Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ໂຄງການ LJI SUSU ScaleUp ໄລຍະທີ II ໄດ້ລິເລີ່ມຂຶ້ນຢ່າງເປັນທາງການແລ້ວ ແລະ ໃນວັນທີ 25 ກຸມພາ 2022, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນໄດ້ຈັດກິດຈະກຳ Kickoff Workshop ພາຍໃຕ້ການຊ່ວຍເຫຼືອຂອງອົງການ JICA.
5 ບໍລິສັດທີ່ຊະນະຈາກໂຄງການ LJISUSU Scale Up ປະກອບດ້ວຍ Wayha Booking, Bansi.la, Appzap, Bangfaitech ແລະ Yaimaii ໄດ້ເຂົ້າຮ່ວມກິດຈະກຳ Kickoff Workshop ໃນຄັ້ງນີ້. ພາຍໃນກິດຈະກຳ ຍັງໄດ້ພົບກັບ mentors ທີ່ມີປະສົບການຈາກປະເທດໄທ ແລະ ຍີ່ປຸ່ນ ທີ່ຈະໃຫ້ການບັນຍາຍກ່ຽວກັບແຜນການ, ຕົວຊີ້ວັດ KPIs, ວິທີການວັດຜົນກະທົບທາງສັງຄົມ ລວມທັງແຜນການໄລຍະຍາວ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈະໃຫ້ການຊ່ວຍເຫຼືອການໃນການໃຫ້ຄຳປຶກສາແບບ ໂຕຕໍ່ໂຕ ແລະ ໂອກາດການສ້າງເຄືອຂ່າຍທຸລະກິດໃຫ້ກັບບໍລິສັດດັ່ງກ່າວ ເພື່ອກະຕຸ້ນການຂະຫຍາຍຕົວທາງທຸລະກິດ. ໃນເດືອນກໍລະກົດທີ່ຈະມາເຖິງນີ້, ບໍລິສັດຈະໄດ້ນຳສະເໜີຄວາມຄືບຫນ້າຂອງແຜນທຸລະກິດ.
ຂໍຂອບໃຈມາຍັງ mentors ທີ່ມາຈາກປະເທດໄທ ແລະ ຍີ່ປຸ່ນ! ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ເຫັນ 5 ບໍລິສັດມີຄວາມກະຕືລືລົ້ນໃນການເຂົ້າຮ່ວມກິດຈະກຳ workshop ໃນຄັ້ງນີ້.
 
Phase II of the LJISUSU Scale Up track Has been formally launched and on 25 February 2022, Laos-Japan Human Resource Development Institute (LJI) organized the Kickoff Workshop with the support of JICA.
Five companies: Wayha Booking, Bansi.la, Appzap, Bangfaitech, and Yaimaii participated in the Kickoff Workshop. During the workshop, experienced mentors from Japan and Thailand provided lectures on the framework of roadmaps, KPIs (Key Performance Indicators), how to measure social impact as well as long-term plans.
LJI will provide these companies one-on-one mentoring and business networking opportunities to accelerate their business growth. In July, companies will share their business progress.
Special thanks to Japanese and Thai mentors! LJI was very happy to see five companies’ active participation in the workshop.