Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ (ສລຍ) ຮ່ວມກັບ 3 ຄະນະວິຊາທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ຄື: ຄະນະວິສະວະກຳສາດ (ຄວສ), ຄະນະຊັບພະຍາກອນນໍ້າ (ຄຊນ) ແລະ ຄະນະວິທະຍາສາດທໍາມະຊາດ (ຄວທ) ໄດ້ຈັດພິທີປະຖົມນິເທດ ກ່ຽວກັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2022 ໃຫ້ແກ່ນັກສຶກສາຂອງ 3 ຄະນະ ເພື່ອເປັນການແນະນຳໃຫ້ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດາ.
 
hon4
hon5
hon6
 
ພິທີປະຖົມນິເທດດັ່ງກ່າວ, ໄດ້ຈັດຂຶ້ນເມື່ອຂຶ້ນວັນທີ 12-14 ກໍລະກົດ ຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງຄະນະບໍດີຂອງ 3 ຄະນະ ແລະ ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ, ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ການຈັດປະຖົມນິເທດຄັ້ງນີ້, ເພື່ອເປັນການແນະນຳວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດ້າ ປີ 2022 ໃຫ້ແກ່ນັກສຶກສາພາຍໃນ 3 ຄະນະ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການສະໝັກແຂ່ງຂັນ, ຊຶ່ງແຕ່ລະປີແມ່ນຈະຄັດເລືອກເອົານັກສຶກສາຜູ້ມີຄວາມສາມາດຮຽນດີ-ຮຽນເກັ່ງຮອບດ້ານ ຮັບລາງວັນຊະນະເລີດໃນການແຂ່ງຂັນປີລະ 2 ຄົນ, ຜູ້ທີ່ໄດ້ຮັບລາງວັນຈະໄດ້ຫຼຽນຮອນດ້າແລະ ໃບຢັ້ງຢືນ ພ້ອມດ້ວຍເງິນ 3.000 ໂດລາ. ສຳລັບເງື່ອນໄຂຜູ້ທີ່ສະໝັກ ຕ້ອງເປັນຄົນສັນຊາດລາວ, ອາຍຸ 25 ປີລົງມາ, ເປັນນັກສຶກສາຮຽນຢູ່ປີທີ 3 ແລະ 4 ຂອງຄະນະວິສະວະກໍາສາດ, ຄະນະຊັບພະຍາກອນນໍ້າ ແລະ ຄະນະວິທະຍາສາດທຳມະຊາດ.
ໂອກາດດັ່ງກ່າວ, ທ່ານ ພອນແກ້ວ ຈັນທະມາລີ ໄດ້ອະທິບາຍໃຫ້ຮູ້ເຖິງຂະບວນການສອບເສັງເພື່ອແຂ່ງຂັນເອົາລາງວັນດັ່ງກ່າວວ່າ: ລາງວັນຮອນດ້າ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ໄດ້ເລີ່ມມີໃນປີ 2006 ຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີກັບສິ່ງອ້ອມຂ້າງໃຫ້ຫຼາຍຂຶ້ນ ແລະ ເພື່ອການເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ອຸດສາຫະກຳ. ໃນປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສຳເລັດຢູ່ ສສ ຫວຽດນາມ, ປີ 2007 ຢູ່ປະເທດອິນເດຍ, ປີ 2008 ຢູ່ ສປປ ລາວ. ໂຄງການດັ່ງກ່າວນີ້, ຕົກລົງໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຂະແໜງວິທະຍາສາດ ແລະ ວິສະວະກຳສາດ ຜູ້ທີ່ມີພອນສະຫວັນ, ມີແນວຄິດຢາກປະດິດສິ່ງໃໝ່, ມີຄຸນສົມບັດດີ, ມີຄວາມສາມັກຄີກັບໝູ່ຄູ່, ມັກເຂົ້າຮ່ວມກິດຈະກຳ, ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ ເພື່ອຈະເປັນຜູ້ນຳທາງດ້ານວິທະຍາສາດຂອງ ສປປ ລາວໃນອະນາຄົດ.
 
hon3
hon2
hon1