຄວາມສຳເລັດ

ຮູ້ຈັກວິທີການພັດທະນາບຸກຂະລິກກະພາບ ແລະ ເພີ່ມຄວາມມີສະເໜ່ໃຫ້ຕົນເອງ ໃນການເຮັດໃຫ້ເປົ້າໝາຍປະສົບຜົນສຳເລັດ, ອົດທົນມຸ່ງໝັ້ນ, ທຸ່ມເທ່, ຊ່ວຍເຫຼືອເພື່ອແຜ່, ມີຄວາມກະຕືລືລົ້ນ, ຮູ້ຈຸດແຂງ ແລະ ສິ່ງທີ່ຫຼົງໄຫຼ

ຂໍ້ມູນຫຼັກສູດ:

ສິ່ງທີ່ຈະໄດ້ຫຼັງຈາກຮຽນຈົບ:

ຮູ້ຈັກວິທີການພັດທະນາບຸກຂະລິກກະພາບ ແລະ ເພີ່ມຄວາມມີສະເໜ່ໃຫ້ຕົນເອງ

ເກີດແຮງບັນດານໃຈລຸກຂື້ນມາປ່ຽນແປງພັດທະນາບຸກຂະລິກກະພາບຕົນເອງ

ທີ່ມີຄວາມໝັ້ນໃຈ, ມີຄວາມສຸກ, ມີສະເໜ່ ມີກຳລັງໃຈໃນການເຮັດວຽກ

ມີຄວາມສາມັກຄີກັບເພື່ອນຮ່ວມງານດີຂື້ນ, ມີຄວາມຄິດມູມມອງທີ່ດີ

ເນື້ອໃນໂດຍຫຍໍ້:

ທ່ານສາມາດຮູ້ຈັກວິທີການພັດທະນາບຸກຂະລິກກະພາບ ແລະ ເພີ່ມຄວາມມີສະເໜ່ໃຫ້ຕົນເອງ ໃນການເຮັດໃຫ້ເປົ້າໝາຍປະສົບຜົນສຳເລັດ, ອົດທົນມຸ່ງໝັ້ນ, ທຸ່ມເທ່, ຊ່ວຍເຫຼືອເພື່ອແຜ່, ມີຄວາມກະຕືລືລົ້ນ, ຮູ້ຈຸດແຂງ ແລະ ສິ່ງທີ່ຫຼົງໄຫຼ ເພື່ອດຶງເອົາຂີດຄວາມສາມາດທີ່ບົ່ມຊ້ອນຢູ່ພາຍໃນຕົວອອກມານໍາໃຊ້ໃຫ້ເກີດປະສິດທິພາບສູງສຸດ, ຮູ້ຈັກວິທີຄິດບວກ, ການໃຫ້ອາໄພ, ບໍ່ຢຸດພັດທະນາຕົນເອງ, ເຮັດວຽກໃຫ້ເຂົ້າກັບຄົນອື່ນ, ຊື່ສັດອົດທົນ, ບໍ່ຍອມຈຳນົນຕໍ່ອຸປະສັກ ແລະ ຄວາມຫຼົມເຫຼວ, ກຳຈັດໂລກແກ້ຕົວ, ເຮັດວຽກໄປເໜືອຄວາມຄາດໝາຍຂອງຫົວໜ້າ. ແລະ ຜູ້ເຂົ້າຮ່ວມສຳມະນາຈະເກີດແຮງບັນດານໃຈລຸກຂື້ນມາປ່ຽນແປງພັດທະນາບຸກຂະລິກກະພາບຕົນເອງ ໃຫ້ກາຍເປັນຄົນທີ່ມີຄວາມໝັ້ນໃຈ, ມີຄວາມສຸກ, ມີສະເໜ່ ມີກຳລັງໃຈໃນການເຮັດວຽກ, ມີຄວາມສາມັກຄີກັບເພື່ອນຮ່ວມງານດີຂື້ນ, ມີຄວາມຄິດມູມມອງທີ່ດີ, ຄິດບວກຕໍ່ອົງກອນ, ຫົວໜ້າ, ເພື່ອຮ່ວມງານ, ຄອບຄົວ ແລະ ຕົນເອງ.

timelineໄລຍະເວລາ:

5 ວັນ (15 ຊົ່ວໂມງ)

av_timerໃຊ້ເວລາຮຽນ:

3 ຊົ່ວໂມງ/ມື້

timelapseເວລາຮຽນ:

ຈັນ - ສຸກ (17:30 - 20:30 ພາກຄໍ່າ)

placeສະຖານທີ່:

ສະຖາບັນລາວ-ຍີ່ປຸ່ນ

peopleຜູ້ເຂົ້າຮຽນ:

ນັກສຶກສາ ແລະ ບຸກຄົນທົ່ວໄປ

 ພາສາທີ່ໃຊ້ສອນ:

ລາວ

ຄ່າຮຽນ:

750,000 ກີບ/ຄົນ

ຕິດຕໍ່ສອບຖາມຂໍ້ມູນ້ພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ

callໂທ:

030 5841519

emailອີເມວ:

ljibzcourse@gmail.com

dr.latsamee

ປທ. ຜິວໄພວັນ ບຸນມີໄຊ

ວິທະຍາກອນ

ຈົບປະລິນຍາໂທ ສາຂາບໍລິຫານທຸລະກິດ ຈາກສະຖາບັນລາວ-ຍີ່ປຸ່ນ,ມະຫາວິທະຍາໄລແຫ່ງຊາດ, ໄດ້ຮຽນຮູ້ ແລະ ມີປະສົບການໃນການເຮັດວຽກຮ່ວມກັບອາຈານ, ຊ່ຽວຊານຍີ່ປຸ່ນທີ່ມີຄວາມຮູ້ ແລະ ມີປະສິດທິພາບສູງຫຼາຍກວ່າ 16ປີ, ພ້ອມນັ້ນຍັງເປັນນັກຄົ້ນຄ້ວາວິທະຍາສາດ ມະຫາວິທະຍາໄລແຫ່ງຊາດ.