Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ງານເປີດຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຢູ່ປະເທດຍີ່ປຸ່ນ ປະຈໍາວຽງຈັນ, ທີ່ ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ
ວັນຈັນ, ວັນທີ 8 ສິງຫາ 2022

ໃນປີ 2019 ມະຫາວິທະຍາໄລ ໂອກາຢາມະ ໄດ້ຮັບການແຕ່ງຕັ້ງໃຫ້ດຳເນີນໂຄງການພາຍໃຕ້ຊື່ “ໂຄງການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາກພື້ນ ແລະ ໃນອາຊຽນ” ໂດຍການສະໜັບສະໜູນທຶນການສຶກສາຂອງກະຊວງສຶກສາ ວັດທະນະທຳ ກິລາ ວິທະຍາສາດແລະເຕັກໂນໂລຢີ (MEXT) ຂອງຍີ່ປຸ່ນ ແລະ ມະຫາວິມະຫາວິທະຍາໄລ ໂອກາຢາມະກໍໄດ້ເຂົ້າຮ່ວມງານພົບປະເພື່ອສົ່ງເສີມການໄປສຶກສາຢູ່ປະເທດຍີ່ປຸ່ນ ທີ່ສະຖາບັນລາວ-ຍີ່ປຸ່ນຈັດຂຶ້ນທີມະຫາວິທະຍາໄລແຫ່ງຊາດ.
ມາຮອດປະຈຸບັນ ສະຖານບັນລາວ-ຍີ່ປຸ່ນ, ມະຫາວິມະຫາວິທະຍາໄລ ໄດ້ສືບຕໍ່ຮ່ວມມືກັບມະຫາວິທະຍາໄລໂອກາຢາມະ ໃນການຈັດງານເຜີຍແຜ່ຂໍ້ມູນຂ່າວສານ ແລະ ຈັດສໍາມະຫາກ່ຽວກັບການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນບໍ່ວ່າຈະເປັນສໍາມະນາອອນລາຍ ແລະ ເຊິ່ງໜ້າ ຢ່າງຕໍ່ເນື່ອງ.
ເພື່ອເຮັດໃຫ້ການຕອບສະໜອງການໃຫ້ຂໍ້ມູນຂ່າວສານໃຫ້ ຄູ-ອາຈານ, ນັກສຶກສາ ແລະຜູ້ທີ່ສົນໃຈສືກສາເພື່ອກຽມໄປຕໍ່ທີ່ປະເທດຍີ່ປຸ່ນ ໄດ້ຢ່າງສະດວກ ແລະ ວອ່ງໄວ ແລະ ສົ່ງເສີມນັກສຶກສາໃນອາຊຽນ ໂດຍສະເພາະນັກສຶກສາລາວໄດ້ຮັບໂອກາດໃນການສະໝັກທຶກການສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ, ນອກຈາກນີ້, ຍັງເປັນການຂະຫຍາຍການຮ່ວມມືກັບມະຫາວິທະຍາໄລໃນລາວ, ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຂອງລາວ ແລະ ມະຫາວິທະຍາໄລຍີ່ປຸ່ນໂດຍກົງແລ້ວ ຍັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືອັນດີລະຫວ່າງອົງກອນຕ່າງໆທີ່ເຂົ້າຮ່ວມອີກດ້ວຍ, ພ້ອມດຽວກັນກໍ່ເປັນສ່ວນໜື່ງໃນການປະກອບສ່ວນການພັດທະນາຊັບພະຍາກອນໃນລາວ
ສະນັ້ນ, ໃນວາລະໂອກາດນີ້ມະຫາວິທະຍາໄລໂອກາຢາມາ ໄດ້ຮ່ວມກັບສະຖາບັນລາວ-ຍີ່ປຸ່ນ ເປີດຫ້ອງການປະສານງານການສຶກສາທີ່ປະເທດຍີ່ປຸ່ນ ປະຈຳວຽງຈັນ ທີ່ສະຖາບັນພັດທະນາຊັບພະຍາກອນມະນູດ, ມະຫາວິທະຍາໄລແຫ່ງຊາດ.

ມະຫາວິທະຍາໄລ ໂອກາຢາມະ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄຳແນະນຳແກ່ນັກສຶກສາ ແລະ ຄູອາຈານໃນອາຊຽນທີ່ມີຄວາມຕ້ອງການຢາກໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນດ້ວຍຄວາມຮູ້ ແລະ ມີມະຫາວິທະຍາໄລຍີ່ປຸ່ນທີ່ມີຊື່ສຽງ 6 ມະຫາວິທະຍາໄລ ແລະ 50 ມະຫາວິທະຍາໄລເຂົ້າຮ່ວມໃນໂຄງການເຊັ້ນ:
ມະຫາວິທະຍາໄລ ຊີບະ, ມະຫາວິທະຍາໄລ ນີງາຕະ, ມະຫາວິທະຍາໄລ ຄານາຊາວາ, ມະຫາວິທະຍາໄລ ນາງາຊາກິ, ມະຫາວິທະຍາໄລ ຄຸມາໂມໂຕະ, ແລະ ມະຫາວິທະຍາໄລ ໂອກາຢາມະ.

ບັນດາແຂກທີສໍາຄັນເຂົ້າຮ່ວມມີ ພະນະທ່ານ Kenichi KOBAYASHI, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປລາວ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລ ແຫ່ງຊາດ, ທ່ານ Noriyuki ITO, (Senior Representative) ຜູ້ອາວຸໂສຕາງໜ້າຈາກອົງການໄຈກ້າ ປະຈໍາ ສປປ ລາວ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນລາວ-ຍີ່ປຸ່ນ ແລະ ທ່ານ Naoto OKAWA ທີ່ປຶກສາໂຄງການ ຂອງ ສະຖາບັນລາວ-ຍີ່ປຸ່ນ, ທ່ານ ປອ ຄໍາແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ, ແລະ ຕາງໜ້າກົມພົວພັນຕ່າງປະເທດກະຊວງສຶກສາກໍໃຫ້ກຽດເຂົ້າຮ່ວມ.
ພ້ອມນີ້ກໍ່ມີ ທ່ານ ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ, ແລະ ພິເສດກໍ່ຍັງມີຜູ້ຕາງໜ້າຈາກມະຫາວິທະຍາສະຫວັນນະເຂດ ແລະ ວິທະຍາໄລຄູສາລະວັນກໍເຂົ້າຮ່ວມ. 

okayama